ຮ້ານປ໊ອບພອຍຊ໋ອບ ນຳສະເໜີສິນຄ້າຄຸນນະພາບ ຫຼາຍຍີ່ຫຍໍ້ ທີ່ສູນການຄ້າທາດຫຼວງພລາຊາ

40

ໃນວັນທີ 8 ກັນຍາ 2019 ຮ້ານປ໊ອບ ພອຍຊ໋ອບ ບາຍຈອມຂວັນ ຫຼື POP PLOY SHOP ໄດ້ຈັດງານ Colorful Party 2019 ໂດຍການນຳສະເໜີຍີ່ຫໍ້ສິນຄ້າ ພ້ອມແຈກຂອງລາງວັນໃຫ້ແກ່ລູກຄ້າຂຶ້ນທີ່ສູນການຄ້າທາດຫຼວງພລາຊາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສົມບັດ ສິຣິພອນວິທະຍາ ຜູ້ອຳນວຍການສູນການຄ້າທາດຫຼວງພລາຊາ, ທ່ານ ນາງ ເຈນຣິຣາ ຈິນານຸວັດທະນາ ເຈົ້າຂອງຮ້ານປ໊ອບ ພອຍ ຊ໋ອບ ເຊິ່ງມີແຂກຖືກເຊີນ ແລະ ລູກຄ້າເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ນາງ ເຈນຣິຣາ ຈິນານຸວັດທະນາ ກ່າວວ່າ: ການຈັດງານຄັ້ງນີ້ເປັນການນຳສະເໜີຍີ່ຫໍ້ສິນຄ້າໃໝ່ຂອງຮ້ານ ພາຍຫຼັງທີ່ພວກເຮົາໄດ້ເປີດຮ້ານທີ່ສູນການຄ້າທາດຫຼວງພລາຊາແຫ່ງນີ້ໄດ້ປະມານ 2 ເດືອນຜ່ານມາ. ສິນຄ້າທີ່ນຳມາສະເໜີໃນຄັ້ງນີ້ແມ່ນເປັນສິນຄ້າແບຣນແນມທີ່ມີຊື່ສຽງຫຼາຍຍີ່ຫໍ້ ເຊັ່ນ: ຈອນເຮັນລີ່ ເປັນເສື້ອຜ້າສຳລັບທ່ານຊາຍ; ອີເອັສພີ ແອລທີດີ ເສື້ອຜ້າແຟຊັນສຳລັບທ່ານຍິງ ແລະ ທ່ານຊາຍ; ເອັສປາດ້າ, ອີພີ ແລະ ໂອວີເອັສ ທີ່ມີທັງເສື້ອຜ້າ ແລະ ແຟຊັນສໍາລັບທ່ານຊາຍ ແລະ ທ່ານຍິງ ໂດຍສະເພາະເສື້ອຜ້າສຳລັບເດັກນ້ອຍ, ການຂາຍໃນໄລຍະນີ້ຈະມີສ່ວນຫຼຸດຕັ້ງແຕ່ 30 – 50%.

ເຈົ້າຂອງຮ້ານໃຫ້ສຳພາດວ່າ: ແຕ່ກ່ອນເຮັດທຸລະກິດຂາຍເສື້ອຜ້າແບຣນແນມຢູ່ປະເທດໄທ ປັດຈຸບັນເຫັນທຸລະກິດດັ່ງກ່າວມີການແຂ່ງຂັນກັນສູງ ຈຶ່ງໄດ້ຊອກຫາຕະຫຼາດໃໝ່ ແລະ ຕັດສິນໃຈມາເປີດຮ້ານທີ່ ສປປ ລາວ ເນື່ອງຈາກເຫັນໂອກາດຂອງທຸລະກິດດັ່ງກ່າວນີ້ທີ່ຍັງບໍ່ມີການແຂ່ງຂັນຫຼາຍ ພ້ອມທັງຢາກຈະເປັນຈຸດສະໜອງເສື້ອຜ້າທີ່ມີຊື່ສຽງຕາມຄວາມຕ້ອງການຂອງລູກຄ້າ.

ໃນງານ Colorful Party 2019 ຍັງມີການເດີນແບບແຟຊັນຂອງຍີ່ຫໍ້ທີ່ມີຊື່ສຽງຕ່າງໆທີ່ກ່າວມາ ພ້ອມທັງໄດ້ຈັບສະຫຼາກຊີງໂຊກໃຫ້ແກ່ລູກຄ້າທີ່ຊື້ສິນຄ້າຈາກທາງຮ້ານຄົບ 300.000 ກີບ ແລະ ແຂກທີ່ເຊີນເຂົ້າຮ່ວມງານ ເຊິ່ງໄດ້ແຈກລາງວັນມີ: ລົດຖີບພັບໄດ້ 5 ລາງວັນ ລວມມູນຄ່າ 3.750.000 ກີບ; ຜ້າຫົ່ມ 5 ຜືນ ລວມມູນຄ່າ 2.250.000 ກີບ; ນໍ້າຫອມ 1 ຊຸດ 10 ລາງວັນ ລວມມູນຄ່າ 7 ລ້ານກີບ ແລະ ລາງວັນອື່ນໆ.

ຮ້ານປ໊ອບ ພອຍ ຊ໋ອບ ຕັ້ງຢູ່ຊັ້ນ 1 ແລະ ຊັ້ນ 2 ຂອງສູນການຄ້າທາດຫຼວງ ພລາຊາ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ມີຄວາມຫຼາກຫຼາຍ ແລະ ຄົບຖ້ວມ.

( ຂ່າວ + ຮູບ: ສັນຕິ )