ສະພາການຄ້າຈີນ ປະຈຳລາວ ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່

120

ວັນທີ 4 ກັນຍາ 2019 ຜ່ານມາທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເລືອກຕັ້ງ ສະໄໝທີ VI ຄະນະບໍລິຫານຊຸດໃໝ່ຂອງສະພາການຄ້າຈີນ ປະຈຳລາວ ໂດຍມີຄະນະປະທານຊຸດເກົ່າ ແລະ ຊຸດໃໝ່ ພ້ອມດ້ວຍສະມາຊິກເຂົ້າຮ່ວມ ໂດຍຜ່ານການລົງຄະແນນສຽງ ສ່ວນຫຼາຍເລືອກໄດ້ ທ່ານ Huang YANDE ເປັນປະທານຄົນໃໝ່.

ພາຍຫຼັງການແຕ່ງຕັ້ງ ທ່ານ Huang YANDE ເປັນປະທານຄົນໃໝ່ ກ່າວວ່າ: ຈະສືບຕໍ່ນຳພາ ແລະ ເຮັດວຽກຮ່ວມກັບຄະນະບໍລິຫານງານຊຸດໃໝ່ຢ່າງຫ້າວຫັນ ແລະ ຈະພະຍາຍາມນຳພາສ້າງສະພາການຄ້າຈີນ ປະຈຳລາວ ໃຫ້ມີໃບໜ້າໃໝ່ບົນພື້ນຖານຄວາມສາມັກຄີ ພ້ອມທັງຈະຍົກລະດັບການຄ້າ, ການລົງທຶນໃນລາວໃຫ້ຫຼາຍຂຶ້ນເປັນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດຂອງລາວ ໃຫ້ສູງຂຶ້ນເທື່ອລະກ້າວໄປຕາມແຜນລັດຖະບານກຳນົດໄວ້ແຕ່ລະໄລຍະ.

ທ່ານ wang QIHUI ທີ່ປຶກສາດ້ານການຄ້າສະຖານທູດ ສປ ຈີນ ປະຈຳລາວ ສະແດງຄວາມຍິນດີກັບຄະນະບໍລິຫານງານຊຸດໃໝ່ ແລະ ຫວັງວ່າຈະນຳເອົາແນວ ຄວາມຄິດໃໝ່ໃນການພັດທະນາປະເທດຂອງ ທ່ານ ສີ ຈິ້ນຜິງ ມານຳໃຊ້ ແລະ ປະດິດສ້າງຕໍ່ວິສາຫະກິດຈີນ ທີ່ໄດ້ມາລົງທຶນໃນລາວເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳ ລາວ – ຈີນ ແລະ ການຮ່ວມມື ລາວ – ຈີນ ຢ່າງເປັນຮູບປະທຳ.

[ ຂ່າວ: ສຸລິນ ]