ນໍ້າຖ້ວມພາກໃຕ້, ກະທົບກວ່າ 50 ພັນຄອບຄົວ, ຕອນນີ້ຍັງຕ້ອງການອາຫານ-ນໍ້າດື່ມ

236

ສະພາບນໍ້າຖ້ວມຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້ ຂອງສປປ ລາວ ປີນີ້, ຖືວ່າໜັກໜ່ວງກວ່າປີຜ່ານມາ ເນື່ອງຈາກໄດ້ຮັບອິດພົນຈາກພາຍຸໝຸນເຂດຮ້ອນພັດຜ່ານ 2 ຮອບ ໃນໄລຍະເວລາບໍ່ເຖິງອາທິດ ສົ່ງຜົນໃຫ້ປະລິມານນໍ້າໃນບັນດາແມ່ນໍ້າສາຂາ ແລະ ແມ່ນໍ້າຂອງເພີ່ມຂື້ນຢ່າງໄວວາ ໄຫຼເຂົ້າຖ້ວມບ້ານເຮືອນ, ໄຮ່ນາຮົ້ວສວນ ແລະ ສຳນັກງານອົງການຈັດຕັ້ງຕ່າງໆໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ.

ในภาพอาจจะมี มหาสมุทร, ท้องฟ้า, สถานที่กลางแจ้ง, ธรรมชาติ และน้ำ

ອີງຕາມການລາຍງານຂ່າວຂອງກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນວັນທີ 5 ກັນຍາ 2019 ໃຫ້ວ່າ: ເຫດນ້ຳຖ້ວມໜັກຢູ່ 6 ແຂວງ ພາກກາງ ຫາ ພາກໃຕ້ນັ້ນ ໄດ້ເຮັດໃຫ້ມີການ ເສຍຊີວິດ 2 ຄົນ, ສູນຫາຍອີກ 2 ຄົນ ແລະ 54.207 ຄອບຄົວ ໄດ້ຮັບຜົນກະທົບໜັກຈາກເຫດການດັ່ງກ່າວ.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, ต้นไม้, บ้าน, สถานที่กลางแจ้ง, ธรรมชาติ และน้ำ

ຂ່າວຍັງລາຍງານໃຫ້ຮູ້ວ່າ: ອິດທິພົນຂອງລົມພາຍຸໂພດູ ແລະ ລົມພາຍຸດີເປຼຊັນ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນຊ່ວງທ້າຍເດືອນສິງຫາ ຫາ ຕົ້ນເດືອນ ກັນຍາ 2019 ເຮັດໃຫ້ມີຝົນຕົກໜັກ ແລະ ເກີດນໍ້າຖ້ວມຢູ່ ແຂວງຄໍາມ່ວນ, ສະຫວັນນະເຂດ, ອັດຕະປື, ສາລະວັນ, ຈໍາປາສັກ ແລະ ແຂວງເຊກອງ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 37 ເມືອງ, 788 ບ້ານ.

ເຫດໄພພິບັດດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນຢູ່ ສະຫວັນນະເຂດ ແລະ ຈໍາປາສັກ, ສູນຫາຍອີກ 2 ຄົນ ຢູ່ແຂວງຈໍາປາສັກ. ປະຊາຊົນຖືກຍົກຍ້າຍ 3.400 ກວ່າຄອບຄົວ, ສ້າງຄວາມເສຍຫາຍຕໍ່ບ້ານເຮືອນຂອງປະຊາຊົນ, ເນື້ອທີ່ນາ 130.569 ກວ່າເຮັກຕາ, ຊົນລະປະທານ 26 ແຫ່ງ, ຂົວ 6 ແຫ່ງ, ໂຮງຮຽນ 45 ແຫ່ງ, ສຸກສາລາ 2 ແຫ່ງ ແລະ ອື່ນໆ.

ປັດຈຸບັນ ຄວາມຕ້ອງການອັນຮີບດ່ວນ ແມ່ນ ເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນອາຫານ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນອນ, ເຮືອພ້ອມຄົນຂັບ ແລະ ງົບປະມານຮັບໃຊ້ອື່ນໆ

ในภาพอาจจะมี 3 คน, ผู้คนกำลังยืน และสถานที่กลางแจ้ง