ນໍ້າຖ້ວມສາລະວັນ ໜັກສຸດຕ້ອງການຄວາມຊ່ວຍເຫຼືອດ່ວນ! ສ່ວນນະຄອນປາກເຊນ້ຳໄຫຼເຂົ້າເທສະບານແລ້ວ

95

ສະຖານະການນ້ຳຖ້ວມຢູ່ແຂວງພາກໃຕ້ທະວີຂຶ້ນຢ່າງຕໍ່ເນື່ອງ ເພາະຝົນຍັງສືບຕໍ່ຕົກ, ໜັກສຸດຢູ່ 3 ເມືອງຂອງແຂວງສາລະວັນ ຖ້ວມທັງໝົດ 200 ກວ່າບ້ານ ຖືກຕັດຂາດ 100 ກວ່າບ້ານ, ສ່ວນສະຖານະການຢູ່ແຂວງຈຳປາສັກ ນ້ຳໄດ້ລົ້ນຝັ່ງເຂົ້າຖ້ວມເທສະບານນະຄອນປາກເຊແລ້ວ. ຂະນະທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການໃຫ້ 5 ກະຊວງເລັ່ງຊ່ວຍເຫຼືອປະຊາຊົນຢ່າງຮີບດ່ວນ. ພ້ອມນີ້, ກໍຮຽກຮ້ອງມາຍັງສັງຄົມໃຫ້ການຊ່ວຍເຫຼືອຜູ້ປະສົບໄພ ໂດຍສະເພາະແມ່ນອາຫານ ແລະ ເຄື່ອງນຸ່ງຫົ່ມ.

ແຂວງສາລະວັນ:

ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ປະທານຄະນະກຳມະການຄວບຄຸມໄພພິບັດຂັ້ນແຂວງ ໄດ້ລາຍງານເມື່ອວັນທີ 4 ກັນຍານີ້ໃຫ້ຮູ້ວ່າ: ເນື່ອງຈາກມີຝົນຕົກໜັກເປັນບໍລິເວນກວ້າງ ແລະ ຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດນ້ຳຖ້ວມສູງ ເປັນບໍລິເວນກວ້າງໃນເທສະບານແຂວງສາລະວັນ, ເມືອງຄົງເຊໂດນ ແລະ ເມືອງວາປີ. ສຳລັບເມືອງສາລະວັນ ມີບ້ານທີ່ຖືກຖ້ວມ 75 ບ້ານ, ມີ 40 ບ້ານ ຖືກຕັດຂາດ; ເມືອງວາປີ ມີ 55 ບ້ານ, ມີ 21 ບ້ານຖືກຕັດຂາດ ແລະ ເມືອງຄົງເຊໂດນ ຖືກຖ້ວມ 75 ບ້ານ, ມີ 40 ບ້ານ ຖືກຕັດຂາດ ແລະ ມີສ່ວນໜຶ່ງຂອງເມືອງຕຸ້ມລານ ກໍຖືກຖ້ວມເຊັ່ນກັນ.

ທ່ານ ພູທົງ ຄໍາມະນີວົງ ກ່າວຕື່ມວ່າ: ຄະນະກຳມະການຄວບຄຸມໄພພິບັດຂັ້ນແຂວງ ໄດ້ມີແຜນຊ່ວຍເຫຼືອ, ກອບກູ້ເອົາຊີວິດ, ຊັບສິນຂອງພໍ່ແມ່ປະຊາຊົນຢ່າງຮີບດ່ວນໃນ 3 ເມືອງ ຄື: ສາລະວັນ, ຄົງເຊໂດນ ແລະ ເມືອງວາປີ ໂດຍໄດ້ຈັດສົ່ງກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທຸກກຳລັງແຮງຂອງສັງຄົມ ເຂົ້າຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຍັງຕິດຢູ່ໃນເຮືອນ ແລະ ພື້ນທີ່ຖືກຖ້ວມໃຫ້ປອດໄພຢ່າງຮີບດ່ວນ.

