ທ່ານຮອງນາຍົກ ລົງດ່ວນເຖິງປາກເຊສົ່ງກຳລັງໃຈຫາຜູ້ປະສົບໄພ

54

ພີ່ນ້ອງຊາວລາວທາງພາກໃຕ້ກຳລັງປະສົບໄພພິບັດຢ່າງຮ້າຍແຮງ ເຊິ່ງມີຄວາມຕ້ອງການຄວາມຊ່ວຍເຫຼືອ ແລະກຳລັງໃຈຈາກສັງຄົມຫຼາຍໃນຕອນນີ້, ດ້ວຍຄວາມເປັນຫ່ວງເປັນໃຍຊີວິດການເປັນຢູ່ຂອງປະຊາຊົນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີໄດ້ບິນດ່ວນລົງປາກເຊ ເພື່ອຕິດຕາມຜົນກະທົບຕົວຈິີງ ແລະນຳເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໄປຊ່ວຍໃນເບື້ອງຕົ້ນ.

 

ໂດຍທ່ານ ຮອງນາຍົກ ໄດ້ລົງເຖິງນະຄອນປາກເຊໃນເວລາ​ 11:40​ ໂມງ​ ຂອງວັນທີ​ 5/9/2019 ນີ້, ທັນທີທີ່ໄປຮອດ ທ່ານໄດ້ລົງພື້ນທີ່ເຄື່ອນໄຫວຢ້ຽມຢາມ ພ້ອມທັງມອບເຄື່ອງຊ່ວຍເຫຼືອປະປາຊົນບ້ານໂພນສະອາດ,​ ບ້ານແກ ແລະ​ ບ້ານແກ້ວສຳພັນ ນະຄອນປາກເຊ​ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງຍົກຍ້າຍມາອາໄສຢູ່ໂຮງຮຽນ ມ.​ຕົ້ນແກ້ວສໍາພັນ.