ແກ້ງກອກ ເມືອງຈຳພອນຍັງວິກິດ ລະດັບນໍ້າຍັງສືບຕໍ່ຍື່ງຂຶ້ນ, 12 ບ້ານຖືກຕັດຂາດ

302

ສະຖານະການນ້ຳຖ້ວມຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ ຍັງໜ້າເປັນຫ່ວງ ລະດັບນ້ຳຍັງສືບຕໍ່ຍື່ງຂຶ້ນຊ້າໆ, ຂະນະທີ່ເຂດເທສະບານເມືອງຖືກຕັດຂາດ. ດ້ານເຈົ້າໜ້າທີ່ ຍັງສືບຕໍ່ເລັ່ງຍົກຍ້າຍເຄື່ອງຂອງ, ສັດລ້ຽງ ແລະ ປະຊາຊົນໄປຢູ່ບ່ອນປອດໄພ, ພ້ອມທັງຈັດກຳລັງຕິດຕາມສະພາບນ້ຳຕະຫຼອດ 24 ຊົ່ວໂມງ.

ທ່ານ ຄຳລຸຍ ຍາດຕິວົງ ເຈົ້າເມືອງໆຈຳພອນ ແຂວງສະຫວັນນະເຂດກ່າວວາ: ສະຖານະການນ້ຳຖ້ວມເມືອງຈຳພອນມາຮອດວັນທີ 8 ກັນຍານີ້ ນ້ຳໄດ້ຍື່ງຂຶ້ນຖ້ວມ 17 ບ້ານ, ໃນນັ້ນ 12 ບ້ານຖືກຕັດຂາດ ລວມທັງເຂດເທສະບານເມືອງ (ບ້ານແກ້ງກອກ) ໄດ້ຖືກຕັດຂາດ ລວມທັງໝົດປະມານ 2 ພັນກວ່າຄອບຄົວ ໂດຍໄດ້ຈັດສູນພັກຊົ່ວຄາວໄວ້ 2 ແຫ່ງ ຄື: ຫ້ອງວ່າການປົກຄອງເມືອງຫຼັງເກົ່າ ແລະ ຫ້ອງວ່າການປົກຄອງເມືອງຫຼັງປັດຈຸບັນ, ແຕ່ປະຊາຊົນສ່ວນໃຫຍ່ຍ້າຍໄປຢູ່ນຳຍາດຕິພີ່ນ້ອງ ແລະ ຄົນຮູ້ຈັກ, ມີແຕ່ເຄື່ອງຂອງ ແລະ ສັດລ້ຽງທີ່ຍ້າຍມາໄວ້ສູນພັກຊົ່ວຄາວ ໂດຍມີເຈົ້າໜ້າທີ່ເວນຍາມຕະຫຼອດ 24 ຊົ່ວໂມງ.

ທ່ານ ກ່າວອີກວ່າ: ການຍົກຍ້າຍປະຊາຊົນທີ່ຖືກນ້ຳຖ້ວມ ໂດຍສະເພາະແມ່ນເຂດເທສະບານເມືອງ ໄດ້ເລີ່ມຍົກຍ້າຍມາແຕ່ຄືນວັນທີ 6 ກັນຍາເປັນຕົ້ນມາ, ຈົນມາຮອດຕອນຄ່ຳຂອງວັນທີ 8 ກັນຍາກໍຍັງມີປະຊາຊົນຮ້ອງຂໍຊ່ວຍເຫຼືອຍົກຍ້າຍ ໂດຍສະເພາະແມ່ນເຄື່ອງຂອງ ແລະ ສັດລ້ຽງໂດຍມີທະຫານແຂວງ, ເມືອງ, ຕຳຫຼວດແຂວງ, ເມືອງ, ຊາວໜຸ່ມຕະລຸມບອນຈາກແຂວງ ລວມທັງອາສາສະໝັກຕ່າງໆ ໄດ້ຊ່ວຍກັນຍົກຍ້າຍ.

ການຍົກຍ້າຍເຄື່ອງຂອງ ແລະ ສັດລຽງຂອງປະຊາຊົນ ອາດຈະແກ່ຍາວໄປອີກ 2-3 ວັນ ຫາກນ້ຳຍັງສືບຕໍ່ເພີ່ມຂຶ້ນ ໂດຍສະເພາະແມ່ນປະຊາຊົນຢູ່ເຂດ ນອກເທສະບານ ທີ່ຕ້ອງການຍົກຍ້າຍ, ໃນຂະນະທີ່ຄວາມຕ້ອງການການຊ່ວຍເຫຼືອເລັ່ງດ່ວນແມ່ນນ້ຳດື່ມ ແລະ ອາຫານແຫ້ງ.

ນ້ຳຖ້ວມຄັ້ງນີ້ ຖືວ່າເປັນຄັ້ງຮ້າຍແຮງທີ່ສຸດໃນຮອບກວ່າ 40 ປີຊຶ່ງກວມເອົາປະມານ 10 ພັນເຮັກຕາ, ສ່ວນເຂດຢູ່ໄກທີ່ສຸດ ນັ່ງເຮືອແຕ່ບ້ານແກ້ງກອກທົ່ງເຂົ້າໄປຫາໃຊ້ເວລາກວ່າຊົ່ວໂມງຈຶ່ງເຂົ້າໄປເຖິງ, ໃນຂະນະທີ່ຈຸດຖ້ວມເລິກທີ່ສຸດສູງເຖິງ 4 ແມັດ ໂດຍສະເພາະເຂດແຄມນ້ຳເຊ, ສ່ວນຢູ່ເຂດເທສະບານເມືອງບາງບ່ອນສູງປະມານ 2 ແມັດ.

ທ່ານ ເຈົ້າເມືອງກ່າວອີກວ່າ: ນ້ຳທີ່ຍື່ງຂຶ້ນຖ້ວມເມືອງຈຳພອນຄັ້ງນີ້ ແມ່ນນ້ຳເຊບັ້ງຫຽງທີ່ມີມວນນ້ຳມາຈາກປະເທດໃກ້ຄຽງ, ໄຫຼຜ່ານເຊໂປນ, ເມືອງພີນ ກ່ອນຈະມາເຖິງເມືອງຈຳພອນ ເຮັດໃຫ້ນ້ຳເຊບັ້ງຫຽງຍູ້ນ້ຳເຊຈຳພອນຍື່ງຂຶ້ນຖ້ວມບ້ານເຮືອນປະຊາຊົນຈຳນວນ 17 ບ້ານ, ສ່ວນເນື້ອທີ່ການຜະລິດກວມເອົາ 59 ບ້ານ ແຕ່ຍັງບໍ່ສາມາດປະເມີນຜົນກະທົບໄດ້.

ຖ້າໃຜຢາກໄປເມືອງຈຳພອນ ຕ້ອງເຂົ້າທາງແຍກບ້ານນາເຕີຍ ຮອດບ້ານບາກແລ້ວລ້ຽວຂວາ ໄປຕາມຄອງຊົນລະປະທານ, ເສັ້ນທາງດຽວເທົ່ານັ້ນທີ່ເຂົ້າໄປໄດ້ ແຕ່ລົດແອອັດຫຼາຍ ເນື່ອງຈາກທາງແຄບ.

ສ່ວນລະດັບນ້ຳຢູ່ເມືອງຈຳພອນ ມາຮອດຕອນເຊົ້າວັນທີ 9 ກັນຍາ ຍັງສືບຕໍ່ຍື່ງຂຶ້ນອີກ ປະມານ 15-20 ຊັງຕີແມັດ ຈາກເວລາ 22ໂມງຂອງວັນທີ 8 ກັນຍາ.