ສຳລັບເທສະບານແຂວງໄດ້ຕັ້ງຈຸດອົບພະຍົບຊົ່ວຄາວ 3 ຈຸດ ຄື: ວິທະຍາໄລຄູສາລະວັນ, ສະໂມສອນແຂວງ ແລະ ສູນການສຶກສານອກໂຮງຮຽນ, ປັດຈຸບັນນີ້ທາງ ແຂວງສາລະວັນ ໄດ້ນຳໃຊ້ເຮືອທ້ອງແບນ, ເຮືອຊ່ວງ, ເຮືອຫາປາ ເພື່ອຊ່ວຍເຫຼືອປະຊາຊົນທີ່ຢູ່ໃນເຂດປະສົບໄພ ແຕ່ກໍຍັງບໍ່ພຽງພໍກັບຄວາມຕ້ອງການ ເພາະເສັ້ນທາງຫຼາຍເສັ້ນຖືກຕັດຂາດບໍ່ສາມາດໃຊ້ພາຫະນະເຂົ້າຊ່ວຍເຫຼືອໄດ້ ໃຊ້ພຽງເຮືອເທົ່ານັ້ນ ເພາະນ້ຳຖ້ວມສູງ. ສະຖານະການຕອນນີ້ປະຊາຊົນຫຼາຍເຂດໄດ້ມີການອົບພະຍົບໄປເຂດທີ່ປອດໄພແລ້ວ ແລະ ໄດ້ມີການຕັດກະແສໄຟຟ້າ, ນ້ຳປະປາ ແລະ ອື່ນໆ ແຕ່ວັນທີ 3 ກັນຍາເປັນຕົ້ນມາ. ນອກນັ້ນ, ຍັງຕັ້ງຈຸດບໍລິການດ້ານສາທາລະນະ ແຕ່ບາງເຂດຍັງບໍ່ສາມາດເຂົ້າໄປຊ່ວຍເຫຼືອໄດ້.

ທ່ານ ທຶງ ຈອມມະນີ ເຈົ້າເມືອງສາລະວັນ ໃຫ້ຮູ້ວ່າ: ສະພາບນໍ້າຖ້ວມຢູ່ພາຍໃນແຂວງຍັງໜ້າເປັນຫ່ວງ, ຍັງມີພໍ່ແມ່ປະຊາຊົນທີ່ຍັງຕົກຄ້າງຫຼາຍພໍສົມຄວນ ເນື່ອງຈາກນໍ້າໄຫຼມາໄວ ແລະ ມາແຮງ ຈົນໜີບໍ່ທັນ ເຊິ່ງອຳນາດການປົກຄອງ ແລະ ພະແນກ ຮສສ ແຂວງ ໄດ້ນຳເອົາເຂົ້າ, ນ້ຳດື່ມ, ອາຫານແຫ້ງ ແລະ ເຄື່ອງນຸ່ງຫົ່ມເຂົ້າແກ້ໄຂສະຖານະການ. ມາຮອດແລງຂອງວັນດຽວກັນສາມາດເຂົ້າຊ່ວຍເຫຼືອຍົກຍ້າຍປະຊາຊົນໄດ້ແລ້ວ 70 – 80%.

ນ້ຳຂອງ ແລະ ນໍ້າເຊໂດນໄຫຼເຂົ້ານະຄອນປາກເຊ ແຂວງຈຳປາສັກ:

ສະຖານະການຢູ່ແຂວງຈຳປາສັກ ໃນວັນທີ 4 ກັນຍາ 2019 ນ້ຳຂອງໄດ້ລົ້ນຝັ່ງເຂົ້ານະຄອນປາກເຊແລ້ວ ເຊິ່ງລະດັບນ້ຳຂອງເວລາ 13:45 ໂມງ ແທກໄດ້ 13,45 ແມັດ.

