ຈີນກຽມອອກສະກຸນເງິນດິຈິຕອນຄ້າຍຄືເງິນລິບຣາຂອງເຟກບຸກ

125

ທ່ານ ມູ່ ສາງຊຸນ ຮອງຜູ້ອໍານວຍການຝ່າຍບັນຊີຂອງທະນາຄານກາງຈີນກ່າວວ່າ:ສະກຸນເງິນດິຈິຕອນໃໝ່ຂອງຈີນຈະມີຄວາມຄ້າຍຄືກັບເງິນລິບຣາຂອງເຟກບຸກ ແລະ ຈະສາມາດໃຊ້ຮູບແບບການຊໍາລະເງິນຫຼັກໆເຊັ່ນວີແຊດ ແລະ ອາລິເພໄດ້.

ການພັດທະນາສະກຸນເງິນດິຈິຕອນຈະຊ່ວຍປົກປ້ອງອະທິປະໄຕໃນການແລກປ່ຽນເງິນຕາຕ່າງປະເທດຂອງຈີນເມື່ອຂອບເຂດການໃຊ້ໃນທາງການຄ້າຂອງສະກຸນເງິນດັ່ງກ່າວມີການຂະຫຍາຍຕົວ.

ສາເຫດທີ່ທະນາຄານກາງຈີນຍັງຄົງຕ້ອງພັດທະນາສະກຸນເງິນດິຈິຕອນໃນປັດຈຸບັນ,ຂະນະທີ່ມີການພັດທະນາວິທີການຊໍາລະເງິນາງອິເລັກໂທຣນິກນໍາອີກກໍເພື່ອປົກປ້ອງອະທິປະໄຕທາງການເງິນ ແລະ ສະຖານະສະກຸນເງິນຕາມກົດໝາຍຈໍາເປັນຕ້ອງວາງແຜນຮັບມືລ່ວງໜ້າ ແລະ ສະກຸນເງິນດິຈິຕອນຈະປອດໄພຄ້າຍຄືກັບທະນາບັດທີ່ອອກໂດຍທະນາຄານກາງ ແລະ ສາມາດໃຊ້ໄດ້ເຖິງວ່າບໍ່ມີການເຊືື່ອມຕໍ່ອິນເຕີເນັດ.ນອກຈາກນີ້,ຍັງສາມາດໃຊ້ກັບວີແຊດຂອງບໍລິສັດເທນເຊນໄດ້ນໍາອີກ.

ທ່ານ ມູ່ ກ່າວຕື່ມວ່າ:ຈີນອາດຈະເປັນປະເທດທໍາອິດໃນໂລກທີ່ມີການອອກສະກຸນເງິນດິຈິຕອນຂອງທະນາຄານກາງ ແລະ ຖືເປັນເງິນຊະນິດໃໝ່ໄດ້ຮັບການຄໍ້າມູນຄ່າໂດຍຊັບສິນທີ່ສະຖາບັນການເງິນເອກະຊົນຝາກໄວ້ໃນທະນາຄານກາງຈຶ່ງເຮັດໜ້າທີ່ຄ້າຍຄືຊັບສິນຕາມກົດໝາຍ.