ລາຍງານລະດັບນ້ຳຂອງ​ ແລະ​ ນ້ຳເຊໂດນ​ ວັນທີ 9 ກັນຍາ 2019 ຫຼຸດລົງຕື່ມອີກ

191

ນັກຂ່າວອຂວງຈຳປາສັກລາຍງານວ່າ: ລະດັບນ້ຳຂອງ​ ເວລາ​ 7​:00 ໂມງ ຂອງວັນທີ​ 9 ກັນຍາ 2019 ຢູ່ນະຄອນປາກເຊ​ ແຂວງຈຳປາສັກ ແທກໄດ້​ 12,26 ແມັດ ທຽບໃສ່ເວລາ​ 22​:00ໂມງວັນທີ8ກັນຍາ​ ຫຼຸດລົງ​ 17​ ຊັງຕີແມັດ. ແຕ່ຫາກທຽບໃສ່ເວລາ 6​:00 ໂມງ ຂອງວັນທີ​ 8 ກັນຍາ 2019 ແທກໄດ້​ 12,81 ແມັດຫຼຸດລົງ​55 ຊັງຕີແມັດ.

ສ່ວນລະດັບນ້ຳເຊໂດນ​ ຈຸດບ້ານຄີລີ​ ເມືອງຊະນະສົມບູນ​ ແຂວງຈຳປາສັກ ແທກໄດ້​ 12,39 ແມັດ, ທຽບໃສ່ເວລາ​ 22​ ໂມງ​ວັນທີ 8 ກັນຍາ 2019ຫຼຸດລົງ​ 19​ ຊັງຕີແມັດ. ແຕ່ຫາກທຽບໃສ່ເວລາ 6​:00 ໂມງ ຂອງວັນທີ​ 8 ກັນຍາ 2019 ແທກໄດ້13,18ແມັດ ແມ່ນຫຼຸດລົງ79ຊັງຕີແມັດ.


ເຖິງວ່າລະດັບນໍ້າຂອງ ແລະ​ ລະດັບ​ນ້ຳເຊໂດນ​ ຈະຫຼຸດລົງ ແຕ່ວ່າລະດັບນ້ຳ ຍັງຢູ່ເຂດອັນຕະລາຍຢູ່. ສຳລັບເສັ້ນທາງເລກ ທີ​ 13​ ຢູ່ບໍລິເວນ ຫຼັກ​ 11-12​ ເມືອງຊະນະສົມບູນ​ນັ້ນ,​ ນ້ຳບົກ ແນ່ແລ້ວ​ ແຕ່ສະພາບເສັ້ນທາງເປ້ເພເສຍຫາຍ ເປັນຂຸມ,​ ປັດຈຸບັນ​ ພາກສ່ວນທີ່ກ່ຽວຂ້ອງກຳລັງປັບປຸງສ້ອມແປງ ຖ້າທ່ານໃດຈະສັນຈອນໄປມາ ໂດຍຜ່ານເສັ້ນທາງນີ້ ກໍ່ຂໍໃຫ້ມີສະຕິລະມັດລະວັງຕື່ມ.