ທ່ານ ຄໍາໃສ ໝື່ນຫຼວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ປັດຈຸບັນ ໃນ 10 ເມືອງແມ່ນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກ ເສັ້ນທາງຫຼາຍແຫ່ງບໍ່ສາມາດສັນຈອນໄປ – ມາໄດ້, ປະຊາຊົນທີ່ຍົກຍ້າຍອອກຈາກເຂດອັນຕະລາຍຕ້ອງໄດ້ໄປອາໄສຢູ່ຕາມວັດ ແລະ ໂຮງໝໍເປັນຈໍານວນຫຼາຍ ໂດຍສະເພາະແມ່ນຢູ່ນະຄອນປາກເຊ ແມ່ນມີຄວາມຮຸນແຮງຫຼາຍ, ຈຸດໂປ່ມນໍ້າແຕ່ລະຈຸດບໍ່ສາມາດໃຊ້ງານໄດ້ ເນື່ອງຈາກນໍ້າຂອງໄຫຼເຂົ້າສູ່ນະຄອນປາກເຊແລ້ວ ເຮັດໃຫ້ນ້ຳໄຫຼຖ້ວມ 21 ບ້ານ, ເມືອງຊະນະສົມບູນ 23 ບ້ານ, ເມືອງໂພນທອງ 18 ບ້ານ, ເມືອງຈໍາປາສັກ 35 ບ້ານ, ເມືອງສຸຂຸມາ 31 ບ້ານ, ເມືອງປະທຸມພອນ 41 ບ້ານ, ເມືອງໂຂງ 34 ບ້ານ, ເມືອງບາຈຽງຈະເລີນສຸກ ມີ 2 ບ້ານໃຫຍ່; ສ່ວນເມືອງປາກຊ່ອງ ມີນໍ້າຖ້ວມຂັງເປັນບາງບ່ອນ ເປັນຕົ້ນແມ່ນເສັ້ນທາງໄປເຂື່ອນໄຟຟ້າເຊນໍ້ານ້ອຍ ແລະ ຈຸດທີ່ເຝົ້າລະວັງແມ່ນເຂື່ອນໄຟຟ້າ ເພາະຍັງມີປະຊາຊົນອາໄສຢູ່ໃນທັບອາລັກ.

ເຖິງຢ່າງໃດກໍຕາມ, ປັດຈຸບັນທຸກພາກສ່ວນສຸມໃສ່ຊ່ວຍເຫຼືອປະຊາຊົນຢ່າງຮີບດ່ວນ ແລະ ໃກ້ຊິດ ເປັນຕົ້ນແມ່ນການອົບພະຍົບຍົກຍ້າຍປະຊາຊົນອອກຈາກບ່ອນສ່ຽງໄປຢູ່ຈຸດທີ່ປອດໄພ ພ້ອມທັງເຝົ້າລະວັງຢ່າງໃກ້ຊິດເພື່ອໃຫ້ການຊ່ວຍເຫຼືອໄດ້ຖ່ວງທັນກັບສະພາບການ.

ສ່ວນສະພາບຝົນຕົກເລີ່ມເບົາບາງລົງ ແຕ່ລະດັບນໍ້າຍັງສູງຢູ່ ເຊິ່ງວັດແທກຫຼ້າສຸດເວລາ 13:45 ໂມງ ຂອງວັນທີ 4 ກັນຍາ 2019 ວັດແທກໄດ້ 13,45 ແມັດ ( ເຂດອັນຕະລາຍຢູ່ທີ່ 12,00 ແມັດ ).

ແຂວງອັດຕະປືນ້ຳຖ້ວມ 4 ເມືອງ:

ທ່ານ ນາງ ອໍາຄາ ສີຫາລາດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງປັດຕະປື ໃຫ້ຮູ້ວ່າ: ປັດຈຸບັນພາຍໃນ 5 ເມືອງ ແມ່ນກໍາລັງປະເຊີນກັບໄພພິບັດດັ່ງກ່າວຢູ່ ໂດຍມີເມືອງສາມັກຄີໄຊ ກະທົບທັງໝົດ 18 ບ້ານ, ເມືອງພູວົງ 11 ບ້ານ, ເມືອງສະໜາມໄຊ 9 ບ້ານ, ເມືອງຊານໄຊ 4 ບ້ານ, ສ່ວນເມືອງໄຊເສດຖາ ຍັງບໍ່ສາມາດເກັບກໍາລາຍລະອຽດໄດ້; ຕໍ່ກັບສະພາບການດັ່ງກ່າວ ທາງພະແນກກ່ຽວຂ້ອງກໍໄດ້ມີການກະກຽມເຂົ້າສານອາຫານແຫ້ງຈໍານວນໜຶ່ງເພື່ອນໍາໄປບັນເທົາທຸກໃຫ້ແກ່ປະຊາຊົນໃນເຂດດັ່ງກ່າວ. ພ້ອມດຽວກັນນັ້ນ, ກໍກຽມພ້ອມພະນັກງານເພື່ອລົງຊ່ວຍເຫຼືອນໍາເອົາປະຊາຊົນອອກຈາກເຂດອັນຕະລາຍໄປໄວ້ໃນບ່ອນປອດໄພ.

