ໝາກຜົນ 3 ສ້າງ ພາຍໃນຂົງເຂດວຽກງານກະສິກຳ ແລະ ປ່າໄມ້ ຂອງແຂວງຄຳມ່ວນ

65

ໄລຍະ 2 ປີຜ່ານມາ ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ປະຕິບັດວຽກງານ 3 ສ້າງຢ່າງຕັ້ງໜ້າ ສາມາດຮັບຮອງເອົາບ້ານກະສິກໍາ ແລະ ປ່າໄມ້ແບບຢ່າງໄດ້ 42 ບ້ານ ມີຄອບຄົວແບບຢ່າງທາງດ້ານກະສິກຳ ແລະ ປ່າໄມ້ ຈຳນວນ 5.746 ຄອບຄົວ.

ທ່ານ ໄຄສີ ດາລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ລາຍງານຕໍ່ກອງປະຊຸມສະຫຼຸບຕີລາຄາ ສາມສ້າງໜ່ວຍພັດທະນາດ້ານວຽກງານກະສິກໍາ ແລະ ປ່າໄມ້ ໃນວັນທີ 4 ກັນຍາ 2019 ຜ່ານມາວ່າ: ໄລຍະ 2 ປີຜ່ານມາ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ສ້າງ ແລະ ໄດ້ປະກາດຮັບຮອງເອົາບ້ານກະສິກໍາ ແລະ ປ່າໄມ້ແບບຢ່າງ ໄດ້ 42 ບ້ານ ເທົ່າກັບ 73,61% ຂອງຈໍານວນບ້ານຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ, ມີຄອບຄົວແບບຢ່າງທາງດ້ານກະສິກຳ ແລະ ປ່າໄມ້ ຈຳນວນ 5.746 ຄອບຄົົວ, ຜ່ານການດໍາເນີນຕົວຈິງຕາມທິດສາມສ້າງ, ນະໂຍບາຍສາມສ້າງທີ່ກະຊວງກະສິກໍາ ແລະ ປ່າໄມ້ ກຳນົດອອກ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນບັນດາເຜົ່າ ໂດຍກ້າວໄປສູ່ການຜະລິດເປັນສິນຄ້າ, ສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ເພີ່ມຂຶ້ນເປັນກ້າວໆ.

ສະຫຼຸບແລ້ວຜ່ານການຈັດຕັ້ງແຜນດຳເນີນງານຜ່ານມາ ໄລຍະ 2 ປີ ສາມາດຄັດເລືອກບຸກຄົນດີເດັ່ນ ຈຳນວນ 138 ທ່ານ ແລະ ກົມກອງດີເດັ່ນ ຈຳນວນ 22 ກົມກອງ, ບ້ານແບບຢ່າງດ້ານກະສິກໍາ ແລະ ປ່າໄມ້ ຈຳນວນ 10 ບ້ານ ເຊິ່ງຈະໄດ້ມີການຍ້ອງຍໍການຈັດຕັ້ງປະຕິບັດວຽກງານສາມສ້າງຂອງຂົງເຂດວຽກງານກະສິກຳ ແລະ ປ່າໄມ້ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງນຳພາ – ການບໍລິຫານ, ການຄຸ້ມຄອງຢູ່ທ້ອງຖິ່ນ ແລະ ຮາກຖານໄດ້ຮັບການປັບປຸງ, ຍົກລະດັບຂຶ້ນເລື້ອຍໆ, ໄດ້ເປັນປັດໄຈກະຕຸກຊຸກຍູ້ການຜະລິດກະສິກຳເປັນສິນຄ້າເກີດຂຶ້ນຫຼາຍບ່ອນພາຍໃນແຂວງ, ການຜະລິດເປັນສິນຄ້າໄດ້ມີການຈັດຕັ້ງກຸ່ມຂຶ້ນ, ມີການແບ່ງຂັ້ນຄຸ້ມຄອງຕາມທິດສາມສ້າງ ເປັນຕົ້ນແມ່ນການມອບສິດ, ມອບຄວາມຮັບຜິດຊອບ ແລະ ການຈັດແບ່ງຜົນປະໂຫຍດໃຫ້ແກ່ທ້ອງຖິ່ນ, ຮາກຖານ ໂດຍສະເພາະແມ່ນເມືອງເປົ້າໝາຍສ້າງເປັນເມືອງເຂັ້ມແຂງຮອບດ້ານ, ຊຸກຍູ້ – ນໍາພາຄອບຄົວ ແລະ ບ້ານກະສິກຳແບບຢ່າງ ເພື່ອຕອບສະໜອງຜົນປະໂຫຍດ ແລະ ຄວາມຢູ່ດີກິນດີກັບໝົດທຸກຄົນ, ສ້າງຄວາມເຂັ້ມແຂງ, ສ້າງ ຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນ.

ນອກຈາກນີ້, ໃນກອງປະຊຸມຍັງເປີດໂອກາດໃຫ້ບັນດາຂະແໜງການອ້ອມຂ້າງພະແນກ ແລະ ບັນດາຄອບຄົວຕົວແບບໄດ້ປະກອບຄໍາເຫັນພ້ອມທັງຈັບມືສືບຕໍ່ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕ່າງໆທີ່ໄດ້ຮັບການມອບໝາຍຕາມຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ພ້ອມທັງຮັບໃບຍ້ອງຍໍທີ່ໄດ້ປະກອບສ່ວນເຂົ້າໃນວຽກງານສາມສ້າງໃນໄລຍະຜ່ານມາ ແລະ ຮັບຟັງການໂອ້ລົມຂອງທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ຕື່ມອີກ.

[ ຂ່າວ : ແດງສະຫວັດ ແສນພານິດ ]