ນະຄອນປາກເຊ ຍັງວິກິດ ສ່ວນສາລະວັນ, ເຊກອງ ນໍ້າເລີ່ມຫຼຸດລົງ

137

ສະຖານະການນ້ຳຖ້ວມຢູ່ແຂວງພາກໃຕ້ໃນວັນທີ 5 ກັນຍາ 2019 ຝົນເລີ່ມເບົາບາງລົງ ແຕ່ຢູ່ນະຄອນປາກເຊ ແຂວງຈຳປາສັກ ຍັງວິກິດ ເພາະລະດັບນ້ຳເຊໂດນ ຍັງເພີ່ມປະລິມານຂຶ້ນຢູ່ແຕ່ນ້ຳຂອງເລີ່ມຫຼຸດລົງ ດ້ານເຈົ້າໜ້າທີ່ກຳລັງເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນຂຶ້ນສູ່ເຂດປອດໄພ. ສ່ວນຢູ່ສາລະວັນ ແລະ ເຊກອງ ລະດັບນ້ຳຫຼຸດລົງແລ້ວ, ສ່ວນຄວາມຕ້ອງການເລັ່ງດ່ວນແມ່ນເຮືອ, ເຄື່ອງນຸ່ງຫົ່ມ ແລະ ອາຫານ.

ທ່ານ ຄໍາໃສ ໝື່ນຫຼວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈຳປາສັກ ລາຍງານໃນວັນທີ 5 ກັນຍາ ວ່າ: ປັດຈຸບັນຝົນເລີ່ມເບົາບາງລົງ, ລະດັບນໍ້າຂອງທີ່ວັດແທກໄດ້ໃນເວລາ 6:00 ໂມງຂອງມື້ນີ້ ( ວັນທີ 5 ກັນຍາ 2019 )  ຢູ່ທີ່ 13,68 ແມັດ, ຕົກມາຮອດເວລາ 13:00 ໂມງ ຢູ່ທີ່ 13,64 ແມັດ ຖືວ່າຫຼຸດລົງ 4 ຊັງຕີແມັດ ແຕ່ເມື່ອທຽບໃສ່ເວລາ 13:00 ໂມງ ຂອງວັນທີ 4 ກັນຍາ 2019 ຢູ່ທີ່ 13,45 ແມັດ ເຫັນວ່າເພີ່ມຂຶ້ນ 19 ຊັງຕີແມັດ. ເຖິງຢ່າງໃດກໍຕາມ, ຖືວ່າລະດັບນໍ້າຂອງເລີ່ມຫຼຸດລົງຕາມລໍາດັບ ແຕ່ລະດັບນໍ້າເຊໂດນກັບເພີ່ມຂຶ້ນ ຍິ່ງເຮັດໃຫ້ຖືກກະທົບໜັກຕໍ່ເມືອງຊະນະສົມບູນ, ເມືອງສຸຂຸມາ ແລະ ເມືອງປະທຸມພອນ ເຊິ່ງປັດຈຸບັນຍັງສືບຕໍ່ຊ່ວຍເຫຼືອຍົກຍ້າຍເອົາປະຊາຊົນອອກຈາກເຂດດັ່ງກ່າວ ແຕ່ກໍຍັງບໍ່ສາມາດຊ່ວຍເຫຼືອໄດ້ທົ່ວເຖິງ ເນື່ອງຈາກຂາດເຂີນພາຫະນະ ໂດຍສະເພາະແມ່ນເຮືອທີ່ນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່. ນອກຈາກນີ້, ກໍມີອຸປະສັກຈາກກະແສນໍ້າທີ່ພັດແຮງຢູ່ບາງເຂດເຮັດໃຫ້ບໍ່ສາມາດເຂົ້າເຖິງໄດ້.

