ໄຟຟ້າເມືອງມຸນລະປາໂມກເລັ່ງຍ້າຍໝໍ້ນັບໄຟສູ່ທີ່ສູງ ເພື່ອຄວາມປອດໄພ

36

*

*

ເປັນອີກໜຶ່ງສິ່ງທີ່ສໍາຄັນເຮົາຄວນຄໍານຶງ ກ່ຽວກັບກະແສໄຟຟ້າທີ່ອາດຈະເກີດອັນຕະລາຍ ຫາກມີການຫົ່ວໄຫຼ ຫຼື ຖືກນໍ້າ ໂດຍສະເພາະເຂດທີ່ມີໄພພິບັດນໍ້າຖ້ວມຍິ່ງຕ້ອງເຄື່ອນຍ້າຍ ແລະມີວິທີການບໍລິຫານຈັດການໃຫ້ດີ.

*

*

*

ເພື່ອຄວາມປອດໄພຂອງຜູ້ປະສົບໄພພິບັດ ແລະຮັກສາເຄື່ອງໃຫ້ສາມາດນຳໃຊ້ໄດ້ຍາວນານ ນັບແຕ່ວັນທີ 4 ກັນຍາ 2019 ທ່ານ ທອງແດງ ພົມມະວົງສາ ຫົວໜ້າສູນບໍລິການໄຟຟ້າເມືອງ ມູນລະປະໂມກ ແຂວງຈຳປາສັກ, ທ່ານ ໄພວັນ ພີມພາວັນ ຮອງສູນບໍລິການໄຟຟ້າ ພ້ອມດ້ວຍພະນັກງານວິຊາການພາຍໃນສູນໂດຍເລີ່ມປະຕິບັດການຍົກຍ້າຍໝໍ້ນັບໄຟຂຶ້ນສູ່ພື້ນທີ່ໆສູງກວ່າ ຄາດວ່າຈະດຳເນີນໄປຮອດວັນທີ 8 ກັນຍາ 2019ຈິ່ງຈະສຳເລັດ.

*

*

*

ເພື່ອປ້ອງກັນການຮົ່ວໄຫຼຂອງກະແສໄຟຟ້າ ເຂດເໜືອ ແມ່ນເລີ່ມຈາກ ບ້ານໄຄ້ດ່ຽວ ຫາ ບ້ານທ່າຄໍ້ ເຂດໃຕ້ເລີ່ມຈາກບ້ານຊຽງຫວາງ ຫາບ້ານເວີນຍາງລົງເຄື່ອນຍ້າຍທັງໝົດ ຈຳນວນ 548 ໜ່ວຍ,ຈຳນວນ 14 ບ້ານ ຖ້າລະດັບນ້ຳເພີ່ມຂື້ນອີກ ຈະມີແຜນສືບຕໍ່ໃນບ້ານອື່ນໆ ຂອງເມືອງມຸນລະປາໂມກ.

*

*

*