ອັດຕະປື ເລັ່ງສ້ອມແປງໄຟຟ້າ ຈຳນວນ 50 ບ້ານ ຫຼັງນ້ຳຫຼຸດລົງ

71

ບໍລິສັດ ລັດວິສາຫະກິດໄຟຟ້າ ສາຂາແຂວງອັດຕະປື ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ກໍໄດ້ຮີບຮ້ອນສືບຕໍ່ຈັດຕັ້ງ ແລະ ສ້ອມແປງແກ້ໄຂລະບົບໄຟຟ້າ ໃຫ້ປະຊາຊົນທີ່ຕົກຢູ່ໃນສະພາບວິກິດຈາກໄພນ້ຳຖ້ວມ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າຢ່າງປົກກະຕິໂດຍໄວທີ່ສຸດ.

ມາຮອດວັນທີ 9 ກັນຍາ 2019 ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ກໍໄດ້ສຳເລັດການສ້ອມແປງລະບົບໄຟຟ້າ ຢູ່ບ້ານສະແຄະ ເຊິ່ງປະຊາຊົນຂາດການນຳໃຊ້ໄຟຟ້າເລີ່ມແຕ່ບ້ານຖືກຜົນກະທົບຈາກໄພນ້ຳຖ້ວມເປັນຕົ້ນມາ ລວມຈຳນວນທັງໝົດ 600 ກວ່າຄອບຄົວ.

ທ່ານ ລິດສະໜາ ເທບສົມບັນດິດ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ໃຫ້ຮູ້ວ່າ: ທົ່ວແຂວງອັດຕະປື ມີບ້ານໄດ້ຮັບຜົນກະທົບ ແລະ ຖືກຕັດລະບົບໄຟຟ້າໄວ້ເບື້ອງຕົ້ນ ຈຳນວນ 50 ບ້ານ ພາຍຫຼັງນ້ຳຫຼຸດລົງ ມາຮອດວັນທີ 8 ກັນຍານີ້ໄດ້ສ້ອມແປງ ແລະ ເປີດໃຊ້ໄຟຟ້າໄດ້ແລ້ວ ຈຳນວນ 37 ບ້ານ ສ່ວນຈຳນວນບ້ານທີ່ຍັງເຫຼືອຕາມຂໍ້ມູນທີ່ວ່ານັ້ນ ຈະໄດ້ພ້ອມກັນສືບຕໍ່ຮີບຮ້ອນຈັດຕັ້ງໃຫ້ສຳເລັດຕາມເປົ້າໝາຍໃຫ້ໄວທີ່ສຸດ.

ທ່ານກ່າວຕື່ມວ່າ: ຈຳນວນບ້ານທີ່ຍັງຄ້າງແມ່ນຢູ່ເມືອງສະໜາມໄຊ ເຂດໜອງແຂ້, ໂພນສະອາດ ເພາະວ່າລໍຖ້າລະດັບນ້ຳຫຼຸດລົງ ແລະ ບ້ານອື່ນໆທີ່ສ້ອມແປງບໍ່ທັນສຳເລັດນີ້ ຍ້ອນສາຍຕາຂ່າຍ 22 KV ຂາດ, ຕົ້ນໄມ້ລົ້ມທັບ, ກໍໄຜ່ໄຫຼນ້ຳມາເກາະ ສ່ວນໝໍ້ນັບໄຟທີ່ຖືກເສຍຫາຍນັ້ນຈະສັງລວມ ແລະ ແຈ້ງໃຫ້ຊາບໃນພາຍຫຼັງ.

( ໂດຍ: ມາລາທິບ )