ນາຍົກ ລົງຕິດຕາມ ແລະ ຢ້ຽມຢາມຜູ້ປະສົບໄພ ພ້ອມເນັ້ນແຕ່ລະແຂວງເອົາໃຈໃສ່ຊ່ວຍເຫຼືອຢ່າງທົ່ວເຖິງ

89

ທ່ານນາຍົກລັດຖະມົນຕີ ໄດ້ລົງພື້ນທີ່ຊີ້ນຳໃຫ້ທຸກອົງການປົກຄອງທ້ອງຖິ່ນເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນສຸມໃສ່ໃຫ້ບໍລິການດ້ານສຸຂະນາໄມໃຫ້ທົ່ວເຖິງ ຫາກພົບບັນຫາຫຍຸ້ງຍາກແມ່ນໃຫ້ຂໍທິດຊີ້ນຳຈາກຂັ້ນເທິງໂດຍດ່ວນ ເພື່ອແກ້ໄຂໃຫ້ທັນການ. ສ່ວນສະຖານະການຢູ່ແຂວງຈຳປາສັກ ລະດັບນ້ຳຂອງແທກໃນຕອນເຊົ້າຂອງວັນທີ 8 ກັນຍາຢູ່ທີ່ 12,79 ແມັດ ແຕ່ລະດັບນ້ຳຍັງໄຫຼແຮງ, ເສັ້ນທາງຫຼາຍຈຸດຕັດຂາດ ເຮັດໃຫ້ການເຂົ້າຊ່ວຍເຫຼືອປະຊາຊົນທີ່ຍົກຍ້າຍໄປຢູ່ຈຸດສູງເປັນໄປຢ່າງລຳບາກ.

ໃນວັນທີ 7 ກັນຍາ 2019 ທ່ານ ທອງລຸນ    ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມເພື່ອພົບປະໂອ້ລົມ, ໃຫ້ກຳລັງໃຈພໍ່ແມ່ປະຊາຊົນ ແລະ ຊຸກຍູ້ການແກ້ໄຂໄພນ້ຳຖ້ວມຢູ່ແຂວງສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ.

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ໄດ້ເລີ່ມຕົ້ນດ້ວຍການໄປຢ້ຽມຢາມ ແລະ ພົບປະໂອ້ລົມກັບພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ. ໃນນັ້ນ, ໄດ້ຮັບຟັງການລາຍງານສະພາບຜົນກະທົບ ແລະ ການແກ້ໄຂໄພພິບັດນໍ້າຖ້ວມທີ່ເກີດຂຶ້ນຢູ່ພາຍໃນແຂວງສະຫວັນນະເຂດ ຈາກ ທ່ານ ສັນຕິພາບ ພົມວິຫານ ເຈົ້າ  ແຂວງສະຫວັນນະເຂດ ເຊິ່ງເຫັນວ່າ ທົ່ວແຂວງປະສົບໄພນໍ້າຖ້ວມມີ 9 ເມືອງ, 86 ບ້ານ, 29.000 ກວ່າຄອບຄົວ, ນໍ້າຖ້ວມພື້ນທີ່ການຜະລິດ ປະມານ 37.000 ເຮັກຕາ, ໜອງປາ 446 ໜອງ, ສັດລ້ຽງ ( ງົວ – ຄວາຍ ) ຕາຍ 19 ໂຕ, ລະບົບຊົນລະປະທານ 26 ແຫ່ງ, ເສັ້ນທາງ 48 ເສັ້ນ ແລະ ອື່ນໆ.

