ໃຜມັກກິນ “ຊາໄຂ່ມຸກ” ຮູ້ໄວ້ !!! ຫາກກິນຫຼາຍອາດມີຜົນຂ້າງຄຽງທີ່ທໍາຮ້າຍສຸຂະພາບທ່ານ

144

ແຫຼ່ງຂ່າວຈາກຫວຽດນາມເນັດລາຍງານໃນວັນທີ ທ້າຍເດືອນ ສິງຫາ 2019 ຜ່ານມາວ່າ ບ່າວຫວຽດນາມໄວ 20 ປີຄົນໜຶ່ງເຈັບທ້ອງຮຸນແຮງ ຈົນຕ້ອງເຂົ້າໂຮງໝໍກະທັນຫັນ ເມື່ອແພດກວດແລ້ວພົບວ່າມີການອຸດຕັນຂອງອາຫານໃນລຳໄສ້ຈິ່ງຕ້ອງທຳການຜ່າຕັດດ່ວນ ແລະຫຼັງຈາກການຜ່າຕັດພົບວ່າ ມີກ້ອນແປ້ງມັນຕົ້ນສີຂຽວດຳຂະໜາດໃຫຍ່ 2 ກ້ອນຢູ່ໃນນັ້ນ.

ລາຍງານລະບຸວ່າ ກ່ອນການຜ່າຕັດ ແພດໄດ້ໃຊ້ກ້ອງສ່ອງ ພົບສິ່ງແປກໆໃນລຳໄສ້ ແພດຈິ່ງສອບຖາມຄົນເຈັບ ຊາບເລື່ອງມາວ່າຊາຍໜຸ່ມຄົນດັ່ງກ່າວເຮັດວຽກໃນຮ້ານຊາໄຂ່ມຸກແຫ່ງໜຶ່ງ ຈິ່ງເລືອກດື່ມຊາໄຂ່ມຸກແທນເຄື່ອງດື່ມອື່ນໆ ກ່ອນຈະປ່ຽນມາດື່ມຊານົມໄຂ່ມຸກຢ່າງດຽວແທນອາຫານທັງ 3 ຄາບ(ເຊົ້າ, ສວາຍ, ແລງ).

ຂ່າວຍັງລາຍງານອີກວ່າທີ່ຈິງແລ້ວຊາຍໜຸ່ມຜູ້ນີ້ບໍ່ແມ່ນຫາກໍ່ເລີ່ມເຈັບທ້ອງ ຫາກໄດ້ເລີ່ມມີອາການມາແຕ່ເດືອນກໍລະກົດແລ້ວ ເຈັບແສບໆມາປະມານ 20 ວັນ ກ່ອນທີ່ອາການຈະຊຸດລົງໜັກຈົນທົນບໍ່ໄຫວ ແລະຄອບຄົວຕັດສິນໃຈນຳຕົວຜູ້ກ່ຽວເຂົ້າປິ່ນປົວຢູ່ໂຮງໝໍ…

ການກວດວິໄຈຂອງທີມແພດທີ່ປິ່ນປົວຊາຍໜຸ່ມໄວ 20 ປີນີ້ລະບຸວ່າ: ຄົນເຈັບມີພາວະໄສ້ອຸດຕັນ ເນື່ອງຈາກເສດອາຫານທີ່ຕົກຄ້າງບໍ່ຍ່ອຍລົງໄປ ກົງກັນຂ້າມມັນມາລວມຕົວກັນໃນລຳໄສ້ ແລະທັບຖົມກັນຫຼາຍຈົນກາຍເປັນກ້ອນແຂງ ແພດຈິ່ງຕ້ອງຜ່ານຕັດ ເພື່ອນຳເອົາກ້ອນປິດສະໜານັ້ນອອກມາ ແລ້ວນຳໄປວິໄຈຈິ່ງຮູ້ວ່າ ໃນນັ້ນມີສ່ວນປະສົມຂອງແປ້ງມັນຕົ້ນ.

ນີ້ເປັນຂ່າວຕໍ່ເນື່ອງຈາກກໍລະນີທີ່ລາຍງານກ່ອນໜ້ານີ້ວ່າມີຍິງສາວຊາວຈີນໄວ 14 ປີ ກໍ່ມີພາວະລຳໄສ້ອຸດຕັນ ເພາະໄຂ່ມຸກຈາກຊານົມທີ່ດື່ມເຂົ້າໄປ ເຊິ່ງລາຍນັ້ນ ລະບຸວ່າແພດໄດ້ພົບໄຂ່ມຸກຄ້າງຢູ່ຕາມກະເພາະ, ລຳໄສ້ໃຫຍ່ ຈົນໄປຮອດທວານໜັກ ເນື່ອງໄຂ່ມຸກບໍ່ຍ່ອຍ.

ຢ່າງໃດກໍ່ຕາມຈາກເຫດການເຈັບທ້ອງກະທັນຫັນຫຼາຍລາຍນັ້ນ ໄດ້ມີຜູ້ຊ່ຽວຊານດ້ານທາງເດີນອາຫານໄດ້ອອກມາໃຫ້ເຫດຜົນວ່າ ຄວາມຜິດປົກກະຕິທີ່ເກີດຂຶ້ນນັ້ນອາດບໍ່ແມ່ນເກີດຈາກໄຂ່ມຸກ 100%, ແນ່ນອນວ່າຜູ້ປ່ວຍເຫຼົ່ານັ້ນຕ້ອງມີພະຍາດບາງຢ່າງຢູ່ແລ້ວເຊັ່ນ: ລຳໄສ້ຕີບ ຫຼື ມີບາດແຜບາງຢ່າງທີ່ກົດລຳໄສ້ຢູ່ຈິ່ງເຮັດໃຫ້ອາຫານທີ່ກືນລົງໄປບໍ່ສາມາດຍ່ອຍສະໄຫຼໄດ້ລວມທັງໄຂ່ມຸກທີ່ມີສ່ວນປະສົມຂອງແປ້ງມັນຕົ້ນຄືດັ່ງທີ່ລະບຸໃນຂ່າວ.