ທ່ານນາຍົກ ຊີ້ນຳໃຫ້ເລັ່ງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢ່າງຮີບດ່ວນ

44

ໃນຕອນເຊົ້າຂອງວັນທີ 5 ກັນຍາ 2019 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມດ່ວນ ເພື່ອປຶກສາຫາລືການແກ້ໄຂໄພພິບັດນໍ້າຖ້ວມຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຈຳນວນໜຶ່ງ ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບນໍ້າຖ້ວມ ເນື່ອງຈາກຝົນຕົກໜັກທີ່ໄດ້ຮັບອິດທິພົນຂອງລົມພາຍຸໝູນເຂດຮ້ອນໂພດູ ແລະ ລົມພາຍຸດີເປຼເຊິນ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນໄລຍະທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາ 2019, ສະພາບຜົນກະທົບ ແລະ ການຊ່ວຍເຫຼືອສຸກເສີນຢູ່ 6 ແຂວງ ທີ່ໄດ້ຮັບຜົນກະທົບ ຄື: ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງອັດຕະປື, ແຂວງສາລະວັນ, ແຂວງຈຳປາສັກ ແລະ ແຂວງເຊກອງ, ປັດຈຸບັນໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 37 ເມືອງ, 788 ບ້ານ, 54.207 ຄອບຄົວ, ເສຍຊີວິດ 2 ຄົນ, ສູນຫາຍ 2 ຄົນ, ປະຊາຊົນຍົກຍ້າຍ 3.400 ກວ່າຄອບຄົວ, ສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ເນື້ອທີ່ທຳມາຫາກິນຂອງປະຊາຊົນ, ອາຄານສະຖານທີ່, ໂຮງຮຽນ, ສຸກສາລາ, ຊົນລະປະທານ, ຖະໜົນຫົນທາງ ແລະ ອື່ນໆ ເປັນຈຳນວນຫຼວງຫຼາຍ. ສຳລັບຄວາມຕ້ອງການຮີບດ່ວນລວມມີ ເຄື່ອງອຸປະໂພກ – ບໍລິໂພກ ເປັນຕົ້ນ ອາຫານ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນອນ, ເຄື່ອງກອງນ້ຳ, ເຮືອ, ງົບປະມານຮັບໃຊ້ ແລະ ອື່ນໆ.

