ຮອງນາຍົກຊີ້ນຳ ແຂວງອຸດົມໄຊ ຂຸດຄົ້ນທ່າແຮງເກັບລາຍຮັບໃຫ້ໄດ້ຕາມແຜນ

61

ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ນຳໃຫ້ທາງແຂວງອຸດົມໄຊ ສົ່ງເສີມການຜະລິດສິນຄ້າເພື່ອສົ່ງອອກ, ເພີ່ມທະວີການປະຢັດມັດທະຍັດ ແລະ ຫັນການຈັດເກັບລາຍຮັບສູ່ລະບົບທັນສະໄໝ ເພື່ອໃຫ້ສາມາດເກັບລາຍຮັບໄດ້ຕາມແຜນການ.

ທ່ານ ສຸລິຍາ ສຸພິທັກ ຮອງຫົວໜ້າພະແນກການເງິນ ແຂວງອຸດົມໄຊ ກ່າວຕໍ່ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໃນອາທິດຜ່ານມາ ວ່າ: ໄລຍະ 8 ເດືອນຜ່ານມາໄດ້ເອົາໃຈໃສ່ຊີ້ນໍາ – ນໍາພາຢ່າງໃກ້ຊິດໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດແຜນງົບປະມານ ແລະ ໄດ້ຈັດຕັ້ງປະຕິບັດ 12 ມາດຕະການ ດ້ານລາຍຮັບ, 7 ມາດຕະການ ດ້ານລາຍຈ່າຍ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍບັນດາວຽກງານຂອງຂະແໜງການເງິນເປັນຮູບປະທໍາ ແລະ ບັນລຸຕາມເປົ້າໝາຍດີສົມຄວນ.

ສຳລັບຕົວເລກແຜນການຈັດເກັບລາຍຮັບ ໃນປີ 2019 ຈໍານວນ 129,29 ຕື້ກີບ. ໃນນີ້, ແຜນລາຍຮັບພາສີ 17 ຕື້ກີບ, ສ່ວຍສາອາກອນ 105,79 ຕື້ກີບ, ແຜນລາຍຮັບຄຸ້ມຄອງຊັບສິນຂອງລັດ 6,30 ຕື້ກີບ, ແຜນລາຍຮັບຄຸ້ມຄອງວິສາຫະກິດ ແລະ ປະກັນໄພ 0,20 ຕື້ກີບ. ຜ່ານການຈັດຕັ້ງເກັບລາຍຮັບເຂົ້າງົບປະມານໃນ 8 ເດືອນຜ່ານມາ ລວມທັງພູດສູນກາງ ແລະ ທ້ອງຖິ່ນ ປະຕິບັດໄດ້ 80,26 ຕື້ກີບ ທຽບໃສ່ແຜນການປີ ເທົ່າກັບ 62,08%.

ໃນນີ້, ລາຍຮັບພູດສູນກາງ 8 ເດືອນ ປີ 2019 ປະຕິບັດໄດ້ 7,73 ຕື້ກີບ ທຽບໃສ່ແຜນການປີ ເທົ່າ 45,47%, ກອງກວດກາ 7,51 ຕື້ກີບ ທຽບໃສ່ແຜນການປີ ເທົ່າກັບ 150,13%, ດ່ານທ້ອງຖິ່ນ 0,22 ຕື້ກີບ ທຽບໃສ່ແຜນການປີ ເທົ່າກັບ 1,87%.

ລາຍຮັບທ້ອງຖິ່ນແຜນຈັດເກັບລາຍຮັບ ປະຈໍາປີ 2019 ທັງໝົດ 112,29 ຕື້ກີບ, 8 ເດືອນປີ 2019 ປະຕິບັດໄດ້ 72,54 ຕື້ກີບ ທຽບໃສ່ແຜນການປີ ເທົ່າກັບ 64,65%. ໃນນີ້, ມີລາຍຮັບສ່ວຍສາອາກອນ 66,44 ຕື້ກີບ ທຽບໃສ່ແຜນປີ ເທົ່າກັບ 62,80% ( ອາກອນປົກກະຕິ, ພາສີທີ່ດິນ, ຄ່າທໍານຽມ, ຄ່າບໍລິການ ) ຄຸ້ມຄອງຊັບສິນຂອງລັດ 5,66 ຕື້ກີບ ທຽບໃສ່ແຜນປີ ເທົ່າກັບ 89,77%, ຄຸ້ມຄອງລັດວິສາຫະກິດ 0,44 ຕື້ກີບ ທຽບໃສ່ແຜນປີ ເພີ່ມຂຶ້ນ 2,2 ເທື່ອ.

