ໂສລະຍາ ອາຍຸ 16 ປີ ຄວ້າຕໍາແໜ່ງມິສທີນ ລາວ 2019

56

ໂສລະຍາ ຄອນດີ ( ລິນ ) ອາຍຸ 16 ປີ ຄວ້າມົງກຸດ ມິສທີນ ລາວ 2019 ພ້ອມກັບອີກ 2 ລາງວັນພິເສດ ຄື: ລາງວັນຖ່າຍຮູບງາມ ແລະ ລາງວັນສຸຂະພາບດີ ໃນການປະກວດ ມິສທີນ ລາວ 2019 ເມື່ອຕອນຄໍ່າວັນອາທິດທີ 8 ກັນຍາ 2019 ທີ່ສູນການຄ້າລາວ – ໄອເຕັກ ນະຄອນຫຼວງວຽງຈັນ.

ນາງ ຈັນພອນມະນີ ສຸດຕະວົງ ຮອງຜູ້ອຳນວຍການ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈຳກັດ ເຊິ່ງເປັນຜູ້ຈັດງານປະກວດ ມິສທີນ ລາວ 2019 ( Miss Teen Laos 2019 ) ກ່າວວ່າ: ການຈັດງານປະກວດໃນຄັ້ງນີ້ ແມ່ນຄັດເລືອກເອົານາງສາວລາວ ທີ່ມີອາຍຸ 14 ຫາ 18 ປີ ຜູ້ທີ່ມີໃບໜ້າສົດໃສ, ສຸຂະພາບດີ, ເກັ່ງ, ສະຫຼາດ, ຜູ້ມີຄວາມຮູ້ – ຄວາມສາມາດທາງດ້ານການສຶກສາ, ວັດທະນະທຳ ແລະ ກິດຈະກຳຕ່າງໆ ມາປະກວດສະແດງສັກກະຍະພາບຂອງຕົນ, ສະແດງໄຫວພິບປະຕິພານ ໃຫ້ຄະນະກຳມະການທັງ 12 ທ່ານ ໄດ້ໃຫ້ຄະແນນ.

ຜ່ານການປະກວດປາກົດວ່າ: ໝາຍເລກ MTL 02 ນາງ ໂສລະຍາ ຄອນດີ ອາຍຸ 16 ປີ ສູງ 170 ຊັງຕີແມັດ ເປັນຜູ້ຄວ້າມົງກຸດ ມິສທີນ ລາວ 2019 ມູນຄ່າ 80 ລ້ານກີບ ພ້ອມສາຍສະພາຍ, ລາງວັນທຶນການສຶກສາ 8 ລ້ານກີບ ແລະ ລາງວັນອື່ນໆອີກຫຼາຍລາງວັນ.



ສ່ວນຮອງອັບດັບ 1 ໄດ້ແກ່ ໝາຍເລກ MTL 19 ນາງ ມະຍຸລີ ຊູຕັນນຸວົງ ອາຍຸ 14 ປີ ສູງ 160 ຊັງຕີແມັດ ໄດ້ລາງວັນທຶນການສຶກສາ 4 ລ້ານກີບ.


ຮອງອັບດັບ 2 ໄດ້ແກ່ໝາຍເລກ MTL 18 ນາງ ແຮ່ນນ້າ ໂລເຊັ່ນບູ້ມ ອາຍຸ 18 ປີ ສູງ 165 ຊັງຕີແມັດ ໄດ້ລາງວັນທຶນການສຶກສາ 2 ລ້ານກີບ.

ນອກນັ້ນ, ຍັງມີລາງວັນພິເສດ 8 ລາງວັນ ເຊັ່ນ:

ລາງວັນຫຸ່ນດີ ( Miss Teen Body Perfect ) ໄດ້ແກ່ໝາຍເລກ MTL 09 ນາງ ອິນທິລາ ຈັນທະຈັກ.

ລາງວັນສຸຂະພາບດີ ( Miss Teen Healthy ) ໄດ້ແກ່ໝາຍເລກ MTL 02 ນາງ ໂສລະຍາ ຄອນດີ.

ລາງວັນຜິວງາມ ( Miss Teen Facial Skin ) ໄດ້ແກ່ໝາຍເລກ MTL 19 ນາງ ມະຍຸລີ ຊູຕັນນຸວົງ.

ລາງວັນຖ່າຍຮູບງາມ ( Miss Teen Photogenic ) ໄດ້ແກ່ໝາຍເລກ MTL 02 ນາງ ໂສລະຍາ ຄອນດີ.

ລາງວັນຂວັນໃຈມະຫາຊົນ ( Miss Teen Popular Vote ) ໄດ້ແກ່ໝາຍເລກ MTL 18 ນາງ ແຮ່ນນ້າ ໂລເຊັ່ນບູ້ມ.

ລາງວັນນິດໄສດີ ( Miss Teen Personality ) ໄດ້ແກ່ໝາຍເລກ MTL 05 ນາງ ຈັນມາລາ ສອນສິງຄຳ.

ລາງວັນໜ້າຮັກ ( Miss Teen Congeniality ) ໄດ້ແກ່ໝາຍເລກ MTL 16 ນາງ ລີ່ລີ້ ຈັນສີ.

ລາງວັນທີ່ພັດທະນາໄວ ( Miss Teen Rising Star ) ໄດ້ແກ່ໝາຍເລກ MTL 20 ນາງ ເຊລ້າ ສີຍາວົງ ເຊິ່ງແຕ່ລະລາງວັນໄດ້ທຶນການສຶກສາ 1 ລ້ານກີບ.

( ຂ່າວ: ກາວຊົ່ງ, ຮູບ:Lao postcard )