ກອງປະຊຸມ ໄດ້ລົງເລິກປຶກສາຫາລືມາດຕະການແກ້ໄຂສຸກເສີນ ໂດຍສະເພາະການຊ່ວຍເຫຼືອປະຊາຊົນທີ່ຍັງຕິດຄ້າງຢູ່ບ່ອນນ້ຳຖ້ວມ ແລະ ຄວາມຮັບຜິດຊອບຂອງແຕ່ລະຂະແໜງການກ່ຽວຂ້ອງ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ຈັດສົ່ງເຮືອ, ເຄື່ອງອຸປະໂພກ – ບໍລິໂພກ ແລະ ງົບປະມານຈຳນວນໜຶ່ງໃຫ້ແກ່ບັນດາແຂວງທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ ພ້ອມທັງໄດ້ຊີ້ນຳໃຫ້ບັນດາກະຊວງຮີບຮ້ອນຈັດຕັ້ງປະຕິບັດ ດັ່ງນີ້: ໃຫ້ກະຊວງປ້ອງກັນປະເທດສືບຕໍ່ຊີ້ນຳ, ຈັດຕັ້ງກຳລັງທະຫານ, ພາຫະນະ, ໜ່ວຍແພດສຸກເສີນເຂົ້າຊ່ວຍເຫຼືອປະຊາຊົນທີ່ກຳລັງປະສົບໄພນໍ້າຖ້ວມໃຫ້ທັນການ ແລະ ທົ່ວເຖິງ; ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວາງແຜນແກ້ໄຂ ແລະ ຊ່ວຍເຫຼືອໃຫ້ດີ ແລະ ແທດຕົວຈິງ ໂດຍມີການຈັດຕັ້ງແບ່ງວຽກກັນລະອຽດຈະແຈ້ງ; ໃຫ້ກະຊວງປ້ອງກັນຄວາມສະຫງົບ ເອົາໃຈໃສ່ຕໍ່ວຽກງານປ້ອງກັນ ຄວາມສະຫງົບໃຫ້ດີ ໂດຍສະເພາະການປົກປັກຮັກສາວັດຖຸສິ່ງຂອງຂອງປະຊາຊົນໃນພາວະເກີດໄພພິບັດສຸກເສີນຄືປັດຈຸບັນ ເພື່ອບໍ່ໃຫ້ມີການສວຍໂອກາດຂອງຄົນບໍ່ດີ; ໃຫ້ກະຊວງການເງິນ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັນຈັດສັນງົບປະມານເພື່ອແກ້ໄຂໄພພິບັດຄັ້ງນີ້ໃຫ້ໄດ້ຮັບຜົນເປັນຢ່າງດີ; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເອົາໃຈໃສ່ເກັບກຳຂໍ້ມູນ ແລະ ເລັ່ງແກ້ໄຂບັນຫາເສັ້ນທາງ, ຂົວ ແລະ ອື່ນໆ ທີ່ເປ່ເພເສຍຫາຍ ແລະ ບາງເສັ້ນທາງທີ່ຖືກຕັດຂາດໃຫ້ສາມາດສັນຈອນໄປ – ມາໄດ້. ພ້ອມກັນນັ້ນ, ກໍໃຫ້ຊ່ວຍເຫຼືອແກ່ຜູ້ໂດຍສານທີ່ຍັງຄ້າງຢູ່ຕາມເຂດນ້ຳຖ້ວມໃຫ້ສາມາດໄປຮອດຈຸດໝາຍປາຍທາງ; ໃຫ້ກະຊວງສາທາລະນະສຸກ ສົມທົບກັບກະຊວງປ້ອງກັນປະເທດ ຈັດຕັ້ງພະນັກງານແພດ – ໝໍ, ອຸປະກອນການແພດທີ່ຈຳເປັນ, ຢາປ້ອງກັນ ແລະ ປິ່ນປົວພະຍາດໄປຊ່ວຍເຫຼືອປະຊາຊົນຕາມຈຸດເຕົ້າໂຮມຕ່າງໆຂອງແຂວງທີ່ໄດ້ຮັບຜົນກະທົບ; ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກຂ່າວແຈ້ງເຕືອນ, ແນະນຳ ແລະ ໃຫ້ຂໍ້ມູນຕ່າງໆ ແກ່ປະຊາຊົນຢ່າງເປັນປະຈຳ ແລະ ທັນການ. ພ້ອມກັນນັ້ນ, ກໍຕ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫາການອອກຂ່າວທີ່ບໍ່ມີມູນຄວາມຈິງ, ໃສ່ຮ້າຍປ້າຍສີ ແລະ ອື່ນໆຂອງສື່ສັງຄົມອອນລາຍຈຳນວນໜຶ່ງຢ່າງທັນການ; ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດ ແລະ ອອກຂ່າວໃຫ້ສັງຄົມຮັບຊາບຜ່ານສື່ຕ່າງໆ ( ໂທລະພາບ, ວິທະຍຸ, ສື່ອອນລາຍ ແລະ ໜັງສືພິມ ) ຢ່າງທັນການ ແລະ ເປັນປົກກະຕິ ເພື່ອໃຫ້ປະຊາຊົນມີສະຕິ ແລະ ກຽມພ້ອມຮັບມື.

ພ້ອມກັນນີ້, ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການກ່ຽວກັບສະພາບດິນຟ້າອາກາດ ແລະ ການກະກຽມຮັບມື ແລະ ແກ້ໄຂຜົນກະທົບຈາກໄພພິບັດ ເພື່ອໃຫ້ຂະແໜງການ ແລະ ທ້ອງຖິ່ນຮັບຊາບ ແລະ ຈັດຕັ້ງປະຕິບັດ; ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ເອົາໃຈໃສ່ຊີ້ນຳ ແລະ ຕິດຕາມ ກ່ຽວກັບການບໍລິຫານ ແລະ ຈັດການນໍ້າ ຢູ່ເຂື່ອນຕ່າງໆ ໃຫ້ຮັບປະກັນ ຄວາມປອດໄພ ແລະ ແກ້ໄຂຢ່າງທັນການ; ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ກະກຽມແຜນດ້ານຕ່າງໆ ເປັນຕົ້ນແນວພັນພືດ – ສັດ, ຝຸ່ນ – ປຸ໋ຍ, ປັດໄຈການຜະລິດ ແລະ ອື່ນໆ ເພື່ອຊ່ວຍເຫຼືອປະຊາຊົນພາຍຫຼັງນໍ້າບົກແຫ້ງ.

( ຮູບ ແລະ ຂ່າວ: ຫສນຍ )