ໃນເວລາຕໍ່ມາ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມ, ພົບປະໂອ້ລົມ ແລະ ໃຫ້ກຳລັງໃຈແກ່ຜູ້ໄດ້ຮັບຜົນກະທົບຢູ່ເມືອງຄົງເຊໂດນ ແຂວງສາລະວັນ ເຊິ່ງເປັນອີກເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໜັກໜ່ວງຫຼາຍສົມຄວນ, ເຮັດໃຫ້ເສັ້ນທາງເຊື່ອມຕໍ່ຫາແຂວງຈຳປາສັກ ແລະ ເທສະບານແຂວງສາລະວັນ ຖືກຕັດຂາດບໍ່ສາມາດສັນຈອນໄປ – ມາໄດ້ ເປັນໄລຍະເວລາ 2 – 3 ວັນ, ມີ 71 ບ້ານ, 10.147 ຄອບຄົວ ຖືກຜົນກະທົບຈາກໄພນ້ຳຖ້ວມ; ເນື້ອທີ່ທຳການຜະລິດຖືກນ້ຳຖ້ວມທັງໝົດ 16.900 ເຮັກຕາ. ໃນນີ້, ເນື້ອທີ່ກະສິກຳເສຍຫາຍ 15.300 ເຮັກຕາ, ເນື້ອທີ່ໜອງປາ 52 ເຮັກຕາ; ເສັ້ນທາງຄົມມະນາຄົມຖືກນ້ຳຖ້ວມ 32 ກິໂລແມັດ, ທາງເຂົ້າຫາແຕ່ລະບ້ານຖືກຕັດຂາດ ແລະ ອື່ນໆ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວຕິດຕາມເບິ່ງສະພາບນໍ້າຖ້ວມ ແລະ ການແກ້ໄຂຜົນກະທົບທີ່ເກີດຂຶ້ນ ຢູ່ແຂວງຈຳປາສັກ ເຊິ່ງເຫັນວ່າ ໃນທົ່ວແຂວງໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຈຳນວນ 396 ບ້ານ, 37.662 ຄອບຄົວ, 176.685 ຄົນ; ບ້ານທີ່ຖືກນໍ້າຖ້ວມ 104 ບ້ານ, ປະຊາຊົນຖືກຍົກຍ້າຍຊົ່ວຄາວ 6.466 ຄອບຄົວ ລວມ 40.033 ຄົນ, ເສັ້ນທາງ 281 ກິໂລແມັດ, ເນື້ອທີ່ນາ 34.327 ເຮັກຕາ, ເນື້ອທີ່ສວນ 3.017 ເຮັກຕາ, ລະບົບຊົນລະປະທານ 46 ແຫ່ງ ແລະ ອື່ນໆ.

ການຢ້ຽມຢາມ ແລະ ພົບປະກັບພາກສ່ວນທີ່ກ່ຽວຂ້ອງຢູ່ສະຖານທີ່ຕ່າງໆໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ມີຄວາມເປັນຫ່ວງເປັນໄຍ, ຖາມເຖິງສະພາບຊີວິດການເປັນຢູ່ຂອງປະຊາຊົນ, ສະພາບນໍ້າຖ້ວມ ແລະ ຜົນເສຍຫາຍ, ການຊ່ວຍເຫຼືອ ແລະ ແກ້ໄຂບັນຫາຕ່າງໆ, ຄວາມຕ້ອງການອັນຈຳເປັນ ແລະ ອື່ນໆ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຄວາມເອົາໃຈໃສ່, ຄວາມສາມັກຄີຮັກແພງຂອງອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໄດ້ດີ ແລະ ທັນການ ໂດຍສະເພາະອ້າຍເອື້ອຍນ້ອງທະຫານ, ເຈົ້າໜ້າທີ່ຕຳຫຼວດ, ອາສາສະໝັກກູ້ໄພ, ປະຊາຊົນດ້ວຍກັນ ແລະ ອື່ນໆ ທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ວັດຖຸສິ່ງຂອງເຂົ້າໃນການຊ່ວຍເຫຼືອ, ຍົກຍ້າຍປະຊາຊົນ, ລຳລຽງວັດຖຸສິ່ງຂອງທີ່ຈຳເປັນ, ສັດລ້ຽງ… ໄປສູ່ເຂດທີ່ປອດໄພ.

ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເອົາໃຈໃສ່ຕື່ມ ເປັນຕົ້ນໃຫ້ເອົາໃຈໃສ່ກອບກູ້, ຍົກຍ້າຍປະຊາຊົນ ແລະ ວັດຖຸສິ່ງຂອງທີ່ຈຳເປັນໄປຢູ່ທີ່ປອດໄພໃຫ້ໄດ້ທັງໝົດ; ໃຫ້ເອົາໃຈໃສ່ເບິ່ງແຍງດູແລສຸຂະພາບ, ສຸຂະນາໄມຂອງປະຊາຊົນໃຫ້ດີ, ມີຫ້ອງນໍ້າ ລວມທັງອຸປະກອນການແພດ ແລະ ຢາປົວພະຍາດທີ່ພຽງພໍ, ໃຫ້ມີແພດໝໍບໍລິການດ້ານສາທາລະນາສຸກຢ່າງເປັນປົກກະຕິ ແລະ ທົ່ວເຖິງໃນແຕ່ລະຈຸດເຕົ້າໂຮມ; ໃຫ້ສະໜອງເຄື່ອງອຸປະໂພກ – ບໍລິໂພກທີ່ຈຳເປັນ ເຊັ່ນ: ອາຫານການກິນ, ນໍ້າດື່ມ – ນໍ້າໃຊ້ທີ່ສະອາດ, ເຄື່ອງໃຊ້ຂອງສອຍ ແລະ ອື່ນໆ ໃຫ້ແກ່ຜູ້ປະສົບໄພຢ່າງພຽງພໍ ແລະ ທັນການ; ການແກ້ໄຂໄພພິບັດຕ້ອງມີການຈັດຕັ້ງບັນຊາ, ແບ່ງຄວາມຮັບຜິດຊອບລະອຽດຈະແຈ້ງ, ລົງເລິກຊີ້ນຳໃຫ້ແທດຕົວຈິງ, ມີລະບົບການປະສານງານທີ່ສະດວກ, ວ່ອງໄວ, ມີແຜນການແກ້ໄຂທີ່ດີ, ມີການຕິດຕາມ – ກວດກາຢ່າງເປັນປົກກະຕິ ເມື່ອພົບບັນຫາຍຸ້ງຍາກໃຫ້ມີການປຶກສາຫາລືກັນ ຫຼື ຂໍທິດຊີ້ນຳຈາກຂັ້ນເທິງຢ່າງທັນການ, ເດັດຂາດບໍ່ໃຫ້ຊັກຊ້າແກ່ຍາວ; ໃຫ້ເອົາໃຈໃສ່ຕໍ່ວຽກງານການປ້ອງກັນຄວາມສະຫງົບ, ປົກປັກຮັກສາວັດຖຸສິ່ງຂອງຂອງປະຊາຊົນໃຫ້ດີ, ບໍ່ໃຫ້ມີການສວຍໂອກາດເກີດຂຶ້ນ ໂດຍສະເພາະບັນຫາຂີ້ລັກ ແລະ ການຂຶ້ນລາຄາສິນຄ້າທີ່ອາດເກີດຂຶ້ນ; ເອົາໃຈໃສ່ຕ້ານຫາງສຽງບໍ່ດີ ໂດຍສະເພາະການໃສ່ຮ້າຍປ້າຍສີ, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ ກໍຄືການສ້າງ ຄວາມປັ່ນປ່ວນຕ່າງໆ; ເອົາໃຈໃສ່ປຸກລະດົມກຳລັງແຮງພາຍໃນ ກໍຄືທ້ອງຖິ່ນເຂົ້າໃນການຊ່ວຍເຫຼືອ ແລະ ແກ້ໄຂບັນຫາໄພພິບັດຄັ້ງນີ້ຢ່າງມີປະສິດທິຜົນ; ຮີບຮ້ອນຈັດສັນຫາວັດຖຸສິ່ງຂອງທີ່ຈຳເປັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເປັນຕົ້ນອາຫານ, ນ້ຳດື່ມ, ເຮືອ, ພາຫະນະຮັບໃຊ້, ເຄື່ອງໃຊ້ສອຍຕ່າງໆ, ຢາປົວພະຍາດ… ທີ່ເຫັນວ່າບໍ່ທັນພຽງພໍ ເພື່ອແກ້ໄຂບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນໂດຍໄວ.

ໃນໂອກາດລົງຢ້ຽມຢາມ ແລະ ພົບປະອົງການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ມອບເງິນຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນຈຳນວນໜຶ່ງໃຫ້ 3 ແຂວງດັ່ງກ່າວ.

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນ ພ້ອມດ້ວຍຄະນະ ລົງຢ້ຽມຢາມເພື່ອໃຫ້ກຳລັງໃຈ ແລະ ພົບປະໂອ້ລົມຖາມເຖິງສະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພນໍ້າຖ້ວມຢູ່ຈຸດພັກຊົ່ວຄາວ ບ້ານປາກຊອນ ເມືອງຊະນະສົມບູນ ແຂວງຈຳປາສັກ ພ້ອມທັງຊຸກຍູ້ ແລະ ຊີ້ນຳຕໍ່ອົງການປົກຄອງທ້ອງຖິ່ນ ແກ້ໄຂໄພພິບັດນໍ້າຖ້ວມໃນຄັ້ງນີ້ໃຫ້ຜ່ານພົ້ນໄປດ້ວຍດີໂດຍໄວ.

