ທ່ານນາຍົກ ຊີ້ນຳໃຫ້ຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມຢ່າງຮີບດ່ວນ

62

ໃນຕອນເຊົ້າ ຂອງວັນທີ 5 ກັນຍາ 2019 ທີ່ ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມດ່ວນ ເພື່ອປຶກສາ ຫາລືການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຈຳນວນໜຶ່ງ, ໂດຍການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີທ່ານ ຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ຈາກກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບນໍ້າຖ້ວມ ເນື່ອງຈາກຝົນຕົກໜັກ ທີ່ໄດ້ຮັບອິດທິພົນຂອງລົມພະຍຸໜຸນເຂດຮ້ອນໂພດູ ແລະ ລົມພະຍຸດີເປຣຊັນ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນຊ່ວງທ້າຍເດືອນສິງຫາ ຫາ ຕົ້ນເດືອນ ກັນຍາ 2019, ສະພາບຜົນກະທົບ ແລະ ການຊ່ວຍເຫຼືອສຸກເສີນ ຢູ່ 6 ແຂວງ ທີ່ໄດ້ຮັບຜົນກະທົບ ຄື: ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງອັດຕະປື, ແຂວງສາລະວັນ, ແຂວງຈຳປາສັກ ແລະ ແຂວງເຊກອງ.

 

ປັດຈຸບັນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ໃນ 37 ເມືອງ, 788 ບ້ານ, 54.207 ຄອບຄົວ, ເສຍຊີວິດ 2 ຄົນ, ສູນຫາຍ 2 ຄົນ, ປະຊາຊົນຍົກຍ້າຍ 3.400 ກວ່າຄອບຄົວ, ສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ເນື້ອທີ່ ທຳມາຫາກິນຂອງປະຊາຊົນ, ອາຄານສະຖານທີ່, ໂຮງຮຽນ, ສຸກສາລາ, ຊົນລະປະທານ, ຖະໜົນຫົນທາງ ແລະ ອື່ນໆ ເປັນຈຳນວນຫຼວງຫຼາຍ. ສຳລັບຄວາມຕ້ອງການຮີບດ່ວນ ລວມມີ ເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ອາຫານ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນອນ, ເຄື່ອງກອງນ້ຳ, ເຮືອ ແລະ ງົບປະມານຮັບໃຊ້ ແລະ ອື່ນໆ.

ກອງປະຊຸມ ໄດ້ລົງເລິກປຶກສາຫາລື ມາດຕະການແກ້ໄຂສຸກເສີນ ໂດຍສະເພາະການຊ່ວຍເຫຼືອປະຊາຊົນ ທີ່ຍັງຕິດຄ້າງຢູ່ ບ່ອນນ້ຳຖ້ວມ ແລະ ຄວາມຮັບຜິດຊອບຂອງແຕ່ລະຂະແໜງການກ່ຽວຂ້ອງ. ຫຼັງຈາກນັ້ນ ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ຈັດສົ່ງເຮືອ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ງົບປະມານຈຳນວນໜຶ່ງ ໃຫ້ແກ່ບັນດາແຂວງທີ່ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ.

ພ້ອມທັງ ໄດ້ຊີ້ນຳໃຫ້ບັນດາກະຊວງ ຮີບຮ້ອນຈັດຕັ້ງປະຕິບັດ ດັ່ງນີ້: ໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ຊີ້ນຳ, ຈັດຕັ້ງກຳລັງທະຫານ, ພາຫະນະ, ໜ່ວຍແພດສຸກເສີນ ເຂົ້າຊ່ວຍເຫຼືອປະຊາຊົນ ທີ່ກຳລັງປະສົບໄພນໍ້າຖ້ວມ ໃຫ້ທັນການ ແລະ ທົ່ວເຖິງ; ໃຫ້ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ວາງແຜນແກ້ໄຂ ແລະ ຊ່ວຍເຫຼືອ ໃຫ້ດີ ແລະ ແທດຕົວຈິງ ໂດຍມີການຈັດຕັ້ງແບ່ງງານກັນລະອຽດຈະແຈ້ງ; ໃຫ້ກະຊວງປ້ອງກັນຄວາມສະຫງົບ ເອົາໃຈໃສ່ ຕໍ່ວຽກງານປ້ອງກັນຄວາມສະຫງົບໃຫ້ດີ ໂດຍສະເພາະການປົກປັກຮັກສາວັດຖຸສິ່ງຂອງ ຂອງປະຊາຊົນ ໃນພາວະເກີດໄພພິບັດສຸກເສີນຄືປະຈຸບັນ ເພື່ອບໍ່ໃຫ້ມີການສວຍໂອກາດຂອງຄົນບໍ່ດີ.

