ເກືອບ 4 ແສນຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ,  ສ່ວນເມືອງຈຳພອນ ຍັງວິກິດ ລະດັບນໍ້າເພີ່ມຂຶ້ນຕໍ່ເນື່ອງ

64

ອຸທົກກະໄພທີ່ເກີດຂຶ້ນຢູ່ 6 ແຂວງພາກກາງ ແລະ ພາກໃຕ້ ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 43 ເມືອງ ກວມເອົາ 1.466 ບ້ານ, ມີປະຊາຊົນໄດ້ຮັບຜົນກະທົບເກືອບ 4 ແສນຄົນ, ມີຜູ້ເສຍຊີວິດ 13 ຄົນ. ມາຮອດວັນທີ 9 ກັນຍາ ສະຖານະການນໍ້າຢູ່ແຂວງສາລະວັນ ແລະ ຈຳປາສັກ ໄດ້ຫຼຸດລົງຫຼາຍແລ້ວ; ແຕ່ທີ່ສະຫວັນນະເຂດ ຍັງໜ້າເປັນຫ່ວງເມື່ອລະດັບນໍ້າຍັງສືບຕໍ່ເພີ່ມຂຶ້ນ ໂດຍສະເພາະຢູ່ເມືອງຈຳພອນ ແລະ ໄຊບູລີ, ຂະນະທີ່ແຂວງຄຳມ່ວນ ຫຼາຍບ້ານລຽບນໍ້າເຊບັ້ງໄຟໄດ້ຖືກນໍ້າຖ້ວມຫຼາຍວັນແລ້ວ.

ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ( ຄພຊ ) ໄດ້ຈັດກອງປະຊຸມສຸກເສີນໃນວັນທີ 9 ກັນຍາ 2019 ຂຶ້ນທີ່ຫ້ອງປະຊຸມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ນະຄອນວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ( ຄພຊ ), ມີບັນດາທ່ານຮອງລັດຖະມົນຕີ, ຮອງປະທານ ແລະ ກໍາມະການ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະ ກະຊວງ ຮສສ ໄດ້ລາຍງານໃຫ້ຮູ້ວ່າ: ຜົນກະທົບຈາກອິດທິພົນຂອງລົມພາຍຸໝູນເຂດຮ້ອນໂພດູ ແລະ ລົມພາຍຸດີເປຼເຊິນ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນໄລຍະທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາ 2019 ເຮັດໃຫ້ມີຝົນຕົກໜັກ ແລະ ເກີດນໍ້າຖ້ວມຢູ່ 6 ແຂວງ ຄື: ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ແຂວງອັດຕະປື ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 43 ເມືອງ, 1.466 ບ້ານ, ມີປະຊາຊົນໄດ້ຮັບຜົນກະທົບ 175.422 ຄອບຄົວ, 377.703 ຄົນ ຖືກກະທົບ. ໃນນີ້, ມີຜູ້ເສຍຊີວິດ 13 ຄົນ ( ແຂວງສະຫວັນນະເຂດ 3 ຄົນ, ສາລະວັນ 2 ຄົນ, ຈໍາປາສັກ 4 ຄົນ ແລະ ອັດຕະປື 4 ຄົນ ), ສູນຫາຍ 1 ຄົນ ( ແຂວງຈໍາປາສັກ ), ຍົກຍ້າຍ 14.050 ຄອບຄົວ ( 92.397 ຄົນ ).

ສົ່ງຜົນກະທົບ ແລະ ເສຍຫາຍຕໍ່ຂະແໜງການສັງຄົມ, ເສດຖະກິດ, ສິ່ງແວດລ້ອມ ແລະ ໂຄງລ່າງພື້ນຖານທີ່ສໍາຄັນ ເປັນຕົ້ນທີ່ຢູ່ອາໄສ ແລະ ບ້ານເຮືອນຂອງປະຊາຊົນ, ເສັ້ນທາງ, ຂົວ, ຫ້ອງການຂອງລັດ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ແຫຼ່ງນໍ້າກິນ – ນໍ້າໃຊ້, ພື້ນທີ່ການຜະລິດ, ສັດລ້ຽງ, ຊົນລະປະທານ ແລະ ອື່ນໆ. ຄວາມຕ້ອງການຮີບດ່ວນ ລວມມີ: ເຕັ້ນພັກຊົ່ວຄາວ, ເຄື່ອງອຸປະໂພກ – ບໍລິໂພກ ເປັນຕົ້ນອາຫານ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນອນ, ເຮືອພ້ອມຄົນຂັບ, ງົບປະມານຮັບໃຊ້ ແລະ ອື່ນໆ.