ລະດັບນ້ຳຫຼຸດລົງແຕ່ກະແສນ້ຳຍັງໄຫຼແຮງ ການຊ່ວຍເຫຼືອປະຊາຊົນເປັນໄປຢ່າງລຳບາກ

ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ ໃຫ້ຮູ້ວ່າ: ສະພາບນໍ້າຖ້ວມໃນ ແຂວງຈໍາປາສັກ ເລີ່ມຫຼຸດລົງຢ່າງຕໍ່ເນື່ອງ ເນື່ອງຈາກຝົນເລີ່ມຢຸດເຊົາ ແລະ ມີແດດອອກມາ, ເຮັດໃຫ້ລະດັບນໍ້າຂອງວັດແທກເວລາ 6:00 ໂມງ ຂອງວັນທີ 6 ກັນຍາ 2019 ຢູ່ທີ່ 13,60 ແມັດ, ມາຮອດເວລາ 16:00 ໂມງ ວັດແທກໄດ້ 13,52 ແມັດ ທຽບໃສ່ຕອນເຊົ້າຫຼຸດລົງ 8 ຊັງຕີແມັດ. ຫຼ້າສຸດ, ລະດັບນ້ຳຂອງທີ່ແທກໄດ້ຕອນເຊົ້າເວລາ 06:00 ໂມງ ຂອງວັນທີ 8 ກັນຍາ 2019 ລະດັບນ້ຳຂອງແທກໄດ້ 12,79 ແມັດ. ພ້ອມດຽວກັນນັ້ນ, ລະດັບນໍ້າເຊໂດນ ກໍເລີ່ມຫຼຸດລົງຕາມລໍາດັບ. ເຖິງຢ່າງໃດກໍຕາມ, ເຖິງແມ່ນວ່າລະດັບນໍ້າຈະຄ່ອຍຫຼຸດລົງ ແຕ່ການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພກໍຍັງບໍ່ສາມາດທົ່ວເຖິງໄດ້ ເນື່ອງຈາກວ່ານໍ້າຍັງໄຫຼແຮງ, ເສັ້ນທາງທີ່ຈະໃຊ້ສັນຈອນໄປຫາປະຊາຊົນທີ່ຫຼົບໄພຢູ່ເຂດພູສູງຖືກຕັດຂາດ ໂດຍສະເພາະແມ່ນຜູ້ປະສົບໄພຢູ່ເມືອງຊະນະສົມບູນ ທີ່ຖືວ່າກະທົບໜັກສຸດ ປະຊາຊົນທີ່ໜີໄພຂຶ້ນໄປຈຸດປອດໄພກໍບໍ່ມີສະບຽງອາຫານ, ຂາດນໍ້າດື່ມ, ບໍ່ມີອາຫານຈຸນເຈືອ ມີພຽງຄອງຄອຍການຊ່ວຍເຫຼືອທີ່ຈະເຂົ້າໄປເຖິງເຂົາເຈົ້າເທົ່ານັ້ນ ເຊິ່ງໜ່ວຍງານທີ່ກ່ຽວຂ້ອງກໍຂຸ້ນຂ້ຽວເຮັດທຸກວິທີທາງເພື່ອໃຫ້ເຂົ້າເຖິງເຂົາເຈົ້າເຫຼົ່ານັ້ນໂດຍໄວ.

ແຂວງສາລະວັນ

ຄະນະຄຸ້ມຄອງໄພພິບັດຂັ້ນແຂວງສາລະວັນ ໄດ້ລາຍງານໃຫ້ຮູ້ວ່າ: ສະພາບຝົນຕົກ ແລະ ນ້ຳຖ້ວມຢູ່ແຂວງສາລະວັນ ມາຮອດປັດຈຸບັນ ໂດຍສະເພາະສະພາບນ້ຳຖ້ວມເມືອງສາລະວັນ ແລະ ເມືອງວາປີ ແມ່ນກັບເຂົ້າສູ່ລະດັບປົກກະຕິແລ້ວ ປະຊາຊົນສາມາດກັບຄືນເຂົ້າສູ່ເຮືອນໄດ້ 100% ແລ້ວ ສ່ວນເມືອງຄົງເຊໂດນ ລະດັບນ້ຳຫຼຸດລົງແດ່ແລ້ວ ແຕ່ຍັງຢູ່ເຂດອັນຕະລາຍ ເຊິ່ງລະດັບນ້ຳຄົງເຊໂດນທີ່ແທກໃນເວລາ 6:00 ໂມງ ຂອງວັນທີ 8 ແທກໄດ້ 11,53 ແມັດ, ລະດັບເຕືອນໄພ 11,00 ແມັດ ແລະ ລະດັບອັນຕະລາຍ 12,00 ແມັດ ປະຊາຊົນຈຳນວນໜຶ່ງທີ່ອາໄສຢູ່ຕາມເສັ້ນທາງເລກທີ 13 ໃຕ້ ແມ່ນສາມາດເຂົ້າໄປອະນາໄມ ແລະ ທຳຄວາມສະອາດບ້ານເຮືອນ ແລະ ອາໄສຢູ່ໄດ້ແລ້ວ ສ່ວນປະຊາຊົນທີ່ອາໄສຢູ່ຕາມ 2 ຟາກນ້ຳຄົງເຊໂດນ ຍັງບໍ່ສາມາດເຂົ້າໄດ້.

