ແຈ້ງ!! ກະຊວງແຮງງານເປີດຮັບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

42

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການ ສະບັບເລກທີ 3225/ຮສສ ລົງວັນທີ 6 ກັນຍາ 2019 ເຖິງອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ພະນັກງານ, ທະຫານ-ຕຳຫຼວດ ທຸກຊັ້ນຄົນໃນທົ່ວສັງຄົມ ເລື່ອງລະດົມການບໍລິຈາກ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພພິບັດ (ນໍ້າຖ້ວມ) ປີ 2019 ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍແຈ້ງມາຍັງທຸກພາກສ່ວນໃນທົ່ວສັງຄົມຊາບວ່າ: ເນື່ອງຈາກສະພາບອາກາດ ແລະ ພາຍຸເຂດຮ້ອນ ໂພດູ ຫົວທີ2 ແລະ ລົມພາຍຸດີເປຼຊັນ, ຄາຈີກີ ພັດຜ່ານບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໃນຊ່ວງທ້າຍເດືອນ ສິງຫາ ຫາຕົ້ນເດືອນ ກັນຍາ 2019 ເຊິ່ງໄດ້ເຮັດໃຫ້ມີຝົນຕົກໜັກ ແລະ ນໍ້າຖ້ວມຢູ່ 6 ແຂວງຄື: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ແຂວງອັດຕະປື ເຊິ່ງຜົນກະທົບໂດຍກົງຕໍ່ຊີວິດ ແລະ ຊັບສິນ ທັງພາກລັດ ແລະ ຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ທີ່ຢູ່ອາໄສ, ບ້ານຮືອນ, ພື່ນທີ່ການຜະລິດ, ສັດລ້ຽງ, ຂົວ, ໂຮງໝໍ, ໂຮງຮຽນ, ສຸກສາລາ, ໄຟຟ້າ, ແຫຼ່ງນໍ້າກິນ, ນໍ້າໃຊ້ ແລະ ອື່ນໆເປັນຈຳນວນຫຼວງຫຼາຍ.

ດ້ວຍຄວມເປັນຫ່ວງເປັນໄຍຕໍ່ບຸກຄົນ ແລະ ຄອບຄົວຜູ້ປະສົບເຄາະຮ້າຍຈາກໄພພິບັດຄັ້ງນີ້, ພັກ ແລະ ລັດຖະບານ ກໍ່ໄດ້ມີການຈັດຕັ້ງຊີ້ນຳການຊ່ວຍເຫຼືອສຸກເສີນຮີບດ່ວນ ດ້ວຍການສົມທົບລະຫວ່າງສູນກາງ ກັບທ້ອງຖິ່ນເປັນຕົ້ນ ໃນການກອບກູ້ເອົາຊີວິດ ແລະ ຊັບສິນຂອງປະຊາຊົນ ເຊິ່ງໄດ້ເຮັດໃຫຜູ້ປະສົບເຄາະຮ້າຍ ມີຄວາມປອດໄພ ແລະ ໄດ້ຮັບການບັນເທົາທຸກໃນເບື້ອງຕົ້ນ.

 

ດັ່ງນັ້ນ, ເພື່ອເສີມຂະຫຍາຍມູນເຊື້ອສາມັກຄີ, ຄວາມເອື້ອເຟື້ອຊ່ວຍເຫຼືອເຊິ່ງກັນ ແລະ ຄວາມຮັກຫອມຕອມຕຸ້ມຂອງປະຊາຊົນລາວເຮົາ ໃນການຊ່ວຍເຫຼືອແກ້ໄຂຊີວິດການເປັນຢູ່ ຂອງຜູ້ປະສົບເຄາະຮ້າຍ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມເປັນຄະນະປະທານກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດບັນດາເຜົ່າ ແລະ ເພື່ອນມິດສະຫາຍຜູ້ຢູ່ໃກ້ ແລະ ຢູ່ໄກ ເພື່ອຂໍຄວາມຊ່ວຍເຫຼືອອັນຮີບດ່ວນໃນຄັ້ງນີ້ເປັນຕົ້ນ: ເຂົ້າສານ, ອາຫານ-ນໍ້າດື່ມ, ຢາປົວພະຍາດ, ເຄື່ອງໃຊ້ຄົວເຮືອນ ຫຼື ວັດຖຸເງິນຄຳ ແລະ ອື່ນໆ.

ສຳລັບຜູ້ທີ່ປະສົງຢາກປະກອບສ່ວໃນການແກ້ໄຂບັນເທົາທຸກໃນຄັ້ງນີ້ ສາມາດປະກອບສ່ວນດ້ວຍຕົນເອງ ຫຼື ປະສານມາຍັງກົມສົງເຄາະ ໃນນາມກອງເລຂາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕືກ  ຊັ້ນ) ຫຼື ໂອນເຂົ້າບັນຊີ: ກອງທຶນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ຈາກໄພພິບັດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພາສາອັງກິດ Fund Assistance ta Disaster Victims-Mlrilstry of Labour and Social Weltare

ບັນຊີສະກຸນເງີນກີບ: 010110001508937001

ບັນຊີສະກຸນເງິນບາດ: 010110201508937001

ບັນຊີສະກຸນເງີນໂດລາ: 010110101508937001

ເຊິ່ງທ່ານສາມາດຕິດຕໍ່ພົວພັນມາໃຫ້ການຊ່ວຍເຫຼືອນັບແຕ່ເວລາ 7:30 ໂມງ ຂອງວັນທີ 7 ກັນຍາ 2019 ເປັນຕົ້ນໄປ.