ອຸດສາຫະກໍາເທັກໂນໂລຢີຊັ້ນສູງຈີນເຕີບໂຕ3ປີຊ້ອນ

57

ຈີນທຸ່ມງົບປະມານພັດທະນາເພື່ອຊຸກຍູ້ສົ່ງເສີມອຸດສາຫະກໍດເທັກໂນໂລຢີຊັ້ນສູງໂດຍຈໍານວນໃນປີ2018ເພີ່ມຂຶ້ນ11,8%ຫຼືເທົ່າກັບ1,97ພັນຕື້ຢວນຖືເປັນການຂະຫຍາຍຕົວ3ປີຊ້ອນ.

ລາຍງານຈາກສະຖາບັນສະຖິຕິແຫ່ງຊາດ,ກະຊວງການເງິນ ແລະ ກະຊວງວິທະຍາສາດ ແລະ ເທັກໂນໂລຢີຂອງຈີນຊີ້ວ່າ:ຫາກຫົວໜ່ວຍທຸລະກິດເປັນຜູ້ສະໜັບສະໜູນໃຫ້ຈໍານວນການວິໄຈ ແລະ ພັດທະນາຕາມມາດ້ວຍຈໍານວນເງິນຈາກລັດຖະບານ ແລະ ຈາກມະຫາວິທະຍາໄລຕ່າງໆກໍຍັງບໍ່ພຽງພໍ.

ເຖິງວ່າຕົວເລກຈໍານວນເງິນທີ່ໃຊ້ກັບການວິໄຈ ແລະ ພັດທະນາຈະມີຈໍານວນມະຫາສານ,ແຕ່ເມື່ອນໍາຈໍານວນເງິນດັ່ງກ່າວໄປປຽບທຽບກັບອັດຕາສ່ວນຂອງຈີດີພີຈໍານວນເງິນດັ່ງກ່າວກັບການຂະຫຍາຍຕົວບໍ່ຫຼາຍປານໃດຈາກ2,15%ໃນປີ2017ເປັນ2,19%ໃນປີ2019.

ສ່ວນໜຶ່ງທີ່ເຮັດໃຫ້ຈໍານວນພັດທະນາບໍ່ສູງຫຼາຍມາຈາກບັນຫາເສດຖະກິດໂດຍເມື່ອເດືອນ ມີນາທີ່ຜ່ານມາລັດຖະບານຈີນຕັ້ງເປົ້າການເພີ່ມຂຶ້ນຂອງຈໍານວນເງິນພັດທະນາໃຫ້ສອດຄ່ອງກັບແຜນພັດທະນາປະເທດທີ່ຈະເພິ່ງພາອາໄສອຸດສາຫະກໍາການຜະລິດ ແລະ ອຸດສາຫະກໍາໜັກໃຫ້ໜ້ອຍ ແລະ ຫັນໄປເພິ່ງພາອາໄສອຸດສາຫະກໍາເທັກໂນໂລຢີທັນສະ  ໄໝໃຫ້ຫຼາຍຕາມແຜນການສ້າງຈີນໃນປີ2025.