ໃນປັດຈຸບັນທີມງານທີ່ລົງຊ່ວຍເຫຼືອກໍບໍ່ລົດລະຄວາມພະຍາຍາມ ຍັງສືບຕໍ່ນໍາໃຊ້ເຮືອທະຫານກວດກາຕາມຈຸດຕ່າງໆ ເພື່ອນໍາຜູ້ປະສົບໄພອອກໄປເຂດປອດໄພໃຫ້ໄດ້ທັງໝົດ. ສະເພາະມາດຕະການຊ່ວຍເຫຼືອທີ່ສາມາດເຮັດໄດ້ໃນຕອນນີ້ມີພຽງນໍາເອົານໍ້າດື່ມ ແລະ ເຂົ້າສານຈໍານວນໜຶ່ງບັນເທົາທຸກໄປກ່ອນເທົ່ານັ້ນ, ສ່ວນການອົບພະຍົບຍົກຍ້າຍປະຊາຊົນອອກໄປເຂດປອດໄພ ແມ່ນນໍາເຂົາເຈົ້າໄປອາໄສຢູ່ຕາມໂຮງຮຽນ, ວັດ ແລະ ຕາມສະຖານທີ່ທີ່ຜູ້ປະສົບໄພເອງເຄີຍອາໄສລີ້ໄພຢູ່ຕາມຕົວເມືອງຕ່າງໆ.

ແຂວງເຊກອງ ເລີ່ມມີແສງແດດສະພາບກັບສູ່ປົກກະຕິ

ຈາກຂໍ້ມູນຂອງຄະນະກໍາມະການ ແລະ ຄວບຄຸມໄພພິບັດແຂວງເຊກອງ ລາຍງານໃນວັນທີ 5 ກັນຍາ ໃຫ້ຮູ້ວ່າ: ສະຖານະການນໍ້າຖ້ວມຢູ່  ແຂວງເຊກອງ ເລີ່ມກັບເຂົ້າສູ່ສະພາບປົກກະຕິ ເລີ່ມມີແດດອອກມາ ແຕ່ກໍຍັງບໍ່ສາມາດເຂົ້າເຖິງຜູ້ປະສົບໄພໄດ້ ເນື່ອງຈາກເສັ້ນທາງຖືກຕັດຂາດ, ລະບົບໄຟຟ້າ, ນໍ້າປະປາ ຍັງບໍ່ສາມາດນໍາໃຊ້ໄດ້ ຄາດວ່າອີກ 7 ວັນຂ້າງໜ້າ ຈຶ່ງຈະສາມາດນໍາໃຊ້ໄດ້ເປັນປົກກະຕິ. ສ່ວນການກຽມພ້ອມສະບຽງອາຫານຊ່ວຍເຫຼືອແມ່ນມີເຂົ້າຈໍານວນ 44 ໂຕນ ໃຫ້ເຂົາເຈົ້າຫຼັງຜູ້ປະສົບໄພສາມາດເຄື່ອນຍ້າຍເຂົ້າມາບ້ານເຮືອນຂອງຕົນເອງໄດ້ ເນື່ອງຈາກປັດຈຸບັນແມ່ນອາໄສໜ່ວຍພູເປັນບ່ອນລີ້ໄພ.

ເສັ້ນທາງຢູ່ສາລະວັນຫຼາຍຈຸດສາມາດສັນຈອນໄດ້ແລ້ວ

ລະດັບນ້ຳຢູ່ແຂວງສາລະວັນຫຼຸດລົງ 3 ແມັດແລ້ວ ປະຊາຊົນບາງເຂດສາມາດເຂົ້າມ້ຽນເຮືອນ ເສັ້ນທາງຫຼາຍຈຸດໃຊ້ໄດ້ແລ້ວ ແຕ່ຍັງມີບາງເຂດເຈົ້າໜ້າທີ່ຍັງສືບຕໍ່ຍົກຍ້າຍໄປຢູ່ສະໂມສອນເມືອງ ແລະ ສະໜາມບິນ.

ທ່ານ ທຶງ ຈອມມະນີ ເຈົ້າເມືອງສາລະວັນ ໃຫ້ຮູ້ວ່າ: ຕອນບ່າຍຂອງວັນທີ 5 ກັນຍາ 2019 ສະພາບນໍ້າຖ້ວມໃນເທສະບານແຂວງ ແລະ ເມືອງສາລະວັນ ລະດັບນໍ້າໄດ້ບົກແຫ້ງ ແລະ ຫຼຸດລົງ ປະມານ 3 ແມັດ ທຽບໃສ່ເວລາດຽວກັນຂອງວັນທີ 4 ກັນຍາ, ຫຼາຍເສັ້ນທາງສາມາດສັນຈອນໄປ – ມາຕາມປົກກະຕິ. ຍົກເວັ້ນບາງເຂດໂດຍສະເພາະແມ່ນຕະຫຼາດສາລະວັນ, ບ້ານວັດກາງ, ເສັ້ນທາງແຕ່ຫ້ອງວ່າການແຂວງ ຫາ ເຮືອນຮັບແຂກແຂວງ, ບ້ານໂພນແກ້ວ, ນາເຫຼັກ ແລະ ຈຸດຕ່າງໆທີ່ຢູ່ໃນລະດັບຕໍ່າ.

