ໄຊຍະບູລີ ຍຸບເລີກໂຮງງານປຸງແຕ່ງໄມ້ 85 ແຫ່ງ

61

ກອງປະຊຸມສະເພາະກິດການຄຸ້ມຄອງ ແລະ ດັດສົມໂຮງງານປຸງແຕ່ງໄມ້ທົ່ວ  ແຂວງໄຊຍະບູລີ ເມື່ອວັນທີ 06 ກັນຍາຜ່ານມາ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງໄຊຍະບູລີ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວາດ       ຂຸນດາວົງ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຈັນເພັງ ພັນຖຸອາມາດ ວ່າການຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຮອງເຈົ້າເມືອງ ພ້ອມດ້ວຍຫົວໜ້າຫ້ອງການການຄ້າເມືອງ 11 ເມືອງ ທີ່ເປັນຄະນະສະເພາະກິດເຂົ້າຮ່ວມ.

ທ່ານ ຈັນເພັງ ພັນຖຸອາມາດ ວ່າການຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ກ່າວວ່າ:  ການຈັດຕັ້ງປະຕິບັດຄຸ້ມຄອງ ແລະ ດັດສົມໂຮງງານປຸງແຕ່ງໄມ້ແຂວງໄຊຍະບູລີ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2008 ເປັນຕົ້ນມາ; ພາຍຫຼັງທີ່ທາງແຂວງ ກໍຄືພະແນກອຸດສາຫະກຳ ແລະ ການຄ້າ ໄດ້ຮັບຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທິີ 15/ນຍ ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ແລະ ທຸລະກິດໄມ້ ພວກເຮົາກໍໄດ້ສົມທົບກັບອຳນາດການປົກຄອງແຂວງ ແລະ ຂະແໜງການກ່ຽວຂ້ອງພາຍໃນແຂວງ ເພື່ອຄົ້ນຄວ້າປຶກສາຫາລືວິທີການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄໍາສັ່ງດັ່ງກ່າວ ໂດຍໄດ້ແຕ່ງຕັ້ງພະນັກງານລົງຈັດຕັ້ງປະຕິບັດຄໍາສັ່ງ ເລກທີ15/ນຍ, ສົມທົບກັບອໍານາດການປົກຄອງ ແລະ ຂະແໜງການກ່ຽວຂ້ອງເມືອງ ເພື່ອຕິດຕາມກວດກາ ແລະ ເກັບກໍາຂໍ້ມູນ ໂຮງງານປຸງແຕ່ງໄມ້, ການຄຸ້ມຄອງການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໃນທົ່ວແຂວງ.

ຜ່ານການຈັດຕັ້ງປະຕິບັດຜ່ານມາເຖິງປັດຈຸບັນ ເຫັນວ່າໂຮງງານປຸງແຕ່ງໄມ້ທີ່ອະນຸຍາດໃຫ້ດໍາເນີນກິດຈະການທັງໝົດ 111 ແຫ່ງ, ໂຮງງານຂັ້ນ I ມີ 39 ແຫ່ງ, ຂັ້ນ II ມີ 61 ແຫ່ງ ແລະ ຫັດຖະກໍາແບບຄອບຄົວ 11 ແຫ່ງ. ໃນນີ້, ແຂວງໄຊຍະບູລີ ອອກຂໍ້ຕົກລົງສັ່ງຍົກເລີກມີ 85 ແຫ່ງ ( ໂຮງງານປຸງແຕ່ງໄມ້ຂັ້ນ I ມີ 31 ແຫ່ງ, ຂັ້ນ II ມີ 46 ແຫ່ງ ແລະ ຫັດຖະກໍາແບບຄອບຄົວມີ 8 ແຫ່ງ ).

ມາຮອດປັດຈຸບັນໂຮງງານທີ່ໄດ້ຍຸບເລີກ ແລະ ຮື້ຖອນເຄື່ອງຈັກແລ້ວມີ 66 ແຫ່ງ, ປະກອບດ້ວຍໂຮງງານຂັ້ນ I ຈຳນວນ 21 ແຫ່ງ, ຂັ້ນ II ມີ 38 ແຫ່ງ ແລະ ຫັດຖະກໍາແບບຄອບຄົວມີ 7 ແຫ່ງ; ຍັງບໍ່ທັນໄດ້ຍຸບເລີກ ແລະ ຮື້ຖອນມີ 19 ແຫ່ງ ( ໂຮງງານຂັ້ນ I ມີ 10 ແຫ່ງ, ຂັ້ນ II ມີ 8 ແຫ່ງ ແລະ ຫັດຖະກໍາແບບຄອບຄົວມີ 1 ແຫ່ງ ).

ສ່ວນໂຮງງານທີ່ໃຫ້ສືບຕໍ່ດໍາເນີນກິດຈະການຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ເລກທີ 146/ຈຂຊຍ ລົງວັນທີ 9 ກຸມພາ 2017 ມີຈໍານວນ 26 ແຫ່ງ ປະກອບດ້ວຍໂຮງງານຂັ້ນ I ມີ 8 ແຫ່ງ, ຂັ້ນ II ມີ 15 ແຫ່ງ ແລະ ຫັດຖະກໍາແບບຄອບຄົວມີ 3 ແຫ່ງ.

ທ່ານຍັງໄດ້ກ່າວຕື່ມວ່າ: ເພື່ອສືບຕໍ່ປະຕິບັດວຽກງານຄຸ້ມຄອງ ແລະ ດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້ໃນຕໍ່ໜ້ານີ້ ພະແນກອຸດສາຫະກໍາ ແລະ ການຄ້າ ຕ້ອງໄດ້ສົມທົບກັບສະເພາະກິດຂອງແຂວງ ອໍານາດການປົກຄອງເມືອງລົງກວດກາໂຮງງານທີ່ໃຫ້ຢຸດເຊົາແຕ່ບໍ່ຢຸດເຊົາ ແລະ ຮື້ຖອນເຮັດບົດບັນທຶກໃຫ້ຢຸດເຊົາ ແລະ ຮື້ຖອນຢ່າງສິ້ນເຊີງ, ໂດຍກຳນົດມາດຕະການປະຕິບັດ ແລະ ເວລາແນ່ນອນໃຫ້ຢຸດເຊົາ ແລະ ຮື້ຖອນ; ສຳລັບໄມ້ຄ້າງສະໜາມແມ່ນຈະໄດ້ກວດກາຄືນລະອຽດເປັນແຕ່ລະໂຮງງານ ແລະ ກຳນົດເວລາການຜະລິດ ຫຼື ມີວິທີການອື່ນທີ່ເໝາະສົມໃນການຫຼຸດຊ່ອງວ່າງທີ່ເຫັນໄດ້ວ່າໄມ້ຄ້າງໃນໂຮງງານບໍ່ໝົດຈັກເທື່ອ.

ສໍາລັບໂຮງງານທີ່ຢຸດເຊົາ ແລະ ຮື້ຖອນທັງໝົດນັ້ນ ແມ່ນຈະໄດ້ລົບຊື່ອອກຈາກບັນຊີຄຸ້ມຄອງທັງໝົດຢ່າງຂາດຕົວ.

( ຂ່າວ: ບຸນທີ ແສງຈັນທະລາ )