ຮູບເງົາ “ ກາລະຄັ້ງໜຶ່ງຢູ່ໃນຮອລລີວູດ ” ສ້າງຂຶ້ນມາໂດຍອ້າງອີງຈາກເລື່ອງແທ້

301

ຖືເປັນອີກໜຶ່ງຮູບເງົາທີ່ໜ້າສົນໃຈຂອງປີ ເມື່ອຜູ້ກໍາກັບຮຸ່ນໃຫຍ່ Quentin Tarantino ຂໍກັບມາມີຊື່ໃນວົງການອີກຄັ້ງໃນຜົນງານຄັ້ງໃໝ່ກັບຮູບເງົາ “ ກາລະຄັ້ງໜຶ່ງຢູ່ໃນຮອລລີວູດ Once Upon a Time in Hollywood ” ທີ່ສ້າງຂຶ້ນມາໂດຍອ້າງອີງຈາກເລື່ອງຈິງ ເລີ່ມເຂົ້າສາຍແຕ່ວັນທີ 12 ກັນຍາ 2019 ທຸກໂຮງຮູບເງົາທົ່ວປະເທດ.

ຮູບເງົາ “ ກາລະຄັ້ງໜຶ່ງຢູ່ໃນຮອລລີວູດ Once Upon a Time in Hollywood ” ເປັນຜົນງານທີ 9 ຂອງຜູ້ກໍາກັບ Quentin Tarantino ພ້ອມດ້ວຍນັກສະແດງນໍາຫຼາກຫຼາຍຄວາມສາມາດຈາກ Leonardo DiCaprio, Brad Pitt ແລະ Margot Robbie ໃນຄ້າຍຮູບເງົາ Sony Pictures, ຜົນງານຄັ້ງນີ້ຖືກຄາດຫວັງຈາກແຟນໆເປັນຈໍານວນຫຼາຍ ໂດຍຜູ້ກໍາກັບໄດ້ໃຫ້ສໍາພາດວ່າ: ລາວໃຊ້ເວລາເກືອບ 5 ປີ ທີ່ຂຽນບົດຮູບເງົາເລື່ອງນີ້ ເຊິ່ງເປັນເລື່ອງຈິງໃນວົງການບັນເທີງໃນຍຸກຮຸ່ງເຮືອງ.

ໂດຍມີເລື່ອງຫຍໍ້ທີ່ເລົ່າຜ່ານເລື່ອງລາວໃນຍຸກປີ 1969 ເຊິ່ງເປັນຍຸກທີ່ວົງການມາຍາຮອລລີວູດ Hollywood ກໍາລັງຮຸ່ງເຮືອງສຸດຂີດ ໂດຍເລົ່າເຖິງຄູ່ຫູ Rick Dalton ອະດີດພະເອກຮູບເງົາຄາວບອຍທີ່ມີຊື່ສຽງກາຍເປັນນັກສະແດງໜຸ່ມຕົກອັບຊາວຕາເວັນຕົກກັບ Cliff Booth ນັກສະແດງແທນທີ່ເປັນໝູ່ສະໜິດພະຍາຍາມເຮັດທຸກວິທີທາງເພື່ອໃຫ້ພວກເຂົາປະສົບຜົນສໍາເລັດ ໃນທຸລະກິດຮູບເງົາຄືການເປັນດາວເດັ່ນໃນວົງການບັນເທີງອີກຄັ້ງ, ແຕ່ເກີດເຫດການທີ່ບໍ່ຄາດຄິດ ເພາະພວກເຂົາຕ້ອງໄປຫຍຸ້ງກ່ຽວກັບຄະດີສະເທືອນວົງການຄື Sharon Tate ນັກສະແດງທີ່ມີຊື່ສຽງອາໄສຢູ່ບ້ານໃກ້ກັນ ແລະ ເປັນຂ່າວມາແຮງໃນເວລານັ້ນຈົນເຮັດໃຫ້ພວກເຂົາຕ້ອງພົບກັບເຫດການຫຼາຍໆຢ່າງທີ່ຫຼີກລຽງບໍ່ໄດ້.

ເຫດການເຂົ້າໃຈຜິດຕ່າງໆຈະມ່ວນ ຫຼື ໂສກເສົ້າແນວໃດ ສາມາດຕິດຕາມໄດ້ທຸກໂຮງຮູບເງົາທົ່ວປະເທດລາວ ເລີ່ມເຂົ້າສາຍແຕ່ວັນທີ 12 ກັນຍານີ້ ເປັນຕົ້ນໄປ.

ຂໍ້ມູນຈາກ: Major Platinum Cineplex

ຮຽບຮຽງ: ນຸ້ມນິ້ມ