ຕ້ອງການຄວາມຊ່ວຍເຫຼືອ ຄື: ງົບປະມານການບູລະນະ – ສ້ອມແປງຜົນເສຍຫາຍຈາກຜົນກະທົບນ້ຳຖ້ວມ; ເຂົ້າ, ນ້ຳດື່ມ, ເຄື່ອງອຸປະໂພກ – ບໍລິໂພກໃຫ້ປະຊາຊົນ, ຢາປົວພະຍາດ ແລະ ອື່ນໆ.

ແຂວງອັດຕະປື

ທ່ານ ນາງ ບຸນນານ ບຸນຍະແສງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໃຫ້ຮູ້ວ່າ: ປັດຈຸບັນສະພາບອາກາດພາຍໃນແຂວງ ອັດຕະປື ຍັງມີຝົນຕົກລະດັບຄ່ອຍເປັນບາງຄັ້ງຄາວ ສ່ວນສະພາບນ້ຳຖ້ວມໃນເທສະບານເມືອງສະໜາມໄຊ ນໍ້າໄດ້ຫຼຸດລົງແລ້ວ ຍັງແຕ່ເສັ້ນທາງຈາກເທສະບານເມືອງ ຫາ ເທສະບານແຂວງບາງຈຸດທີ່ຍັງບໍ່ທັນສາມາດຜ່ານໄດ້ເພາະນໍ້າຖ້ວມຂົວຫຼາຍແຫ່ງ ເຮັດໃຫ້ການເດີນທາງພົບ ຄວາມຫຍຸ້ງຍາກ ໄປໄດ້ແຕ່ລົດໃຫຍ່. ສ່ວນຄວາມຕ້ອງການຮີບດ່ວນສຳລັບປະຊາຊົນ ແມ່ນເຂົ້າກິນ, ນ້ຳດື່ມ ແລະ ອາຫານແຫ້ງ.

ແຂວງເຊກອງ

ຈາກຂໍ້ມູນຂອງຄະນະກໍາມະການ ແລະ ຄວບຄຸມໄພພິບັດແຂວງເຊກອງ ໃຫ້ຮູ້ວ່າ: ສະຖານະການນໍ້າຖ້ວມຢູ່ແຂວງເຊກອງເລີ່ມກັບເຂົ້າສູ່ສະພາບປົກກະຕິແລ້ວ ລະດັບນ້ຳໃນຕອນເຊົ້າຂອງວັນທີ 7 ກັນຍາ 2019 ແທກໄດ້ 6,85 ແມັດ ເຂດເຕືອນໄພ 17,50 ແມັດ ແລະ ເຂດອັນຕະລາຍ 18,50 ແມັດ. ( ຂໍ້ມູນລະດັບນ້ຳ – ນ້ຳເຊກອງ ບ້ານທ່າຫຼວງ ).