ຕໍ່ກັບສະພາບຜົນກະທົບ ແລະ ຄວາມເສຍຫາຍທີ່ເກີດຂຶ້ນຈາກເຫດການໄພນໍ້າຖ້ວມໃນຄັ້ງນີ້, ອໍານາດການປົກຄອງ ແລະ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນທ້ອງຖິ່ນ ໄດ້ປະຕິບັດໃຫ້ການຊ່ວຍເຫຼືອສຸກເສີນທັນທີ ໂດຍໄດ້ນໍາໃຊ້ກໍາລັງແຮງຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນພາຍໃນບ້ານ ປະຕິບັດການຍົກຍ້າຍທັງຄົນ ແລະ ຊັບສິນໄປບ່ອນທີ່ປອດໄພ, ຈັດສັນສະຖານທີ່ພັກເຊົາຊົ່ວຄາວ ແລະ ສະໜອງບັນເທົາທຸກສຸກເສີນຂັ້ນພື້ນຖານດ້ານເຄື່ອງອຸປະໂພກ – ບໍລິໂພກ ເປັນຕົ້ນ ອາຫານ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ, ຢາປົວພະຍາດ ແລະ ອື່ນໆ.

+ເມືອງຈຳພອນຍັງວິກິດ ລະດັບນໍ້າຍັງສືບຕໍ່ຍື່ງຂຶ້ນ

ສະຖານະການນ້ຳຖ້ວມຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ ຍັງໜ້າເປັນຫ່ວງ ລະດັບນ້ຳຍັງສືບຕໍ່ຍື່ງຂຶ້ນ. ຂະນະທີ່ປະຊາຊົນທີ່ບໍ່ຍອມຍົກຍ້າຍ ໃນເບື້ອງຕົ້ນຈຳນວນໜຶ່ງກໍໄດ້ຕັດສິນໃຈຍົກຍ້າຍແລ້ວ ແຕ່ບາງຄອບຄົວຍັງບໍ່ຍອມຍ້າຍອອກ ເຖິງວ່ານ້ຳຈະເກືອບຈຸຊັ້ນທີສອງຂອງເຮືອນແລ້ວກໍຕາມ. ດ້ານເຈົ້າໜ້າທີ່ຍັງສືບຕໍ່ເລັ່ງຍົກຍ້າຍເຄື່ອງຂອງ, ສັດລ້ຽງ ແລະ ປະຊາຊົນໄປຢູ່ບ່ອນປອດໄພ ພ້ອມທັງຈັດກຳລັງຕິດຕາມສະພາບນ້ຳຕະຫຼອດ 24 ຊົ່ວໂມງ.

ທ່ານ ຄຳລຸຍ ຍາດຕິວົງ ເຈົ້າເມືອງຈຳພອນ ແຂວງສະຫວັນນະເຂດ ກ່າວວ່າ: ສະຖານະການນ້ຳຖ້ວມເມືອງຈຳພອນ ມາຮອດວັນທີ 8 ກັນຍານີ້ ນ້ຳໄດ້ຍື່ງຂຶ້ນຖ້ວມ 17 ບ້ານ. ໃນນັ້ນ, 12 ບ້ານຖືກຕັດຂາດ ລວມທັງເຂດເທສະບານເມືອງ ( ບ້ານແກ້ງກອກ ) ໄດ້ຖືກຕັດຂາດ ລວມທັງໝົດປະມານ 2 ພັນກວ່າຄອບຄົວ ໂດຍໄດ້ຈັດສູນພັກຊົ່ວຄາວໄວ້ 2 ແຫ່ງ ຄື: ຫ້ອງວ່າການປົກຄອງເມືອງຫຼັງເກົ່າ ແລະ ຫ້ອງວ່າການປົກຄອງເມືອງຫຼັງປັດຈຸບັນ ແຕ່ປະຊາຊົນສ່ວນໃຫຍ່ຍ້າຍໄປຢູ່ນຳຍາດຕິພີ່ນ້ອງ ແລະ ຄົນຮູ້ຈັກ, ມີແຕ່ເຄື່ອງຂອງ ແລະ ສັດລ້ຽງທີ່ຍ້າຍມາໄວ້ສູນພັກຊົ່ວຄາວ ໂດຍມີເຈົ້າໜ້າທີ່ເວນຍາມຕະຫຼອດ 24 ຊົ່ວໂມງ.

