ຫົວເຫວີຍນຳໃຊ້ນະວັດຕະກຳ 5G ທີ່ງານ ຫົວເຫວີຍ ເອເຊຍ-ປາຊີຟິກ ອິນໂນເວເຊິນ ເດ

183

ງານ ຫົວເຫວີຍ ເອເຊຍ-ປາຊີຟິກ ອິນໂນເວເຊິນ ເດ (Huawei Asia-Pacific Innovation Day) ຈັດຂຶ້ນທີ່ ເມືອງເສີນຕູ່ ປະເທດຈີນ, ໃນວັນທີ 4 ກັນຍາ 2019 ຜ່ານມາ. ໃນງານນີ້ ຫົວເຫວີຍ ແລະ ພັນທະມິດຈັດສະແດງແອັບພລິເຄຊັນອຸດສາຫະກຳທີ່ຫຼາກຫຼາຍ, ເພື່ອສະແດງໃຫ້ເຫັນເຖິງສັກກາຍຍະພາບທີ່ບໍ່ມີຂີດຈຳກັດຂອງແອັບພລິເຄຊັນການຄ້າ  5G ເຊັ່ນ: 5G + virtual reality (VR), 5G + 8K videos,5G + drones, 5G telemedicine ແລະ ລົດພະຍາບານທີ່ເຊື່ອມຕໍ່ 5G.

ການຍົກສູງປະສົບການຂອງຜູ້ບໍລິໂພກ ແລະ ເພີ່ມຂີດຄວາມສາມາດທີ່ການປ່ຽນເປັນດິຈິຕ້ອນທາງອຸດສາຫະກຳເປັນເປົ້້າໝາຍຫຼັກໃນການນຳໃຊ້ 5G.

5G + VR: ທີ່ເຂດຮັກສາພັນໝີແພນດ້າທີ່ຢູ່ຫ່າງອອກໄປຫຼາຍກິໂລ, ກ້ອງພາໂນຣາມາ 360° VR ບັນທຶກພາບການເຄື່ອນໄຫວຂອງໝີແພນດ້າຈາກພາຍໃນກົງລ້ອມຖ່າຍທອດສົດຜ່ານເຄືອຂ່າຍ 5G ໃຫ້ແກ່ຜູ້ແທນທີ່ໃຊ້ຊຸດຫູຟັງ VR.

5G + 8K videos: ສະໜັບສະໜູນໂດຍເຄືອຂ່າຍ 5G, ດ້ວຍຄວາມລະອຽດ 8K ທີ່ສະແດງວິດີໂອ UltraHD (UHD) ໃນແບບຖ່າຍທອດສົດ real time ເຊິ່ງໝາຍຄວາມວ່າຜູ້ເຂົ້າຮ່ວມສາມາດເພີດເພີນກັບການສະແດງເຫຼົ່ານີ້ດ້ວຍພາບ ແລະ ລາຍລະອຽດທີ່ຊັດເຈນຍິ່ງຂຶ້ນ.

ในภาพอาจจะมี 1 คน, ชุดสูท

ເປີດໃຊ້ງານໂດຍເຄືອຂ່າຍ 5G ທີ່ມີຄວາມໄວສູງ, ແອັບພລິເຄຊັ່ນທີ່ເປັນນະວັດເຫຼົ່ານີ້ດຶງດູດສາຍຕາຂອງຜູ້ເຂົ້າຮ່ວມຈາກຫຼາຍປະເທດ ແລະ ຫຼາຍເຂດໃນອາຊີປາຊີຟິກ. ຍົກຕົວຢ່າງວິດີໂອ 8K ຄວາມລະອຽດສູງສຸດ7680×4320 ສູງກວ່າ 4K ເປັນ 4ເທົ່າ ແລະ ຮຽກຮ້ອງໃຫ້ມີການແບນວິດ bandwidth ທີ່ມີຄວາມໄວສູງຢ່າງໜ້ອຍ 100 Mbit/s, ເຊິ່ງມີພຽງເຄືອຂ່າຍ 5G ເທົ່ານັ້ນທີ່ສາມາດສະໜອງໄດ້.

ເນື່ອງຈາກວ່າ 5G ມີການຄວບຄຸມຫຼາຍຍິ່ງຂຶ້ນ, ການຖ່າຍທອດສົດຄວາມລະອຽດ 8K ຈະເປັນໄປໄດ້ທຸກທີ່ ແລະ ທຸກເວລາເທົ່າທີ່ຫຼາຍຄົນຕ້ອງການ, ໃນຕົ້ນທືນທີ່ຕ່ຳ ແລະ ມີປະສິດທິພາບສູງກວ່າ. ໃນອະນາຄົດ 5G ຈະຖືກລວມໂຕເຂົ້າກັບVR, ຖ່າຍທອດສົດຄວາມລະອຽດ 8K ແລະ ບໍລິການອື່ນໆ. ສິ່ງນີ້ຈະຊ່ວຍອຳນວຍຄວາມສະດວກໃຫ້ກັບ ແອັບພລິເຄຊັນທີ່ເປັນນະວັດຕະກຳຫຼາຍຂຶ້ນໃນດ້ານຕ່າງໆເຊັ່ນ: telemedicine ແລະ ການຖ່າຍທອດສົດເຊິ່ງຈະຊ່ວຍເລັ່ງການພັດທະນາເສດຖະກິດດິຈີຕ້ອນ.

