ຮອງນາຍົກ ເນັ້ນສາລະວັນ ເລັ່ງແກ້ໄຂຊີວິດການເປັນຢູ່ປະຊາຊົນ ພ້ອມຟື້ນຟູຫຼັງນ້ຳຖ້ວມ

57

ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມຢູ່ບັນດາແຂວງພາກໃຕ້ ໂດຍສະເພາະຢູ່ສາລະວັນ ແມ່ນນັ້ນໜັກໃຫ້ການນຳແຂວງເລັ່ງແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ຫຼັງປະສົບໄພນໍ້າຖ້ວມ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

 

ໃນວັນທີ 6 ກັນຍາ 2019 ຜ່ານມາ ທ່ານຮອງນາຍກລັດຖະມົນຕີ ໄດ້ເດີນທາງມາຮອດແຂວງ ສາລະວັນ, ໂດຍການຕ້ອນຮັບຂອງ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ພ້ອມຄະນະ. ໃນໂອກາດທີ່ທ່ານລົງເຄື່ອນໄຫວໃນຄັ້ງນີ້ແມ່ນໄດ້ຊີ້ນຳວຽກງານຫຼາຍດ້ານ ທີ່ຈຳເປັນ ແລະ ອັນເປັນສີ່ງຮີບດ່ວນເປັນຕົ້ນ: ການຊ່ວຍເຫຼືອ, ສົງເຄາະຜູ້ປະສົບໄພນ້ຳຖ້ວມ, ການລຳລຽງສະບຽງອາຫານ ໃຫ້ເຖິງພໍ່ແມ່ປະຊາຊົນ ແລະ ອື່ນໆ.

ຈາກນັ້ນ, ທ່ານກໍ່ໄດ້ຮັບຟັງການລາຍງານສະພາບການເກີດອຸທົກກະໄພຄັ້ງນີ້, ໃນທົ່ວແຂວງສາລະວັນ ແລະ ການຊ່ວຍເຫຼືອ, ການກອບກູ້ເອົາຊີວິດຊັບສິນຂອງພໍ່ແມ່ປະຊາຊົນ ໃນແຕ່ລະບ້ານ, ແຕ່ລະເມືອງ ພ້ອມທັງການສົງເຄາະ ແລະ ຊ່ວຍເຫຼືອຜູ້ປະສົບໄພທີ່ຖືກອົບພະຍົບ ມາຢູ່ສູນພັກເຊົາຊົ່ວຄາວໃນແຫ່ງຕ່າງໆ.

ໂອກາດນີ້, ທ່ານຮອງນາຍົກ ໄດດ້ຊີ້ນຳວຽກງານຫຼາຍດ້ານ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ຫຼາຍບັນຫາທີ່ສຳຄັນ ໂດຍສະເພາະແມ່ນເລັ່ງສຸມໃສ່ແກ້ໄຂບັນຫາຕ່າງໆຢ່າງຮີບດ່ວນ ໃນທຸກໆເຂດທີ່ປະສົບໄພນ້ຳຖ້ວມ, ທັງໄດ້ແນະນຳສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຕິດຕາມສະພາບອາກາດຢ່າງເປັນປົກກະຕິຕໍ່ເນື່ອງ, ສືບຕໍ່ກອບກູ້ເອົາຊີວິດຂອງພໍ່ແມ່ປະຊາຊົນ ທີ່ຄົງຄ້າງໃນບ້ານ ທີ່ຢູ່ໃນເຂດທີ່ສູງ, ແກ້ໄຂສ້າງສະຖານທີ່ພັກເຊົາຊົ່ວຄາວກັບທີ່, ຕ້ອງລຳບຽງສະບຽງອາຫານຕ່າງໆ ສົ່ງໃຫ້ປະຊາຊົນ ແລະ ອຸປະກອນທີ່ຈຳເປັນເຊັ່ນ: ພ້າ, ສຽມ, ຈົກ ແລະ ອື່ນໆ.

ແຕ່ງຕັ້ງຄະນະຮັບຜິດຊອບສູນອົບພະຍົບຊົ່ວຄາວໃນແຕ່ລະເມືອງ, ແຕ່ລະຈຸດ ເພື່ອຕິດຕາມເບິ່ງສະພາບການຊ່ວຍເຫຼືອ, ການສະໜອງເຂົ້າປາອາຫານ ແລະ ການເບີກຈ່າຍເຄື່ອງຂອງຕ່າງໆ ຕ້ອງໄດ້ຂຶ້ນບັນຊີເກັບກຳຂໍ້ມູນຢ່າງລະອຽດ ເພື່ອໃຫ້ທົ່ວເຖິງທຸກຄອບຄົວ, ສີ່ງສຳຄັນ ເມື່ອປະຊາຊົນ ໄດ້ເຂົ້າມ້ຽນເຮືອນຂອງຕົນ ແລະສາມາດຢູ່ໄດ້ ຈື່ງເບີກຈ່າຍວັດຖຸສີ່ງຂອງໃຫ້, ຕິດຕາມສະພາບຢູ່ສູນພັກເຊົາເປັນປົກກະຕິ ແລະ ເອົາໃຈໃສ່ດ້ານຄວາມສະອາດ, ມີການບໍລິການກວດສຸຂະພາບ ແລະ ໃຫ້ກໍາລັງໃຈໃນດ້ານແນວຄິດຕໍ່ກັບຜູ້ປະສົບໄພນໍ້າຖ້ວມ. ພາຍຫຼັງນ້ຳເລີ່ມບົກແຫ້ງລົງ ຕ້ອງອະນາໄມ, ເຮືອນຊານ, ສຳນັກງານຕ່າງໆ, ທັງຄອບຄົວເປັນເຈົ້າການເອງ ແລະ ຈັດສັນກຳລັງຊາວໜຸ່ມ, ແມ່ຍິງ, ກຳມະບານ ແລະ ກຳລັງທະຫານເຂົ້າຊ່ວຍເຫຼືອ.

ພ້ອມນີ້, ການລຽງເຄື່ອງຂອງຕ່າງໆເຊັ່ນ: ເຄື່ອງອຸປະໂພກ-ບໍລິໂພກ, ສິ່ງຂອງທີ່ຈຳເປັນໃຫ້ເຖິງປະຊາຊົນໂດຍໄວ. ຈາກນັ້ນ, ທ່ານກໍ່ໄດ້ມອບເງິນຊ່ວຍເຫຼືອແກ້ໄຂໄພພິບັດ ເບື້ອງຕົ້ນໃຫ້ອົງການປົກຄອງແຂວງ 100 ລ້ານກີບ ແລະ ຢາປົວພະຍາດອີກຈຳນວນໜຶ່ງ.