ດ້ານ ທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະ ຫົວໜ້າກອງເລຂາ ຄະນະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດໄດ້ໃຫ້ສຳພາດແກ່ສື່ມວນຊົນ ໃນວັນທີ 8 ກັນຍາ 2019 ວ່າ: ນໍ້າຖ້ວມ 6 ແຂວງພາກໃຕ້ແມ່ນກວມເອົາທັງໝົດ 37 ເມືອງ, 1.187 ບ້ານ ທີ່ຖືກຜົນກະທົບ, ມີປະຊາຊົນໄດ້ຮັບຜົນກະທົບ 122.892 ຄອບຄົວ, 224.604 ຄົນ ຖືກກະທົບ. ໃນນີ້, ມີຜູ້ເສຍຊີວິດ 10 ຄົນ      ( ແຂວງສະຫວັນນະເຂດ 3 ຄົນ, ສາລະວັນ 2 ຄົນ ແລະ ຈໍາປາສັກ 5 ຄົນ ), ຍົກຍ້າຍ 7.559 ກວ່າຄອບຄົວ ( 64.022 ກວ່າຄົນ ), ບ້ານເຮືອນຂອງປະຊາຊົນຈໍານວນຫຼາຍຖືກນໍ້າຖ້ວມ, ພື້ນທີ່ການຜະລິດກະສິກໍາ ເຊັ່ນ: ເນື້ອທີ່ນາ 139.829 ກວ່າເຮັກຕາ, ສວນ 251 ເຮັກຕາ, ໜອງປາ 1.922 ໜອງ, ສັດລ້ຽງຫຼາຍກວ່າ 300 ໂຕ ຖືກຍ້າຍໄປຢູ່ບ່ອນທີ່ປອດໄພ, ຊົນລະປະທານ 33 ແຫ່ງ, ອ່າງເກັບນໍ້າ 43 ແຫ່ງ, ຄອງເໝືອງ 64.025 ແມັດ, ເສັ້ນທາງຄົມມະນາຄົມຖືກຕັດຂາດຍ້ອນນໍ້າຖ້ວມ. ໃນນີ້, ມີຫຼາຍກວ່າ 252 ກິໂລແມັດ, ຂົວ 12 ແຫ່ງ ຖືກນໍ້າຖ້ວມ, ໂຮງຮຽນ 215 ແຫ່ງ, ໂຮງໝໍ ແລະ ສຸກສາລາ 10 ແຫ່ງ.

ສຳລັບ ການຊ່ວຍເຫຼືອກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ແຈ້ງ ແລະ ຈັດຕັ້ງການລະດົມທຶນຕາມທ້ອງຖິ່ນ ແລະ ສູນກາງ

ກະຊວງ ຮສສ ເປັນຈຸດຮັບເຄື່ອງບໍລິຈາກຕ່າງໆ ແລະ ຢູ່ແຂວງແມ່ນມອບໃຫ້ຫ້ອງວ່າການແຂວງເປັນຈຸດຮັບ. ມາຮອດປັດຈຸບັນເຫັນວ່າແຂວງສາລະວັນ, ສະຫວັນນະເຂດ ແລະ ຈຳປາສັກ ເປັນແຂວງ ທີ່ຖືກຜົນກະທົບຫຼາຍກວ່າໝູ່ ມີປະມານ 7 ພັນກວ່າຄອບຄົວ ຖືກຍົກຍ້າຍ, ພໍ່ແມ່ປະຊາຊົນທີ່ອາໄສໃນບັນດາແຂວງດັ່ງກ່າວແມ່ນມີຄວາມຕ້ອງການຮີບດ່ວນເລື່ອງອາຫານ, ເຄື່ອງໃຊ້ຄົວເຮືອນ, ນໍ້າດື່ມ ແລະ ຢາປົວພະຍາດ, ເຮືອກູ້ໄພ ແລະ ອື່ນໆ. ສະນັ້ນ, ກະຊວງ ຮສສ ກໍໄດ້ສົ່ງເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໃນເບື້ອງຕົ້ນ ເຊັ່ນ: ເຮືອກູ້ໄພ ຈຳນວນ 38 ລຳ ໄປໃຫ້ບັນດາແຂວງ, ໄດ້ສົ່ງເຄື່ອງໃຊ້ຕ່າງ ຈຳນວນ 300 ກວ່າຊຸດ ແລະ ເຄື່ອງຈຳເປັນອື່ນໆ. ຂໍຮຽກຮ້ອງໃຫ້ບັນດາພາກສ່ວນສັງຄົມຕ່າງໆຈົ່ງພ້ອມກັນມາບໍລິຈາກຊ່ວຍເຫຼືອ ເພື່ອແກ້ໄຂສະພາບການ, ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ປະສົບໄພ ພ້ອມທັງຟື້ນຟູສະພາບການເປັນຢູ່ໃຫ້ດີຂຶ້ນ ໂດຍມາບໍລິຈາກທີ່ບັນດາຫ້ອງວ່າການແຂວງ ແລະ ກະຊວງ ຮສສ ເຊິ່ງຈະມີຄະນະກຳມະການຮັບຜິດຊອບນັ້ນເອງ.