ຮພຊ ຈະເນັ້ນ 4 ວຽກງານ ເພື່ອປະສິດທິພາບການຮຽນ – ການສອນ

116

ສົກປີ 2019 – 2020 ໂຮງຮຽນພອນສະຫວັນ ຊົນເຜົ່າກຽມມະຫາວິທະຍາໄລແຫ່ງຊາດ ( ຮພຊ ) ຈະສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບການຮຽນ – ການສອນໃຫ້ດີກວ່າເກົ່າ, ພ້ອມທັງປະສານງານລະຫວ່າງໜ່ວຍງານດ້ວຍກັນ ເພື່ອແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃຫ້ຖືກຈຸດ, ວ່ອງໄວ ແລະ ຖືກຫຼັກການລວມສູນປະຊາທິປະໄຕ.

ທ່ານ ຮສ. ປອ. ຄຳພຸດ ພົມມະສອນ ຜູ້ອໍານວຍການ ຮພຊ ໄດ້ກ່າວໃນພິທີໄຂສົກຮຽນໃໝ່ 2019 – 2020 ວັນທີ 6 ກັນຍາ 2019 ວ່າ: ໃນສົກປີຜ່ານມາ ຮພຊ ໄດ້ຮັບການຊີ້ນຳໂດຍກົງຈາກ ມຊ ແລະ ພະແນກ ສສກ ນວ ໄດ້ເຮັດໃຫ້ສາມາດຍາດແຍ່ງໄດ້ຜົນງານຫຼາຍຢ່າງ ເປັນຕົ້ນວຽກງານວິຊາການການຮຽນ – ການສອນ ເຊິ່ງເຮັດໃຫ້ການສອບເສັງຈົບຊັ້ນ ມ 4 ແລະ ມ 7 ບັນລຸ 100%. ໃນນັ້ນ, ໄດ້ຄະແນນຮອບດ້ານຊັ້ນ ມ 4 ຈຳນວນ 33 ຄົນ ໃນຈຳນວນນັກຮຽນທັງໝົດ 49 ຄົນ, ມ 7 ໄດ້ຄະແນນຮອບດ້ານ 48 ຄົນ ໃນຈຳນວນນັກຮຽນທັງໝົດ 95 ຄົນ ແລະ ໄດ້ໃບປະກາດແດງ 1 ຄົນ, ໄດ້ນຳສົ່ງນັກຮຽນເຂົ້າສອບເສັງນັກຮຽນເກັ່ງໃນແຕ່ລະຂັ້ນ ເຊັ່ນ: ສອບເສັງຂັ້ນເມືອງ ມ 4 ແລະ ມ 7 ທັງໝົດ 40 ຄົນ ເສັງໄດ້ 31 ຄົນ; ເຂົ້າສອບເສັງຂັ້ນນະຄອນຫຼວງ ຈຳນວນ 31 ຄົນ ເສັງໄດ້ 3 ຄົນ; ເຂົ້າຮ່ວມເສັງຂັ້ນທົ່ວປະເທດ ຈຳນວນ 3 ຄົນ, ເສັງໄດ້ອັນດັບ 1 ຈຳນວນ 2 ຄົນ ໃນວິຊາຄະນິດສາດ ແລະ ຟີຊິກສາດ, ເສັງໄດ້ອັນດັບ 2 ຈຳນວນ 1 ຄົນ ໃນວິຊາພາສາລາວ – ວັນນະຄະດີ, ໄດ້ຈັດຕັ້ງການສອບເສັງຄັດເລືອກເອົານັກຮຽນຂັ້ນ ມ 1 ແລະ ມ 5 ປະຈຳສົກຮຽນ 2019 – 2020 ໄດ້ຈຳນວນທັງໝົດ 111 ຄົນ ຍິງ 70 ຄົນ.

