ທະນາຄານເອຊີລີດາ ສາຂາໄຊຍະບູລີ ສາມາດປ່ອຍສິນເຊື່ອ 79 ຕື້ກີບ

152

ປີນີ້ທະນາຄານເອຊີລີດາ ສາຂາແຂວງໄຊຍະບູລີ ສາມາດປ່ອຍສິນເຊື່ອໄດ້ 79 ຕື້ກວ່າກີບ ເພີ່ມຂຶ້ນຈາກປີຜ່ານມາ 10 ຕື້ກວ່າກີບ ຄາດຈະສາມາດມອບພັນທະໃຫ້ກັບລັດຖະບານໄດ້ປະມານ 1 ຕື້ກວ່າກີບ.

ທ່ານ ເພັດສະໝອນ ໃຈວັນນາ ຫົວໜ້າສາຂາທະນາຄານເອຊີລີດາ ລາວ ຈໍາກັດ ປະຈຳແຂວງໄຊຍະບູລີ ໄດ້ເປີດເຜີຍຕໍ່ທີມຂ່າວແຂວງໄຊຍະບູລີ ໃນຕົ້ນເດືອນກັນຍາ ປີ 2019 ນີ້ວ່າ: ທະນາຄານເອຊີລີດາ ສາຂາແຂວງໄຊຍະບູລີ ສາມາດປ່ອຍສິນເຊື່ອໃຫ້ລູກຄ້າບັນລຸ 104,57% ຂອງແຜນການ 6 ເດືອນຕົ້ນປີ ຫຼື ເທົ່າກັບ 96,68% ຂອງແຜນປີ ມີລູກຄ້າທັງໝົດ 2 ພັນກວ່າຄອບຄົວ, ປ່ອຍເງິນທັງໝົດ 79 ຕື້ກີບ ທຽບໃສ່ສົກປີຜ່ານມາຍອດສິນເຊື່ອເພີ່ມຂຶ້ນ 10 ຕື້ກີບ ສ່ວນລູກຄ້າທີ່ມາບໍລິການຝາກເງິນທັງໝົດ 5 ພັນກວ່າບັນຊີ, ມີເງິນຝາກທັງໝົດ 24 ຕື້ກວ່າກີບ. ໃນນີ້, ຝາກປະຢັດວົງເງິນເລີ່ມຕົ້ນຝາກ 50 ພັນກີບ ແລະ ຍອດເງິນຕໍ່າສຸດໃນບັນຊີອັດຕາດອກເບ້ຍແມ່ນ 1,90% ຕໍ່ປີ, ຝາກມີກໍານົດວົງເງິນເລີ່ມຕົ້ນຝາກ 1 ແສນກີບ 1 ເດືອນ 3 ເດືອນດອກເບ້ຍຈະຂຶ້ນໄປຕາມລໍາດັບ ຈົນຮອດ 180 ເດືອນ ຈະໄດ້ຮັບດອກເບ້ຍ ແລະ ຕົ້ນທຶນເມື່ອຮອດກໍານົດ 7,40% ແລະ ເຫັນໄດ້ວ່າປັດຈຸບັນຍອດເງິນຝາກສາມາດບັນລຸ 106,17% ຂອງແຜນການ 6 ເດືອນ ຫຼື ເທົ່າກັບ 69,91% ຂອງແຜນປີ, ທຽບໃສ່ປີຜ່ານມາຍອດເງິນຝາກເພີ່ມຂຶ້ນ 13 ຕື້ກວ່າກີບ.

ພ້ອມນີ້ທາງທະນາຄານເອຊີລີດາ ຂອງພວກເຮົາຍັງມີຫຼາກຫຼາຍຜະລິດຕະພັນການບໍລິການ ເຊັ່ນ: ເງິນຝາກ, ການຄຸ້ມຄອງເງິນສົດ, ການໂອນເງິນພາຍໃນ ແລະ ການໂອນເງິນລະ ຫວ່າງປະເທດຫຼາຍກວ່າ 100 ປະເທດ. ນອກນີ້, ລູກຄ້າຍັງສາມາດຊົມໃຊ້ຜະລິດຕະພັນ ແລະ ການບໍລິການຂອງທະນາຄານເອຊີລີດາ ໂດຍຜ່ານໂທລະສັບມືຖື ເຊິ່ງມີຊື່ວ່າ ( ເອຊີລີດາທັນໃຈ ) ຊ່ວຍໃຫ້ລູກຄ້າສາມາດດໍາເນີນທຸລະກໍາດ້ານການເງິນໄດ້ທຸກວັນ ທຸກທີ່ ແລະ ທຸກເວລາ. ດັ່ງນັ້ນ, ຈຶ່ງເວົ້າໄດ້ວ່າໃນສົກປີ 2019 ທາງທະນາຄານເອຊີລີດາ ພວກເຮົາແມ່ນມີແຜນມອບພັນທະອາກອນໃຫ້ລັດ 1,21 ຕື້ກວ່າກີບ ເຊິ່ງໃນປີ 2018 ມອບພັນທະອາກອນໃຫ້ລັດມີພຽງແຕ່ 773 ລ້ານກວ່າກີບ.

( ຂ່າວ: ບຸນທີ )