ຫວຽດນາມກຽມຊື້ສະໜາມບິນຂອງເອກະຊົນມາເປັນຂອງລັດ

154

ລັດຖະບານຫວຽດນາມກໍາລັງພິຈາລະນາເລື່ອງຊື້ຮຸ້ນໃນບໍລິສັດສະໜາມບິນຈາກເອກະຊົນເພື່ອໃຫ້ເປັນກິດຈະການຂອງລັດທັງໝົດ.

ໂດຍກະຊວງຄົມມະນາຄົມຫວຽດນາມໄດ້ສະເໜີຕໍ່ນາຍົກເລື່ອງຊື້ຮຸ້ນເອກະຊົນໃນບໍລິສັດສະໜາມບິນທຸກແຫ່ງຂອງປະເທດເພື່ອໃຫ້ສາມາດເບິ່ງແຍງເລື່ອງຄວາມປອດໄພ ແລະ ການປ້ອງກັນໄດ້ໃນລະດັບສູງສຸດຫາກໄດ້ຮັບຄວາມເຫັນດີກໍຈະຂຶ້ນແຜນການລະດົມຊື້ຮຸ້ນຕໍ່ໄປ.

ປັດຈຸບັນລັດຖະບານຫວຽດນາມຖືຮຸ້ນໃນບໍລິສັດເຫຼົ່ານີ້95,4%ເນື່ອງຈາກໄດ້ຂາຍບາງສ່ວນໃຫ້ແກ່ນັກທຸລະກິດເອກະຊົນໃນປີ2016ຕາມນະໂຍບາຍແປຮູບວິສາຫະກິດໂດຍບໍລິສັດທັງຫຼາຍມີມູນຄ່າໃນຕະຫຼາດຮຸ້ນ7.490ລ້ານໂດລາ.

ລັດຖະບານຫວຽດນາຫາກໍປະກາດເມື່ອເດືອນກ່ອນວ່າ:ຈະຂາຍຮຸ້ນທີ່ຖືຢູ່ໃນລັດວິສາຫະກິດ93ແຫ່ງລວມທັງຮຸ້ນໃນບໍລິສັດ ອາກຣິ ແບງ ທະນາຄານໃຫຍ່ທີ່ສຸດຂອງປະເທດພາຍໃນປີໜ້າ.

ນັກເສດຖະສາດອະດີດທີ່ປຶກສາເສດຖະກິດລັດຖະບານຫວຽດນາມເຕືອນວ່າຂໍ້ສະເໜີຊື້ຮຸ້ນໃນບໍລິສັດດັ່ງກ່ວາວຈະເຮັດໃຫ້ນັກທຸລະກິດທັງໃນ ແລະ ຕ່າງປະເທດເກີດຄວາມກັງວົນເນື່ອງຈາກໄດ້ລົງທຶນ ແລະ ມີແຜນການລົງທຶນໃນຫວຽດນາມ.