ລະວັງ 2 ພະຍາດ ທີ່ມັກເກີດກັບພືດຜັກໃນລະດູຝົນ

130

ເມື່ອກ້າວເຂົ້າສູ່ລະດູຝົນ ຊາວກະສິກອນຜູ້ປະກອບອາຊີບປູກຝັງ – ລ້ຽງສັດ ຕ້ອງຮັບມືໃຫ້ດີເພາະພະຍາດມັນມາພ້ອມກັບໄພທໍາມະຊາດທີ່ປັດຈຸບັນຫຼາຍເຂດໃນທົ່ວປະເທດພວມປະເຊີນຢູ່. ນອກຈາກນີ້, ມັນຍັງມາພ້ອມກັບໄພທີ່ເປັນອັນຕະລາຍຕໍ່ພືດຜັກນໍາອີກ. ດັ່ງນັ້ນ, ຄວນມີການກວດກາຢູ່ຕະຫຼອດ ພ້ອມທັງຫາວິທີທາງແກ້ໄຂ ເພື່ອປ້ອງກັນການເກີດຄວາມເສຍຫາຍຕາມມາ. ຍ້ອນແນວນັ້ນ, ຄວາມຮູ້ກະສິກໍາມື້ນີ້ ຜູ້ຂຽນໄດ້ນໍາເອົາຂໍ້ມູນກ່ຽວກັບພະຍາດທີ່ມັກເກີດກັບພືດຜັກມາໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ນໍາກັນ ໂດຍມີ 2 ພະຍາດທີ່ມັກເກີດໃນລະດູຝົນ ຄື: ພະຍາດໃບເປັນຈຸດ ແລະ ພະຍາດແຫ່ວແຫ້ງ.

ພະຍາດໃບເປັນຈຸດ: ເປັນພະຍາດທີ່ສະແດງອາການອອກທາງພາຍນອກຂອງພືດ ໂດຍມີຈຸດບາດແຜນ້ອຍໆສີນໍ້າຕານປົນດໍາທີ່ບໍລິເວນກ້ານໃບນ້ອຍ, ບໍລິເວນທີ່ເປັນຈຸດຫຼຸບລົງເລັກໜ້ອຍ ເມື່ອເປັນຫຼາຍຂຶ້ນສົ່ງຜົນໃຫ້ຕົ້ນຜັກອາດຕາຍໄດ້. ສ່ວນການລະບາດຂອງພະຍາດດັ່ງກ່າວ ສະປໍຂອງເຊື້ອສາມາດປິວໄປຕາມລົມ, ຕາມສາຍນໍ້າ, ຜ່ານແມງໄມ້, ເຄື່ອງມືການກະເສດ, ຄົນ ແລະ ອື່ນໆ ເວົ້າລວມແລ້ວພະຍາດນີ້ສາມາດແຜ່ລະບາດໄດ້ຢ່າງງ່າຍດາຍ, ສ່ວນບ່ອນທີ່ມີຄວາມສ່ຽງເກີດພະຍາດດັ່ງກ່າວ ແມ່ນເຂດທີ່ມີຄວາມຊຸ່ມສູງ, ສະພາບອາກາດຮ້ອນຊຸ່ມ ໂດຍສະເພາະໃນລະດູຝົນ ອຸນຫະພູມ 25 ຫາ 30 ອົງສາ.

ວິທີປ້ອງກັນ: ທໍາລາຍພືດຕົ້ນທີ່ເປັນພະຍາດດັ່ງກ່າວດ້ວຍການຫຼົກໄປເຜົາຖິ້ມ, ໃຊ້ວິທີປູກພືດໝູນວຽນ, ບໍ່ຄວນໃຫ້ນໍ້າແບບສີດພົ່ນຝົນຝອຍ ແລະ ໃຫ້ສີດພົ່ນສານເຄມີກໍາຈັດເຊື້ອຣາຢູ່ສະເໝີ.

ພະຍາດແຫ່ວແຫ້ງ: ມັນຈະສະແດງອາການແຫ່ວແຫ້ງເທື່ອລະໜ້ອຍຢ່າງຊ້າໆ, ໃບທີ່ຢູ່ໃກ້ຮາກປ່ຽນເປັນສີເຫຼືອງ ແລະ ຫຼົ່ນ, ຕໍ່ມາໃບຈະແຫ່ວແຫ້ງໝົດຕົ້ນ, ພະຍາດນີ້ມັກເກີດຂຶ້ນຫຼາຍກັບໝາກເຜັດ ຖ້າໝາກເຜັດເປັນພະຍາດນີ້ເຖິງຂັ້ນສຸດທ້າຍຈະແຫ້ງຕາຍໃນທີ່ສຸດ; ດ້ານການລະບາດມັນຈະເກີດຂຶ້ນເປັນບາງບ່ອນ ຖ້າສະພາບອາກາດມີອຸນຫະພູມສູງ ແລະ ດິນມີຄວາມຊຸ່ມສູງຈະເຮັດໃຫ້ພະຍາດນີ້ລະບາດໄດ້ດີ.

ວິທີປ້ອງກັນ: ຖ້າຫາກພົບໝາກເຜັດຕົ້ນໃດທີ່ມີລັກສະນະອາການແບບນີ້ໃຫ້ຫຼົກຖິ້ມ ພ້ອມເຜົາທໍາລາຍ, ສ່ວນການປ້ອງກັນຕັ້ງແຕ່ເລີ່ມຕົ້ນແມ່ນໃຫ້ປັບສະພາບດິນດ້ວຍປູນຂາວ ແລະ ຝຸ່ນຄອກກ່ອນ.

( ຂໍ້ມູນຈາກ: http://www.vtagrigroup.com )