ເພື່ອໝູນໃຊ້ຊັບສິນຂອງລັດທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະສາມາດນຳໄປໝູນໃຊ້ເຂົ້າໃນການພັດທະນາປະເທດຊາດຕໍ່ໄປ ລັດຖະບານຈະນຳເອົາລົດລັດເກົ່າຈຳນວນ 9 ຄັນມາປະມູນຂາຍອອກ ຫາກທ່ານໃດສົນໃຈເຂົ້າຮ່ວມສະເໜີລາຄາໄດ້.
ເປັນພຽງພາບປະກອບຂ່າວ
ອີງຕາມກົດໝາຍວ່າດ້ວຍຊັບສິນຂອງລັດ ( ສະບັບປັບປຸງ) ເລກທີ 14/ສພຊ ລົງວັນທີ 5 ກໍລະກົດ 2012; ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງການເງິນ, ສະບັບເລກທີ 1929/ກງ ລົງວັນທີ 31 ສິງຫາ 2017; ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 3360/ກງ ລົງວັນທີ 16 ສິງຫາ 2019 ແລະ ອີງຕາມໜັງສືສະເໜີຂອງກົມຄຸ້ມຄອງຊັບສິນຂອງລັດ ສະບັບເລກທີ 1992/ຊລ ລົງວັນທີ 27 ສິງຫາ 2019.
ເປັນພຽງພາບປະກອບຂ່າວ
ດັ່ງນັ້ນ, ຫ້ອງການກະຊວງການເງິນ ໄດ້ແຈ້ງການເຖິງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ເລື່ອງປະມູນຂາຍພາຫະນະເກົ່າຂອງລັດ ສະບັບເລກທີ 2045/ຫກງ ລົງວັນທີ 27 ສິງຫາ 2019ວ່າ: ປັດຈຸບັນ ກະຊວງການເງິນມີຈຸດປະສົງຈະສະສາງພາຫະນະເກົ່າອອກ 9 ຄັນ ດ້ວຍຮູບການປະມູນຂາຍເປີດກວ້າງ ຫາກທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ລາຍລະອຽດແມ່ນໃຫ້ຕິດຕໍ່ ແລະ ຊື້ຊອງປະມູນໄດ້ ທີ່ພະແນກກວດກາ ແລະ ຈັດຊື້-ຈັດຈ້າງ ກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງິນ ແລະ ເບິ່ງລົດຕົວຈິງໄດ້ທີ່ດ້ານຫຼັງຂອງກະຊວງການເງິນ.
ເປັນພຽງພາບປະກອບຂ່າວ
ການຂາຍຊອງປະມູນແມ່ນເລີ່ມແຕ່ວັນທີ 28 ສິງຫາ 2019 ຫາ ວັນທີ 18 ກັນຍາ 2019 (ວັນເວລາລັດຖະການ) ແລະ ຈະໄດ້ເປີດຊອງປະມູນ ໂດຍຊ່ອງໜ້າຄະນະກໍາມະການ ແລະ ຜູ້ເຂົ້າຮ່ວມ ໃນວັນທີ 19 ກັນຍາ 2019 ເວລາ 9:00 ໂມງ, ທີ່ຫ້ອງປະຊຸມ ຊັ້ນ 4 ກະຊວງການເງິນ.