ປັດຈຸບັນ, ປະຊາຊົນທີ່ອາໄສຢູ່ໃນເຂດທີ່ນໍ້າບົກແຫ້ງລົງແມ່ນສາມາດໄປເກັບກວາດມ້ຽນວັດຖຸສິ່ງຂອງໄດ້ເປັນປົກກະຕິ. ນອກນັ້ນ, ບັນດາພາກສ່ວນຕ່າງໆໃນຂັ້ນແຂວງ ພ້ອມດ້ວຍໜ່ວຍກູ້ໄພຈາກນະຄອນຫຼວງວຽງຈັນ ແລະ ກອງກຳລັງທະຫານມາຈາກແຂວງຈຳປາສັກ ໄດ້ເຂົ້າມາຊ່ວຍເຫຼືອຍົກຍ້າຍພໍ່ແມ່ປະຊາຊົນໃນຫຼາຍຈຸດທີ່ນໍ້າຍັງຖ້ວມ ມາພັກເຊົາຢູ່ທີ່ສະໂມສອນເມືອງ, ສະໜາມບິນແຂວງ ແລະ ໂຮງແຮມ ພົນໄຊ ທີ່ເປີດໃຫ້ພັກລ້າ ພ້ອມທັງແຈກຢາຍເຂົ້າສານ, ອາຫານແຫ້ງ ແລະ ນໍ້າດື່ມ, ເອົາໃຈໃສ່ຕິດຕາມກວດກາຜົນເສຍຫາຍ ແລະ ເຝົ້າລະວັງພະຍາດທີ່ອາດເກີດຂຶ້ນມາຫຼັງນໍ້າຖ້ວມ. ເຖິງຢ່າງໃດກໍຕາມ, ປັດຈຸບັນຍັງມີ 42 ບ້ານ ໃນທົ່ວເມືອງສາລະວັນ ທີ່ຍັງບໍ່ສາມາດເຂົ້າເຖິງໄດ້ ແລະ ບັນຫາທີ່ຂາດແຄນທີ່ສຸດແມ່ນນໍ້າດື່ມ. ສະນັ້ນ, ຮຽກຮ້ອງໃຫ້ບັນດາພາກສ່ວນຕ່າງໆໃນທົ່ວປະເທດຈົ່ງພ້ອມໃຈກັນມາບໍລິຈາກຊ່ວຍເຫຼືອອາຫານແຫ້ງ, ນໍ້າດື່ມ ແລະ ຢາປິ່ນປົວຕ່າງໆ.

ແຂວງອັດຕະປື ກຳນົດຈຸດປອດໄພໃຫ້ປະຊາຊົນພັກເຊົາ

ທ່ານ ນາງ ບຸນນານ ບຸນຍະແສງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ປັດຈຸບັນສະພາບອາກາດພາຍໃນແຂວງ ມີແດດ ແລະ ຝົນຕົກບາງຄັ້ງຄາວ ພ້ອມມີຟ້າມືດຄຶ້ມ, ສ່ວນສະພາບການນໍ້າຖ້ວມມີທ່າອ່ຽງຫຼຸດລົງເລັກໜ້ອຍ ແຕ່ດ້ານຄວາມເສຍຫາຍແມ່ນເສັ້ນທາງຖືກຕັດຂາດ, ນໍາຖ້ວມຂົວການສັນຈອນລະຫວ່າງບ້ານກໍບໍ່ສາມາດໄປ – ມາໄດ້. ໃນນີ້: ກະທົບໜັກແມ່ນ 4 ຕົວເມືອງ ຄື: ເມືອງສະໜາມໄຊ ມີ 26 ບ້ານ, 214 ຄອບຄົວ ໃນເຂດດັ່ງກ່າວແມ່ນນໍ້າຖ້ວມບ້ານເຮືອນ ແລະ ເນື້ອທີ່ນາ, ບໍ່ສາມາດນໍາໃຊ້ໄຟຟ້າໄດ້; ເມືອງພູວົງ ມີ 11 ບ້ານ, ມີ 1.134 ຄອບຄົວ; ເມືອງສາມັກຄີໄຊ ມີ 19 ບ້ານ, ມີ 1.300 ຄອບຄົວ; ເມືອງໄຊເສດຖາ 6 ບ້ານ 1.929 ຄອບຄົວ. ໃນຈໍານວນ 4 ເມືອງແມ່ນຖືກກະທົບທັງບ້ານເຮືອນ, ເນື້ອທີ່ນາ, ເສັ້ນທາງ, ຂົວເປ່ເພ ແລະ ສັດລ້ຽງເສຍຫາຍຢ່າງໜັກໜ່ວງ. ສ່ວນເມືອງຊານໄຊ ມີ 4 ບ້ານ ເຊິ່ງເຂດນີ້ບ້ານເຮືອນບໍ່ເສຍຫາຍ ສ່ວນຫຼາຍກະທົບທາງດ້ານຜົນຜະລິດ.

