ເຈົ້າແຂວງສາລະວັນ ມອບເຄື່ອງຊ່ວຍເຫຼືອ ແລະ ເງິນສົດ ລວມມູນຄ່າ 349 ລ້ານກວ່າກີບໃຫ້ຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຄົງເຊໂດນ

109

ວັນທີ 7 ກັນຍາ 2019 ນີ້ ທີ່ສະໂມສອນເມືອງຄົງເຊໂດນ ແຂວງສາລະວັນ, ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ຕາງໜ້າໃຫ້ອົງການປົກຄອງແຂວງ ໄດ້ນຳເອົາເຄື່ອງຊ່ວຍເຫຼືອປະເພດ ເຄື່ອງນຸ່ງຫົ່ມ ຍິງ-ຊາຍ ແລະ ເດັກນ້ອຍ ຈຳນວນ 400 ສອບ, ປາປ໋ອງ 150 ແຟັກ, ໜີ່ 500 ແກັດ ແລະ ນ້ຳດື່ມ 100 ແກັດ, ພ້ອມເງິນສົດ 50 ລ້ານກີບ ລວມມູນຄ່າທັງໝົດ 349 ລ້ານກວ່າກີບ ມອບໃຫ້ຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຄົງເຊໂດນ.

ໂດຍການຮັບຂອງ ທ່ານ ບຸນປອນ ອາສາພິພັກ ເຈົ້າເມືອງໆຄົງເຊໂດນ ຕາງໜ້າໃຫ້ອົງການປົກຄອງເມືອງ, ມີຕາງໜ້າພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ເຄື່ອງຊ່ວຍເຫຼືອຈຳນວນດັ່ງກ່າວນີ້ແມ່ນຈະໄດ້ນຳເອົາໄປສືບຕໍ່ແຈກຢາຍໃຫ້ພໍ່ແມ່ປະຊາຊົນ ທີ່ປະສົບໄພພິບັດນ້ຳຖ້ວມ ເພື່ອແບ່ງເບົາບັນເທົາທຸກໃຫ້ກັບພໍ່ແມ່ປະຊາຊົນ ໃນເບື້ອງຕົ້ນໄດ້ສ່ວນໃດສ່ວນໜຶ່ງ.

ໂອກາດດຽວກັນນີ້, ທ່ານເຈົ້າແຂວງໆສາລະວັນ ກໍ່ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນ ຈົ່ງອົດທົນ, ສູ້ຊົນຜ່ານຜ່າວິກິດຄັ້ງນີ້ໄປດ້ວຍກັນ, ຮ່ວມແຮງຮ່ວມໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຢູ່ຮ່ວມກັນດ້ວຍຄວາມສາມັກຄີປອງດອງ, ເອົາໃຈໃສ່ຮັກສາສຸຂະພາບຂອງຕົວເອງ ແລະ ຄວາມສະອາດ ເພື່ອປ້ອງກັນບໍ່ໃຫ້ພະຍາດຕ່າງໆເກີດຂຶ້ນ.


ໂດຍ: ວິໄລວອນ ສິດທິໄຊ,ໜັງສືພິມ“ສາລະວັນ“