ຄວາມສຳຄັນຂອງ ເຕັກໂນໂລຊີໃນປັດຈຸບັນ

367

ໃນປັດຈຸບັນລະບົບເຕັກໂນໂລຊີຂໍ້   ມູນ – ຂ່າວສານມີຄວາມສຳຄັນ ແລະ ຈຳເປັນສຳລັບອົງກອນທີ່ຈະເຂົ້າມາຊ່ວຍອຳນວຍຄວາມສະດວກໃນການດຳເນີນທຸລະກິດ ເຮັດໃຫ້ມີການເຂົ້າເຖິງຂໍ້ມູນມີຄວາມວ່ອງໄວ, ການຕິດຕໍ່ສື່ສານມີປະສິດທິພາບ ແລະ ຊ່ວຍປະຢັດຕົ້ນທຶນໃນການດຳເນີນງານຕ່າງໆ ຂອງໜ່ວຍງານທີ່ເຊື່ອມຕໍ່ລະບົບອິນເຕີເນັດ ເຊັ່ນ: ການຮັບ – ສົ່ງຈົດໝາຍເອເລັກໂຕຣນິກ, ການມີເວັບໄຊ ສຳລັບເປັນຊ່ອງທາງໃນການປະຊາສຳພັນຂ່າວສານຕ່າງໆ.

ເຊິ່ງລະບົບເຕັກໂນໂລຊີຂໍ້ມູນ – ຂ່າວສານຈະມີປະໂຫຍດ ແລະ ສາມາດຊ່ວຍອຳນວຍຄວາມສະດວກໃນດ້ານຕ່າງໆ ແຕ່ໃນຂະນະດຽວກັນກໍມີຄວາມສ່ຽງສູງ ແລະ ກໍໃຫ້ເກີດໄພອັນຕະລາຍ ຫຼື ສ້າງ ຄວາມເສຍຫາຍຕໍ່ອົງກອນໄດ້ເຊັ່ນກັນ.

ເຕັກໂນໂລຊີຂໍ້ມູນ – ຂ່າວສານ ເຮັດໃຫ້ສັງຄົມປ່ຽນຈາກສັງຄົມອຸດສາຫະກຳມາເປັນສັງຄົມຂໍ້ມູນ – ຂ່າວສານເຮັດໃຫ້ ລະບົບເສດຖະກິດປ່ຽນຈາກລະບົບແຫ່ງຊາດ ໄປເປັນເສດຖະກິດໂລກທີ່ເຮັດໃຫ້ ລະບົບເສດຖະກິດຂອງໂລກຜູກພັນກັບທຸກປະເທດ, ຄວາມເຊື່ອມໂຍງຂອງເຄືອຂ່າຍຂໍ້ມູນ – ຂ່າວສານ ເຮັດໃຫ້ເກີດສັງຄົມໂລກາພິວັດ, ເຕັກໂນໂລຊີຂໍ້ມູນ – ຂ່າວສານເຮັດໃຫ້ອົງກອນມີລັກສະນະຜູກພັນ, ມີຂະໜາດທຸລະກິດທີ່ນ້ອຍລົງ ແລະ ເຊື່ອມໂຍງກັບທຸລະກິດອື່ນເປັນເຄືອຂ່າຍ ເຮັດໃຫ້ການດຳເນີນທຸລະກິດມີການແຂ່ງຂັນ ໃນດ້ານຄວາມໄວ ໂດຍອາໄສລະບົບເຄືອຂ່າຍຄອມພິວເຕີ ແລະ ການສື່ສານໂທລະຄົມມະນາຄົມເປັນຕົວສະໜັບສະໜູນ ເພື່ອໃຫ້ເກີດມີການແລກປ່ຽນຂໍ້ມູນໄດ້ງ່າຍ ແລະ ວ່ອງໄວ.

ຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເຮັດໃຫ້ມີການພັດທະນາຄິດຄົ້ນສິ່ງອຳນວຍຄວາມສະດວກສະບາຍຕໍ່ການດຳລົງຊີວິດໄດ້ເປັນຢ່າງດີ. ນອກນັ້ນ, ເຕັກໂນໂລຊີໄດ້ເຂົ້າມາເສີມປັດໄຈພື້ນຖານການດຳລົງຊີວິດໄດ້ເປັນຢ່າງດີ, ເຮັດໃຫ້ການສ້າງທີ່ພັກອາໄສມີຄຸນນະພາບ ແລະ ໄດ້ມາດຕະຖານສາມາດຜະລິດສິນຄ້າ ແລະ ໃຫ້ບໍລິການຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການຂອງມະນຸດຫຼາຍຂຶ້ນ. ເຕັກໂນໂລຊີເຮັດໃຫ້ລະບົບການຜະລິດສາມາດຜະລິດສິນຄ້າໄດ້ເປັນຈຳນວນຫຼາຍ, ມີລາຄາຖືກລົງ, ສິນຄ້າໄດ້ຄຸນນະພາບ ເຊິ່ງເຕັກໂນໂລຊີໄດ້ໃຫ້ບໍລິການຂໍ້ມູນ – ຂ່າວສານ ດ້ວຍກົນໄກເອເລັກໂຕຣນິກເຮັດໃຫ້ມີການຕິດຕໍ່ສື່ສານກັນໄດ້ສະດວກ, ວ່ອງໄວ ແລະ ຕະຫຼອດເວລາ ຈະເຫັນວ່າຊີວິດປັດຈຸບັນກ່ຽວຂ້ອງກັບເຕັກໂນໂລຊີຫຼາຍ ເຊິ່ງສ່ວນໃຫຍ່ໃຊ້ລະບົບຄອມພິວເຕີໃນການເຮັດວຽກ.

ທີ່ມາ: sites.google.com

ໂດຍ: ສົມລົດ