ສ່ວນລະດັບນໍ້າໃນເວລາ 23:00 ໂມງ ຂອງວັນທີ 4 ກັນຍາ 2019 ຢູ່ທີ່ 17,64 ແມັດ ມາຮອດເວລາ 12:00 ໂມງຂອງວັນທີ 5 ກັນຍາ 2019 ວັດແທກໄດ້ 17,74 ແມັດ ເມື່ອທຽບກັບລະດັບນໍ້າຂອງມື້ວານນີ້ແມ່ນສູງຂຶ້ນ 10 ຊັງຕີແມັດ ແຕ່ຫຼ້າສຸດເວລາ 14:00 ໂມງ ວັດແທກໄດ້ 17,73 ແມັດ ເຫັນວ່າລະດັບນໍ້າເລີ່ມຫຼຸດລົງເລັກໜ້ອຍ.

ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າ   ແຂວງອັດຕະປື ກ່າວວ່າ: ເຖິງຢ່າງໃດກໍຕາມ ປັດຈຸບັນແຂວງໄດ້ວາງແຜນກຽມຮັບມືເພື່ອຕອບໂຕ້ ໂດຍການກໍານົດຈຸດປອດໄພໄວ້ໃຫ້ປະຊາຊົນໄດ້ພັກເຊົາຕາມເຂດເໝາະສົມ, ນໍາໃຊ້ເຮືອຈໍານວນ 10 ລໍາ ເພື່ອຊ່ວຍເຫຼືອປະຊາຊົນ ພ້ອມນໍາໃຊ້ລົດບັນທຸກ, ລົດກະບະ ເພື່ອລໍາລຽງຂົນເຄື່ອງວັດຖຸສິ່ງຂອງຊ່ວຍເຫຼືອປະຊາຊົນ. ພ້ອມນີ້, ກໍມີເຂົ້າສານແຮໄວ້ ແຕ່ກໍຍັງມີ ຄວາມຕ້ອງການເພີ່ມ ໂດຍສະເພາະແມ່ນນໍ້າດື່ມ, ອາຫານແຫ້ງ ແລະ ຢາປົວພະຍາດ. ນອກຈາກນີ້, ພາກສ່ວນກ່ຽວຂ້ອງກໍໄດ້ຕັ້ງຈຸດເຝົ້າລະວັງ ແລະ ຕິດຕາມລະດັບນໍ້າຕະຫຼອດ 24 ຊົ່ວໂມງ, ຢ່າງໃດກໍດີມາຮອດປັດຈຸບັນຍັງບໍ່ມີລາຍງານຄົນເສຍຊີວິດ ຫຼື ສູນຫາຍແຕ່ຢ່າງໃດ.

ຂໍ້ສະເໜີຂໍຄວາມຊ່ວຍເຫຼືອຂອງບັນດາແຂວງທີ່ຖືກກະທົບ

ຕາມການເປີດເຜີຍຂອງກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ແຂວງສະຫວັນນະເຂດ ມີຄວາມຕ້ອງການເຂົ້າສານ ຈໍານວນ 150 ໂຕນ; ນ້ຳດື່ມ 10.000 ແພັກ; ໝີ່ສໍາເລັດຮູບ 3.000 ແກັດໃຫຍ່; ປາກະປ໋ອງ 1.500 ແກັດ, ເປົາຊາຍ 50.000 ໜ່ວຍ ເພື່ອເສີມຄູກັນນ້ຳ ແລະ ປົວແປງຫຼັງນ້ຳຫຼຸດ; ເຮືອກູ້ໄພ ໃຫ້ແກ່ເມືອງຊົນນະບູລີ; ງົບປະມານໃນການບໍລິຫານນ້ຳມັນລົດ, ເຮືອ ແລະ ຈັດຊື້ເຄື່ອງອຸປະໂພກ – ບໍລິໂພກໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຢູ່ແຕ່ລະເມືອງຈໍານວນ 250.000.000 ລ້ານກີບ.