ຫຼ້າສຸດ ທ່ານ ບົວລາ ບຸນຍະເດດ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ ເມືອງຈຳພອນ, ຫົວໜ້າກອງເລຂາຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ເປີດເຜີຍຕໍ່ສື່ມວນຊົນ ເມື່ອວັນທີ 9 ກັນຍານີ້ວ່າ: ມາຮອດປັດຈຸບັນນ້ຳໄດ້ຍື່ງຂຶ້ນຖ້ວມ 25 ບ້ານຂອງເມືອງຈຳພອນ, ມີ 12 ບ້ານຖືກຕັດຂາດ ຕ້ອງໃຊ້ເຮືອໃນການສັນຈອນ, ໂຮງຮຽນ 15 ແຫ່ງ ຕ້ອງຢຸດຕິການຮຽນ – ການສອນ ເນື່ອງຈາກວ່າບາງແຫ່ງຖືກນໍ້າຖ້ວມ, ບາງແຫ່ງເຖິງວ່ານ້ຳບໍ່ຖ້ວມ ແຕ່ນັກຮຽນບໍ່ສາມາດໄປໂຮງຮຽນໄດ້ ຈຶ່ງໄດ້ຢຸດຕິການຮຽນ – ການສອນຊົ່ວຄາວ. ນອກຈາກນີ້, ຍັງມີເນື້ອທີ່ການຜະລິດຂອງປະຊາຊົນໃນ 60 ບ້ານ ໄດ້ຮັບຜົນກະທົບຫຼາຍກວ່າ 13 ພັນເຮັກຕາ.

+ກຸ່ມບ້ານຊຽງໄຄ ຖືກຕັດຂາດ ການສັນຈອນຕ້ອງໃຊ້ເຮືອ

ກຸ່ມບ້ານຊຽງໄຄ ເມືອງໄຊບູລີ ແຂວງສະຫວັນນະເຂດ ຖືກຕັດຂາດຈາກໂລກພາຍນອກ, ພາຍຫຼັງນໍ້າເຊນ້ອຍ ເຊິ່ງເປັນສາຂາຂອງເຊບັ້ງໄຟໄດ້ຍື່ງຖ້ວມເຂດກຸ່ມບ້ານດັ່ງກ່າວນັບຕັ້ງແຕ່ຕົ້ນເດືອນກັນຍາເປັນຕົ້ນມາ, ສົ່ງຜົນໃຫ້ເສັ້ນທາງ 6308 ເຊິ່ງເປັນເສັ້ນທາງຫຼັກໃນການສັນຈອນເຂົ້າຫາກຸ່ມບ້ານດັ່ງກ່າວໄດ້ຖືກນ້ຳຖ້ວມມາແຕ່ວັນທີ 4 ກັນຍາເປັນຕົ້ນມາ, ການເດີນທາງເຂົ້າສູ່ກຸ່ມບ້ານດັ່ງກ່າວຕ້ອງໄດ້ໃຊ້ເຮືອເທົ່ານັ້ນ, ຂະນະທີ່ປະຊາຊົນຍັງຕ້ອງການເຂົ້າສານ, ອາຫານແຫ້ງ ແລະ ນ້ຳດື່ມ.

ກຸ່ມບ້ານຊຽງໄຄ ເມືອງໄຊບູລີ ແຂວງສະຫວັນນະເຂດ ຕັ້ງຢູ່ລຽບຕາມເຊນ້ອຍ ມີທັງໝົດ 6 ບ້ານ. ໃນນັ້ນ, ຖືກນ້ຳຖ້ວມ 3 ບ້ານ ປະກອບມີ: ບ້ານແກ້ງແວງ, ຊຽງໄຄ ແລະ ດົງໝາກໄຟ ໂດຍແຕ່ລະບ້ານໄດ້ອາໄສໂຮງຮຽນເປັນສູນພັກຊົ່ວຄາວ.

ທ່ານ ຄຳສະຫວ່າງ ເມືອງພະຈັນ ນາຍບ້ານແກ້ງແວງ ກ່າວວ່າ: ໄດ້ເລີ່ມຍົກຍ້າຍປະຊາຊົນເຂົ້າມາຢູ່ໂຮງຮຽນປະຖົມບ້ານແກ້ງແວງ ເຊິ່ງສູນພັກຊົ່ວຄາວ ນັບແຕ່ວັນທີ 4 ກັນຍາເປັນຕົ້ນມາ, ມາຮອດວັນທີ 8 ກັນຍາ ມີປະປະຊາຊົນຍົກຍ້າຍມາຢູ່ 35 ຫຼັງຄາເຮືອນ, 50 ຄອບຄົວ.