5G ຈະມີການໃຊ້ຫຼາຍຂຶ້ນໃນອຸດສາຫະກຳຕ່າງໆ, ປັບປຸງປະສິດທິພາບ ແລະ ຫຼຸດຕົ້ນທືນ. ດັ່ງທີ່ໄດ້ສະແດງໃນງານ, ເຄືອຂ່າຍ 5G ຈະເຮັດໜ້າທີ່ເປັນຮາກຖານຂອງລະບົບຊ່ວຍເຫຼືອທາງການແພດສຸກເສີນທີ່ຄວບຄຸມເຊິ່ງປະກອບດ້ວຍໂຮງໝໍທີ່ເຊື່ອມຕໍ່ ແລະ ແອັບພລິເຄຊັ່ນທີ່ຮອງຮັບ AI ເຊັ່ນ: AR, VR, ແລະ ໂດຣນ(drones). ເມື່ອຄົນເຈັບໄດ້ຂຶ້ນລົດຂົນສົ່ງຄົນເຈັບ,  ທ່ານໝໍສາມາດໃຊ້ອຸປະກອນການແພດໃນລົດເພື່ອດຮັດການກວດຮ່າງກາຍເຊັ່ນ: ການກວດເລືອດ, ການທົດສອບຄື້ນໄຟຟ້າຫົວໃຈ ຫຼື ການສະແກນໂໝດ B. ໃນເວລາດຽວກັນ, ຂໍ້ມູນທີ່ກ່ຽວຂອງເຊັ່ນ: ພາບສະແດງສັນຍານທາງການແພດ ແລະ ບັນທຶກທາງການແພດທີ່ສາມາດສົ່ງໄປໂຮງໝໍຕາມເວລາຈິງ, ເພື່ອໃຫ້ແພດສາມາດຈັດແຜນການຮັກສາສຸກເສີນ ແລະ ກຽມພ້ອມສຳລັບການດຳເນີນການໃນເວລາທີ່ເໝາະສົມ. ສິ່ງນີ້ຈະຊ່ວຍໃຫ້ປະຢັດເວລາໄດ້ຫຼາຍຂຶ້ນໃນການຊ່ວຍຊີມິດຜູ້ບາດເຈັບ ແລະ ເພີ່ມອັດຕາຄວາມສຳເລັດໃນການຮັກສາ. ນອກເໜືອຈາກແອັບພລິເຄຊັ່ນທີ່ສະແດງໃນງານແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ສຳັດກັບແອັບພລິເຄຊັ່ນນະວັດຕະກຳອື່ນໆ, ທີ່ຂັບເຄື່ອນໂດຍເຄືອຂ່າຍ 5G ນອກສະຖານທີ່. ແອັບພລິເຄຊັ່ນເຫຼົ່ານີ້ລວມເຖິງລົດບັນທຸກຕົວຢ່າງ ຂອງເຄືອຂ່າຍ 5G ຫຼາຍມິຕິໃນເຂດພາກໃຕ້ຂອງເຂດພັດທະນາອຸດສາຫະກຳເສີນຕູ່, ລົດໂດຍສານ 5G ໃນຖະໜົນ Ring Road ທີ2 ຂອງເສີນຕູ່, ແລະ telemedicine ຂອງໂຮງໝໍປະຊາຊົນເສີນຕູ່ໝາຍເລກ 3.  ໃນສະຖານະການດັ່ງກ່າວຜູ້ຄົນໄດ້ສຳພັດກັບຄວາມໄວສູງຂອງເຄືອຂ່າຍ 5G ແລະ ແອັບພລິເຄຊັ່ນເຊັ້ນ VR and UHD ທີ່ເປີດໃຊ້ງານ 5G ໃນຂະນະເດີນທາງ.

ການໃຊ້ເຄືອຂ່າຍ 5G ໃນຮູບແບບການຄ້າ, ຈະນຳປະສົບການໃໝ່ໆມາສູ່ຜູ້ບໍລິໂພກ, ເປີດໃຊ້ງານການປ່ຽນເປັນດິຈິຕ້ອນອຸດສາຫະກຳອຳນວຍຄວາມສະດວກໃນການສ້າງສັນນະວັດ ຕະກຳໃນການໃຊ້ງານໃນອຸດສາຫະກຳ ແລະ ການສ້າງມູນຄ່າທາງສັງຄົມ ແລະ ເສດຖະກິດຫຼາຍຫຍິ່ງຂຶ້ນ.