ແຂວງຄໍາມ່ວນ ມີຄວາມຕ້ອງການເຄື່ອງອຸປະໂພກ – ບໍລິໂພກ ໂດຍສະເພາະແມ່ນ: ເຂົ້າ, ອາຫານແຫ້ງ, ຢາປົວພະຍາດຄົນ, ສັດ, ເຮືອຮັບໃຊ້ໃນການກູ້ໄພ ແລະ ຂົນຍ້າຍປະຊາຊົນ, ງົບປະມານບໍລິຫານ ແລະ ແຮສຸກເສີນ.

ແຂວງສາລະວັນ ມີຄວາມຕ້ອງການເຮືອກູ້ໄພ ພ້ອມຄົນຂັບເຮືອ; ເຄື່ອງອຸປະໂພກ – ບໍລິໂພກ: ອາຫານແຫ້ງ, ນ້ຳດື່ມ, ເຂົ້າ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນອນ; ງົບປະມານໃນການຕອບໂຕ້ຕ່າງໆ ເຊັ່ນ: ນ້ຳມັນ ແລະ ອື່ນໆ; ເສື້ອຊູຊີບ, ເຊືອກກູ້ໄພ ແລະ ອື່ນໆ.

ແຂວງຈໍາປາສັກ ເຮືອ ແລະ ຄົນຂັບເຮືອ ເພື່ອຍົກຍ້າຍປະຊາຊົນ; ເຄື່ອງອຸປະໂພກ – ບໍລິໂພກ: ນ້ຳດື່ມ, ໝີ່ສໍາເລັດຮູບ, ປາກະປ໋ອງ, ເຂົ້າ; ງົບປະມານໃນການບໍລິຫານຕອບໂຕ້ສຸກເສີນ.

ແຂວງເຊກອງ ສະເໜີໃຫ້ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ລົງຊຸກຍູ້ການປະຕິບັດການຕອບໂຕ້ສຸກເສີນ; ງົບປະມານໃນການບໍລິຫານປະຕິບັດການຕອບໂຕ້ສຸກເສີນ ໂດຍສະເພາະແມ່ນນ້ຳມັນ; ເຂົ້າກິນ ຈໍານວນ 100 ໂຕນ; ອາຫານແຫ້ງ ເຊັ່ນ: ໝີ່ 1.000 ແກັດ, ປາກະປ໋ອງ 1.000 ແກັດ, ນ້ຳດື່ມ 1.000 ແກັດ; ເຄື່ອງໃຊ້ໃນຄົວເຮືອນ ເຊັ່ນ: ໝໍ້, ຖ້ວຍ, ບ່ວງ ແລະ ອື່ນໆ; ເຄື່ອງນອນ, ເຄື່ອງນຸ່ງຫົ່ມ; ພາຫະນະຮັບໃຊ້ ລົດໃຫຍ່, ລົດກະບະ, ເຮືອ, ຍົນ ເພື່ອຂົນສົ່ງເຄື່ອງຊ່ວຍເຫຼືອເຂົ້າໄປ ເມືອງກະລຶມ ແລະ ເມືອງດາກຈຶງ ( ເມືອງທີ່ເສັ້ນທາງຕັດຂາດ ).

ແຂວງອັດຕະປື ໂຄມໄຟ 28 ໜ່ວຍ, ເສື້ອກັນຝົນ 210 ຜືນ, ເສື້ອຊູຊີບ 210 ຜືນ, ເຊືອກກູ້ໄພ 14 ກໍ້; ນ້ຳມັນເຮືອ ( ແອັດຊັງ ແລະ ນ້ຳມັນອຸຕະລູກ ປົນນ້ຳມັນເຮືອ ), ໝໍ້ໄຟໃສ່ຈັກປັ່ນໄຟຟ້າ 4 ໜ່ວຍ; ເຄື່ອງອຸປະ  ໂພກ – ບໍລິໂພກ ເຊັ່ນ: ປ່ອງປາ, ອາຫານແຫ້ງ, ນ້ຳດື່ມ.