+ເສັ້ນທາງເລກທີ 15 ອອກສູ່ຫວຽດນາມ ຍັງໃຊ້ການບໍ່ໄດ້

ທ່ານ ທຶງ ຈອມມະນີ ເຈົ້າເມືອງສາລະວັນ ແຂວງສາລະວັນ ລາຍງານໃນວັນທີ 9 ກັນຍານີ້ ວ່າ: ປັດຈຸບັນລະດັບນ້ຳເຊໂດນໄດ້ຫຼຸດລົງຢ່າງຕໍ່ເນື່ອງ ຈຳນວນ 42 ບ້ານ ທີ່ໄດ້ຮັບຜົນກະທົບສາມາດໄປ – ມາຫາກັນໄດ້ດ້ວຍທາງເຮືອ ແລະ ຍ່າງ ສ່ວນທາງຍັງມີຕົມ, ຫງ່າໄມ້ ແລະ ຂອນໄມ້ມາຕັນ.

ເມືອງສາລະວັນແມ່ນໜຶ່ງໃນ 3 ເມືອງ ( ເມືອງວາປີ ແລະ ເມືອງຄົງເຊໂດນ ) ແຂວງສາລະວັນ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມຄັ້ງນີ້ ປັດຈຸບັນຍັງປະເມີນຄວາມເສຍຫາຍໄດ້ຍາກ. ສຳລັບທ່ານໃດທີ່ຈະໃຊ້ເສັ້ນທາງເລກທີ 15 ອອກສູ່ຫວຽດນາມ ແມ່ນຍັງໃຊ້ການບໍ່ໄດ້ເນື່ອງຈາກເສັ້ນທາງດັ່ງກ່າວຍັງມີຫຼາຍຈຸດເປ່ເພ ແລະ ຖືກຕັດຂາດຈາກນ້ຳເຊາະເຈື່ອນ.

ເມືອງເຊບັ້ງໄຟມີ 10 ບ້ານ ທີ່ໄດ້ຮັບຜົນກະທົບໜັກ

ສະພາບນ້ຳຖ້ວມທີ່ເມືອງເຊບັ້ງໄຟ  ແຂວງຄຳມ່ວນ ວັນທີ 9 ກັນຍາ 2019 ທ່ານ ບຸນສີ ພົມມະໄຊ ເຈົ້າເມືອງເຊບັ້ງໄຟ ແຂວງຄຳມ່ວນ ລາຍງານວ່າ: ມີ 10 ບ້ານ ທີ່ໄດ້ຮັບຜົນກະທົບໜັກ ເຊິ່ງໄດ້ຍົກຍ້າຍປະຊາຊົນອອກຈາກພື້ນທີ່ແລ້ວ 2 ບ້ານ ຄື: ບ້ານແກ້ງແປ ແລະ ທ່າຄໍ້ ເພາະລະດັບນ້ຳແມ່ນຖ້ວມສູງ ບໍ່ສາມາດຢູ່ເຮືອນໄດ້ແລ້ວ ເຊິ່ງລະດັບນ້ຳເຊບັ້ງໄຟ ທີ່ຂົວເຊ ວັນທີ 9 ກັນຍານີ້ ແທກໄດ້ 21,42 ແມັດ ( ເຂດອັນຕະລາຍ 18,50 ແມັດ ) ເຊິ່ງກາຍເຂດອັນຕະລາຍຫຼາຍກວ່າ 2 ແມັດ ແລະ ລະດັບນ້ຳແມ່ນໄດ້ຢູ່ຕົວບໍ່ຂຶ້ນບໍ່ລົງ ໂດຍລະດັບນ້ຳໄດ້ເລີ່ມຂຶ້ນຖ້ວມເຮືອນຊານຂອງປະຊາຊົນແຕ່ວັນທີ 5 ກັນຍາ ຮອດປັດຈຸບັນນີ້.ຂະນະທີ່ການຊ່ວຍເຫຼືອພວກເຮົາກໍໄດ້ລະດົມຂົນຂວາຍກັນພາຍໃນເມືອງ ເຊິ່ງພວກເຮົາຂາດແຄນປັດຈຸບັນຄືນ້ຳດື່ມ ແລະ ຢາປົວພະຍາດ.