ດ້ານລາຍຈ່າຍໄດ້ອະນຸມັດເງິນແຕ່ລະຮ່ວງລາຍຈ່າຍທີ່ເປັນບຸລິມະສິດຂອງລັດຖະບານ, ຕາມແຜນລາຍຈ່າຍທີ່ສະພາຮັບຮອງ ເຊັ່ນ: ເງິນເດືອນ, ເງິນອຸດໝູນໃຫ້ພະນັກງານ – ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ພະນັກງານບໍານານເປັນແຕ່ລະເດືອນທັນຕາມກໍານົດເວລາ ແລະ ໃນ 8 ເດືອນປະຕິບັດໄດ້ 222,08 ຕື້ກີບ, ປັດຈຸບັນສຳເລັດການເບີກຈ່າຍເງິນເດືອນໃນທົ່ວແຂວງສຳເລັດຮອດເດືອນ 8 ປີ 2019.

ໂອກາດນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ທິດຊີ້ນໍາ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາ, ຄະນະພະແນກ, ພະນັກງານພາຍໃນພະແນກການເງິນແຂວງ ແລະ ຍັງໄດ້ເນັ້ນໃຫ້ຄະນະພະແນກຕະຫຼອດຮອດພະນັກງານທຸກຂັ້ນ, ພ້ອມກັນເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ສໍາເລັດ, ເພີ່ມທະວີຄວາມຮັບຜິດຊອບ, ປຸກລະດົມຊຸກຍູ້ການຜະລິດພາຍໃນຫຼາຍຂຶ້ນ, ທີ່ສໍາຄັນເອົາໃຈໃສ່ຂຸ້ນຂ້ຽວໃນການຈັດຕັ້ງປະຕິບັດລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ບັນລຸຕາມການທີ່ໄດ້ຮັບມອບໝາຍ ຈໍານວນ 129,29 ຕື້ກີບ.

ແນວໃດກໍຕາມ, ເຖິງແມ່ນວ່າສະພາບເສດຖະກິດຝືດເຄືອງ, ສະພາບການເງິນມີຄວາມຫຍຸ້ງຍາກ, ຄະນະພັກ – ຄະນະນໍາ, ຄະນະພະແນກ, ພ້ອມດ້ວຍພະນັກງານ – ລັດຖະກອນທຸກຂັ້ນ, ຕ້ອງເພີ່ມທະວີສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການຈັດເກັບລາຍຮັບຂອງແຕ່ລະຂະແໜງໃຫ້ໄດ້ຕາມແຜນການທີ່ວາງໄວ້.

ພ້ອມດຽວກັນນີ້, ຕ້ອງເພີ່ມຄວາມຮັບຜິດຊອບ, ເອົາໃຈໃສ່ປະຢັດມັດທະຍັດ, ປຸກລະດົມຊຸກຍູ້ການຜະລິດພາຍໃນ, ຫັນມານຳໃຊ້ ແລະ ສົ່ງເສີມຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ ເພື່ອທົດແທນການນໍາເຂົ້າ, ຫັນວຽກງານການເກັບລາຍຮັບໄປສູ່ລະບົບທີ່ທັນສະໄໝ, ຍິ່ງມີຄວາມສໍາຄັນທີ່ຈະຕ້ອງໄດ້ຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານ, ເພີ່ມຄວາມຮັບຜິດຊອບໃຫ້ສູງຂຶ້ນໃນການເຮັດວຽກງານໃຫ້ມີປະສິດທິພາບ ແລະ ໄດ້ຜົນສໍາເລັດດ້ວຍດີ.

[ ຂ່າວ – ຮູບ: ກະຊວງການເງິນ ]