ກະຊວງການເງິນ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັນ ຈັດສັນງົບປະມານ ເພື່ອແກ້ໄຂໄພພິບັດຄັ້ງນີ້ ໃຫ້ໄດ້ຮັບຜົນເປັນຢ່າງດີ; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເອົາໃຈໃສ່ເກັບກຳຂໍ້ມູນ ແລະ ເລັ່ງແກ້ໄຂບັນຫາເສັ້ນທາງ, ຂົວ ແລະ ອື່ນໆ ທີ່ເປ່ເພເສຍຫາຍ ແລະ ບາງເສັ້ນທາງທີ່ຖືກຕັດຂາດ ໃຫ້ສາມາດສັນຈອນໄປມາໄດ້, ພ້ອມກັນນັ້ນ ກໍ່ໃຫ້ຊ່ວຍເຫຼືອ ແກ່ຜູ້ໂດຍສານ ທີ່ຍັງຄ້າງຢູ່ຕາມເຂດນ້ຳຖ້ວມ ໃຫ້ສາມາດໄປຮອດຈຸດໝາຍປາຍທາງ; ໃຫ້ກະຊວງສາທາລະນະສຸກ ສົມທົບກັບກະຊວງປ້ອງກັນປະເທດ ຈັດຕັ້ງພະນັກງານແພດ-ໝໍ, ອຸປະກອນການແພດທີ່ຈຳເປັນ, ຢາປ້ອງກັນ ແລະ ປິ່ນປົວພະຍາດ ໄປຊ່ວຍເຫຼືອປະຊາຊົນ ຕາມຈຸດເຕົ້າໂຮມຕ່າງໆ ຂອງແຂວງທີ່ໄດ້ຮັບຜົນກະທົບ.

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກຂ່າວແຈ້ງເຕືອນ, ແນະນຳ ແລະ ໃຫ້ຂໍ້ມູນຕ່າງໆ ແກ່ປະຊາຊົນ ຢ່າງເປັນປະຈຳ ແລະ ທັນການ, ພ້ອມກັນນັ້ນ ກໍ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫາ ການອອກຂ່າວທີ່ບໍ່ມີມູນຄວາມຈິງ, ໃສ່ຮ້າຍປ້າຍສີ ແລະ ອື່ນໆ ຂອງສື່ສັງຄົມອອນລາຍຈຳນວນໜຶ່ງ ຢ່າງທັນການ; ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດ ແລະ ອອກຂ່າວໃຫ້ສັງຄົມຮັບຊາບ ຜ່ານສື່ຕ່າງໆ (ໂທລະພາບ, ວິທະຍຸ, ສື່ອອນລາຍ ແລະ ໜັງສືພິມ) ຢ່າງທັນການ ແລະ ເປັນປົກກະຕິ ເພື່ອໃຫ້ປະຊາຊົນມີສະຕິ ແລະ ກຽມພ້ອມຮັບມື.

ພ້ອມກັນນີ້, ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ກ່ຽວກັບສະພາບດິນຟ້າອາກາດ ແລະ ການກະກຽມຮັບມື ແລະ ແກ້ໄຂຜົນກະທົບຈາກໄພພິບັດ ເພື່ອໃຫ້ ຂະແໜງການ ແລະ ທ້ອງຖິ່ນ ຮັບຊາບ ແລະ ຈັດຕັ້ງປະຕິບັດ; ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ຊີ້ນຳ ແລະ ຕິດຕາມ ກ່ຽວກັບການບໍລິຫານ ແລະ ຈັດການນ້ໍາ ຢູ່ເຂື່ອນຕ່າງໆ ໃຫ້ຮັບປະກັນຄວາມປອດໄພ ແລະ ແກ້ໄຂ ຢ່າງທັນການ; ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ກະກຽມແຜນດ້ານຕ່າງໆ ເປັນຕົ້ນ ແນວພັນພືດ-ສັດ, ຝຸ່ນ-ປຸ໋ຍ, ປັດໄຈການຜະລິດ ແລະ ອື່ນໆ ເພື່ອຊ່ວຍເຫຼືອປະຊາຊົນ ພາຍຫຼັງນໍ້າບົກແຫ້ງ.

 

ພາບ ແລະ ຂ່າວ: ຫສນຍ