+ເສັ້ນທາງເລກທີ 13 ໃຕ້ ເຂດເມືອງຊະນະສົມບູນ ສາມາດທຽວໄດ້ແລ້ວ

ທ່ານ ຄຳໃສ ໝື່ນຫຼວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ   ແຂວງຈຳປາສັກ ລາຍງານວ່າ: ໃນເວລາ 14:30 ໂມງ ຂອງວັນທີ 9 ກັນຍາ 2019 ລະດັບນ້ຳຂອງທີ່ນະຄອນປາກເຊ ຫຼຸດລົງມາຢູ່ທີ່ 12,25 ແມັດ, ສ່ວນນ້ຳເຊໂດນແທກໄດ້ 11,6 ແມັດ.

ປັດຈຸບັນທາງແຂວງ, ເມືອງ, ປກສ, ປກຊ ແລະ ໜ່ວຍງານທີ່ກ່ຽວຂ້ອງໄດ້ນຳເອົາລົດ, ເຮືອທັນສະໄໝ ແລະ ຍົນ ຂະໜາດນ້ອຍເຂົ້າຊ່ວຍເຫຼືອປະຊາຊົນຕາມບ້ານຕ່າງໆ ແລະ ນຳເອົາຊີ້ນ, ປາ, ອາຫານແຫ້ງ ແລະ ນ້ຳດື່ມທີ່ໄດ້ຈາກການຊ່ວຍເຫຼືອຂອງສັງຄົມສົມທົບກັບພາກລັດເຂົ້າໄປຊ່ວຍແລ້ວຈຳນວນໜຶ່ງ ເຊັ່ນ: ເມືອງໂພນທອງ, ສຸຂຸມາ, ຈຳປາສັກ, ຊະນະສົມບູນ ແລະ ນະຄອນປາກເຊ.

ສ່ວນເສັ້ນທາງເລກທີ 13 ໃຕ້ເຂດບ້ານສະຜ່າຍ ເມືອງຊະນະສົມບູນ ຫ່າງຈາກນະຄອນປາກເຊ ປະມານ 20 ກິໂລແມັດ ທີ່ຖືກຕັດຂາດນັ້ນ ເຊິ່ງໜ່ວຍງານກ່ຽວຂ້ອງກໍາລັງເຂົ້າໄປແກ້ໄຂເພື່ອໃຫ້ສາມາດທຽວໄດ້ຊົ່ວຄາວ.

+ເຈົ້າແຂວງອັດຕະປື ສືບຕໍ່ຊ່ວຍເຫຼືອບັນເທົາທຸກຜູ້ຖືກຜົນກະທົບ ເມືອງສະໜາມໄຊ

ວັນທີ 9 ກັນຍາ 2019 ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມຄະນະນໍາຂອງແຂວງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ພໍ່ແມ່ປະຊາຊົນ ເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບນໍ້າຖ້ວມ ເຊິ່ງມີ 3 ຈຸດໃຫຍ່ ຄື: ຈຸດບ້ານອຸດົມສຸກ ປະກອບມີ 4 ບ້ານ ມີ 376 ຄອບຄົວ ລວມພົນລະເມືອງ 2.345 ຄົນ; ຈຸດບ້ານຫາດຍາວ ມີ 65 ຄອບຄົວ ມີພົນລະເມືອງ  218 ຄອບຄົວ ແລະ ຈຸດສູນພັກຊົ່ວຄາວດົງບາກ ມີທັງໝົດ 882 ຄອບຄົວ ມີພົນລະເມືອງ 3.490 ຄົນ. ເຄື່ອງທີ່ນໍາມາມອບປະກອບມີນໍ້າດື່ມ, ເຂົ້າ, ປ໋ອງປາ ແລະ ໝີ່…

ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ເນັ້ນຕໍ່ຈັດຕັ້ງບ້ານ ຈົ່ງເພີ່ມທະວີ ຄວາມເອົາໃຈເບິ່ງແຍງດູແລຄອບຄົວ ແລະ ຊີວິດການເປັນຢູ່ຂອງຜູ້ຖືກຜົນກະທົບໃຫ້ສູງຂຶ້ນ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ໂດຍສະເພາະບັນດາສື່ອອນລາຍຕ່າງໆ, ຊີ້ນຳປະຊາຊົນໃຫ້ມີຄວາມສາມັກຄີພ້ອມກັນສູ້ຊົນຜ່ານອຸປະສັກດ້ວຍການຊອກທຸກວິທີທາງອອກເພື່ອແກ້ໄຂຄອບຄົວຂອງຕົນໃຫ້ດີຂຶ້ນເທື່ອລະກ້າວ.