ນອກຈາກນັ້ນ, ໃນສົກປີ 2018 – 2019 ຮພຊ ຍັງໄດ້ແລກປ່ຽນບົດຮຽນກັບໂຮງຮຽນ ມ.ຕົ້ນ ສີສະຫວາດ ໃນຈຳນວນ 3 ວິຊາ ຄື: ຄະນິດສາດ, ເຄມີສາດ ແລະ ຟີຊິກສາດ, ໄດ້ແລກປ່ຽນບົດຮຽນວິຊາຄະນິດສາດ ກັບ ໂຮງຮຽນ ມສ ມິດຕະພາບລາວ – ຫວຽດ. ນອກນັ້ນ, ຍັງໄດ້ເຂົ້າຮ່ວມໂມງສອນຂອງຄູ – ອາຈານ 5 ຄັ້ງ, ໄດ້ສົ່ງຄູໄປຝຶກອົບຮົມດ້ານເຕັກນິກ ແລະ ວິຊາການ ແລະ ໄດ້ເຄື່ອນໄຫວວຽກງານນອກຫຼັກສູດຕ່າງໆ. ພິເສດແມ່ນໄດ້ເຂົ້າຮ່ວມໂຕ້ວາທີກັບ ມູນນິທິເຈືອງ ສົມບູນຂັນ 9 ຄັ້ງ, ຈັດກິດຈະກຳຮັກສາສິ່ງແວດລ້ອມຕາມຂອບເຂດອ້ອມຂ້າງໂຮງຮຽນ ແລະ ອື່ນໆ.

ທ່ານຍັງກ່າວຕື່ມວ່າ: ຄຽງຄູ່ກັນນັ້ນ, ເຫັນວ່າ ຮພຊ ຍັງມີຂໍ້ຄົງຄ້າງຫຼາຍຢ່າງ ເປັນຕົ້ນແມ່ນຄູບາງຄົນຍັງບໍ່ທັນເອົາໃຈໃສ່ພັດທະນາຄວາມຮູ້ດ້ານວິຊາສະເພາະ, ການປະຕິບັດລະບຽບຍັງບໍ່ທັນເຄັ່ງຄັດ, ການຜັນຂະຫຍາຍແຜນຂອງໂຮງຮຽນຍັງບໍ່ໄດ້ຮັບປະສິດທິຜົນ, ເກີດປາກົດການຫຍໍ້ທໍ້ວຽກງານປ້ອງກັນ ຄວາມສະຫງົບ ແລະ ອື່ນໆ.

ສະນັ້ນ, ເພື່ອສືບຕໍ່ຮັກສາມູນເຊື້ອ ແລະ ຍົກສູງປະສິດທິພາບການຮຽນ – ການສອນຂອງໂຮງຮຽນໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ທຽບເທົ່າກັບສາກົນ, ສົກປີ 2019 – 2020 ນີ້ ຮພຊ ຕ້ອງເອົາໃຈໃສ່ຕື່ມ 4 ວຽກງານ ເຊັ່ນ: 1). ສຶກສາອົບຮົມຄູ – ອາຈານ ແລະ ນັກຮຽນຢ່າງຕໍ່ເນື່ອງດ້ວຍຫຼາຍຮູບການ ຕິດພັນກັບການສົ່ງເສີມຄວາມສາມັກຄີ; 2). ເອົາໃຈໃສ່ດ້ານການຮຽນ – ການສອນ ແລະ ວຽກງານເຄື່ອນໄຫວຕ່າງໆ ເອົາໃຈໃສ່ຄຸ້ມຄອງນຳພາຮອບດ້ານ ໂດຍສະເພາະແມ່ນບັນຫາຫົວຈັກຫຼັກແຫຼ່ງຕິດຕາມ, ກວດກາ ແລະ ເປັນແບບຢ່າງ;3). ເອົາໃຈໃສ່ຕື່ມວຽກງານນະໂຍບາຍ ໂດຍການຍ້ອງຍໍຜູ້ມີຜົນງານດີເດັ່ນ ແລະ ລົງວິໄນຕໍ່ຜູ້ກະທຳຜິດ ແລະ 4). ໃກ້ຊິດຕິດແທດກັບຂັ້ນເທິງ, ປະສານງານກັນລະຫວ່າງແຕ່ລະພາກສ່ວນ ເພື່ອແກ້ໄຂວຽກງານຕ່າງໆໃຫ້ຖືກຕ້ອງເໝາະສົມ, ວ່ອງໄວ ແລະ ຖືກຫຼັກການລວມສູນປະຊາທິປະໄຕ.

[ ຂ່າວ: ກາວຊົ່ງ; ຮູບ: ສອນໄຊ ]