ສັນຍານເຕືອນພະຍາດຮ້າຍໃນດວງຕາ

327

ດວງຕານອກຈາກຈະເອົາໄວ້ເບິ່ງ ແລະ ສື່ສານຄວາມຮູ້ສຶກໄດ້ດີທີ່ສຸດແລ້ວ ດວງຕາຍັງເປັນສ່ວນທີ່ສຳຄັນໃນການຊ່ວຍບົ່ງບອກເຖິງສັນຍານເຕືອນຈາກພະຍາດຕ່າງໆໄດ້ນໍາ ຖ້າສັງເກດເບິ່ງດີໆດວງຕາຂອງແຕ່ລະຄົນຈະມີລັກສະນະທີ່ແຕກຕ່າງກັນໄປ ແລະ ດ້ວຍລັກສະນະຂອງສີຕາທີ່ປ່ຽນໄປຈາກເກົ່າ ແມ່ນສາມາດບອກໄດ້ວ່າເປັນພະຍາດຫຍັງ ເມື່ອເກີດມີການປ່ຽນແປງ ຫຼື ຜິດປົກກະຕິກັບດວງຕາອາດຈະຊ່ວຍແກ້ໄຂ ແລະ ຫຼຸດຜ່ອນຄວາມສ່ຽງທີ່ຈະເປັນພະຍາດໄດ້  ນຳ.

ທ່ານໝໍຈາກສູນຕໍ້ຫີນແຫ່ງຊານຟານຊິດໂກ ປະເທດສະຫະລັດອາເມຣິກາ ໄດ້ອະທິບາຍກ່ຽວກັບລັກສະນະຂອງດວງຕາທີ່ຜິດປົກກະຕິວ່າ: ອາດຈະມີການກ່ຽວເນື່ອງກັບບາງພະຍາດດັ່ງຕໍ່ໄປນີ້:

ຕາແດງ: ຖ້າບໍລິເວນເຍື່ອຕາຂາວມີເສັ້ນເລືອດນ້ອຍໆຢູ່ຫຼາຍ ແລະ ເມື່ອເສັ້ນເລືອດເຫຼົ່ານີ້ແຕກຈະເຮັດໃຫ້ຕາແດງກ່ຳ ເຊິ່ງຈາກການສຶກສາໄດ້ພົບວ່າ: ອາການຕາແດງໂດຍບໍ່ຮູ້ສາເຫດອາດຈະເປັນສັນຍານຂອງການມີພາວະຄວາມດັນເລືອດສູງ ຫຼື ອາດເກີດຈາກຄວາມຜິດປົກກະຕິຂອງເກັດເລືອດ ແລະ ອາດຈະນຳໄປສູ່ບັນຫາທີ່ເຮັດໃຫ້ເລືອດເກີດການຈັບໂຕກັນເປັນກ້ອນໄດ້.

ຕາສວດ: ຖ້າມີອາການຕາສວດໂດຍບໍ່ໄດ້ເປັນໄປຕາມກຳມະພັນ ສິ່ງນັ້ນອາດຈະມີຄວາມໝາຍວ່າ: ກຳລັງມີບັນຫາກ່ຽວກັບຮໍໂມນໄທຣອຍທີ່ເຮັດວຽກຜິດປົກກະຕິ ເຊິ່ງເຮັດໃຫ້ເນື້ອເຍື່ອອ້ອມຮອບດວງຕາໂພງຂຶ້ນຈົນເຮັດໃຫ້ດວງຕາສວດອອກມາ.

ສີໃນຕາປ່ຽນໄປ: ສີໃນຕາທີ່ປ່ຽນໄປອາດຈະບົ່ງບອກວ່າກຳລັງຖືກຕໍ້ຫີນຄຸກຄາມ ແລະ ເປັນອັນຕະລາຍທີ່ສຸດຈົນອາດຈະເຮັດໃຫ້ຕາບອດໄດ້.

ໜັງຕາຕົກ: ອາການໜັງຕາຕົກນອກຈາກຈະເກີດຈາກອາຍຸທີ່ຫຼາຍຂຶ້ນແລ້ວ ໃນບາງຄົນອາດຈະເປັນອາການທີ່ບົ່ງບອກວ່າເປັນມະເຮັງສະໝອງ ຫຼື ພະຍາດກ້າມຊີ້ນອ່ອນແຮງປະເພດໜຶ່ງທີ່ຈະມີອາການໂດຍສະເພາະ ເຊິ່ງມັກຈະເກີດຂຶ້ນບໍລິເວນກ້າມຊີ້ນນ້ອຍໆຢູ່ໜ້າ.

ຕາດຳຜິດປົກກະຕິ: ຖ້າວ່າຕາດຳທັງສອງເບື້ອງເສືອກເຂົ້າຫາກັນ ( ຍົກເວັ້ນໃນບາງຄົນ ) ແລະ ມັກຈະມີຂະໜາດເທົ່າກັນຕາມທຳມະຊາດ ລວມທັງມີປະຕິກິລິຍາຕອບສະໜອງຕໍ່ແສງຄືໆກັນ, ເມື່ອມີ ຄວາມຜິດປົກກະຕິເກີດຂຶ້ນມັນອາດບົ່ງບອກເຖິງອາການຂອງພະຍາດຫຼອດເລືອດໃນສະໝອງ, ເນື້ອງອກໃນສະໝອງ ຫຼື ຢູ່ປະສາດຕາ.

ຕາເຫຼືອງ: ອາການຕາເຫຼືອງແມ່ນເກີດຈາກການລວມຕົວກັນຂອງສານບິລິລູບິນ ແລະ ສານສີເຫຼືອງທີ່ມີຢູ່ໃນນ້ຳບີ ເມື່ອມີບັນຫາກ່ຽວກັບຕັບ ຜູ້ປ່ວຍຈະມີສານບິລິລູບິນ ໃນກະແສເລືອດສູງກວ່າປົກກະຕິ ຈຶ່ງເຮັດໃຫ້ເຍື່ອຕາເປັນສີເຫຼືອງ ເຊິ່ງອາການຕາເຫຼືອງແມ່ນບົ່ງບອກວ່່າເປັນພະຍາດຕັບອັກເສບ ແລະ ພະຍາດຕັບແຂງ.

ດັ່ງນັ້ນ, ຕັ້ງແຕ່ນີ້ໄປຢ່າລືມແຍງແວ່ນເບິ່ງຕົນເອງ ຫຼື ເບິ່ງຄົນທີ່ຢູ່ໃກ້ຕົວ ເພື່ອສັງເກດເບິ່ງວ່າມີສິ່ງໃດບໍ່ທີ່ຜິດປົກກະຕິໄປຈາກເກົ່າ ແລະ ຍັງເປັນການກວດສຸຂະພາບໄປໃນຕົວນຳ, ເມື່ອເກີດຫຍັງຂຶ້ນຈະສາມາດແກ້ໄຂແບບຖືກວິທີໄດ້ທັນການ ໂດຍທີ່ບໍ່ຕ້ອງມານັ່ງເສຍໃຈພາຍຫຼັງເຖິງວ່າຈະເປັນເລື່ອງທີ່ເລັກໜ້ອຍກໍຕາມ ແຕ່ມັນກັບເປັນສິ່ງທີ່ສຳຄັນໃນການເບິ່ງແຍງສຸຂະພາບຂັ້ນເລີ່ມຕົ້ນ.

( ຂໍ້ມູນຈາກ: Kapook.com )

( ຮຽບຮຽງ: ນຸ້ມນິ້ມ )