ໃຫ້ລົດຈັກ 115 ຄັນ ເພື່ອຈັດຕັ້ງປະຕິບັດໂຄງການອະນຸລັກຊີວະນາໆພັນຢູ່ຫຼວງນ້ຳທາ

37

*

*

ເພື່ອເຮັດໃຫ້ວຽກການອານຸລັກທໍາມະຊາດ ສັດປ່ານາໆຊະນິດ ສະດວກສະບາຍຫຼາຍຂຶ້ນ ພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນໍ້າທາໄດ້ມອບລົດຈັກ ໃຫ້ໃຊ້ໃນການຈັດຕັ້ງປະຕິບັດໂຄງການອະນຸລັກຊີວະນາໆພັນ ແລະ ປ່າໄມ້ແບບປະສົມປະສານ ໃນວັນທີ 4 ກັນຍາ 2019 ຜ່ານມາ ໂດຍມີ ທ່ານ ຄໍາໄຫຼ ສີປະເສີດ,ຮອງເຈົ້າແຂວງ,ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນໍ້າທາ, ມີຄະນະຮັບຜິດຊອບໂຄງການຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.

*

*

ໂຄງການອະນຸລັກຊີວະນາໆພັນ ແລະ ປ່າໄມ້ແບບປະສົມປະສານ ຢູ່ແຂວງຫຼວງນໍ້າທາ ໄດ້ຮັບການສ້າງຕັ້ງຂື້ນມາໃນປີ 2015 ເພື່ອອະນຸລັກ ປົກປັກຮັກສາຊີວະນາໆພັນ, ຮັກສາສັດນໍ້າ-ສັດປ່າ ແລະ ປົກປັກຮັກສາປ່າໄມ້ ຢູ່ແຂວງຫຼວງນໍ້າທາມີເນື້ອທີ່ປ່າສະຫງວນທັງໝົດ 2 ແສນ 22.400 ເຮັກຕາ ໂຄງການດັ່ງກ່າວຈະດໍາເນີນໄປເຖິງປີ 2022.

*

*

ເຊິ່ງລົດຈັກທີ່ນໍາມາມອບໃນຄັ້ງນີ້ມີຈໍານວນທັງໝົດ 115 ຄັນ, ຄັນລະ 17 ລ້ານກີບ ລວມມູນຄ່າທັງໝົດ 1 ຕື້ 955 ລ້ານກີບ ເພື່ອຈັດຕັ້ງປະຕິບັດກິດຈະກໍາຕາມແຜນໂຄງການອະນຸລັກຊີວະນາໆພັນ ແລະ ປ່າໄມ້ແບບປະສົມປະສານ ສະໜັບສະໜູນໂດຍລັດຖະບານເຢຍລະມັນ (KFW),

*

*

ໃນນີ້ໄດ້ມອບໃຫ້ບັນດາພະແນກການຂັ້ນແຂວງຈຳນວນ 28 ຄັນຄື: ພະແນກະສິກຳແລະປ່າໄມ້ແຂວງ 26 ຄັນ, ສາຫະພັນແມ່ຍີງແຂວງ 1 ຄັນ, ແນວລາວສ້າງຊາດແຂວງ 1 ຄັນ, ຂັ້ນເມືອງມີຫ້ອງການກະສິກຳເມືອງ-ເມືອງລະ 8 ຄັນ,ຫ້ອງການແນວລາວສ້າງຊາດເມືອງເມືອງລະ 2 ຄັນ,ຫ້ອງການສາຫະພັນແມ່ຍີງເມືອງເມືອງລະ 2 ຄັນ,ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງເມືອງລະ 3 ຄັນ ແລະ ບ້ານເປົ້າໝາຍ12ບ້ານລະ1 ຄັນ, ຄັດເລືອກໃຫ້ບ້ານທີ່ນອນໃນ ຫຼື ອ້ອມຂ້າງປ່າສະຫງວນ ທີ່ດີເດັ່ນໃນການປົກປັກຮັກສາ ສັດນໍ້າ-ສັດປ່າ ແລະ ປ່າໄມ້.

*

*
ທ່ານ ຄໍາໄຫຼ ສີປະເສີດ ຮອງເຈົ້າແຂວງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນໍ້າທາ ໄດ້ມອບລົດຈັກ ໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ແລະ ໄດ້ເນັ້ນໜັກໃຫ້ພາກສ່ວນຕ່າງໆຈົ່ງນໍາເອົາລົດດັ່ງກ່າວໄປນໍາໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ຮຽກຮ້ອງໃຫ້ສືບຕໍ່ປົກປັກຮັກສາປ່າສະ ຫງວນໃຫ້ຢືນຍົງ, ເພື່ອສູ້ຊົນເຮັດໃຫ້ແຜນຂອງລັດຖະບານປີ 2020 ໃຫ້ມີປ່າໄມ້ປົກຫຸ້ມກວມ 70% ໃນທົ່ວປະເທດ.