ທ່ານ ທະນາກອນ ເທບນິຍົມ ວິຊາການຂະແໜງສັງຄົມສົງເຄາະ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງອັດຕະປື ໃຫ້ຮູ້ວ່າ: ລະດັບນໍ້າທີ່ວັດແທກໄດ້ຫຼ້າສຸດ ວັນທີ 4 ກັນຍາ 2019 ຢູ່ທີ່ 17 ແມັດກວ່າ ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນປະມານ 1 – 1,5 ແມັດ ສ່ວນສະພາບການນໍ້າຖ້ວມປີນີ້ແມ່ນຖ້ວມທັງຖະໜົນຫົນທາງ ແລະ ເຂດໂຮງຮຽນ ເຊິ່ງຖືວ່ານໍ້າຖ້ວມເປັນບໍລິເວນ ກວ້າງກວ່າປີຜ່ານມາ.

ແຂວງເຊກອງ ນ້ຳເລີ່ມຫຼຸດລົງແລ້ວ:

ອີງຕາມການລາຍງານຂອງຄະນະກໍມະການປ້ອງກັນ ແລະ ຄວບຄຸມໄພພິບັດແຂວງເຊກອງ ໃຫ້ຮູ້ວ່າ: ສະພາບການນໍ້າຖ້ວມຢູ່ປັດຈຸບັນ ແມ່ນກະທົບເຖິງເສັ້ນທາງການຄົມມະນາຄົມ, ເນື້ອທີ່ທໍາການຜະລິດ, ສັດລ້ຽງ, ພື້ນຖານໂຄງລ່າງດ້ານຊົນລະປະທານ, ບ້ານເຮືອນຂອງປະຊາຊົນ, ໄຟຟ້າ ແລະ ນໍ້າປະປາໃນ 4 ເມືອງ ຄື: ເມືອງລະມາມ, ເມືອງທ່າແຕງ, ເມືອງກະລຶມ ແລະ ເມືອງດາກຈຶງ ສ່ວນລາຍລະອຽດຈໍານວນບ້ານທີ່ໄດ້ຮັບຜົນກະທົບຍັງບໍ່ສາມາດສັງລວມໄດ້ ເນື່ອງຈາກວ່າເສັ້ນທາງຫຼາຍບ່ອນຖືກຕັດຂາດບໍ່ສາມາດເຂົ້າເຖິງໄດ້ ປະສານງານກັນຜ່ານທາງໂທລະສັບເທົ່ານັ້ນ.

ຕໍ່ກັບສະພາບການດັ່ງກ່າວ ພາກສ່ວນກ່ຽວຂ້ອງກໍໄດ້ເລັ່ງໃຫ້ການຊ່ວຍເຫຼືອກອບກູ້ເອົາປະຊາຊົນທີ່ຕົກຄ້າງຢູ່ຕາມບ້ານເຮືອນ ເຄື່ອນຍ້າຍເຂົາເຈົ້າໄປຢູ່ໃນທີ່ປອດໄພ ພ້ອມທັງນໍາໃຊ້ກົນຈັກຈໍານວນໜຶ່ງເຂົ້າຊ່ວຍໃນການຊ້ວນດິນອອກຈາກເສັ້ນທາງ, ທໍ່ນໍ້າອັດຕັນ ແລະ ເຝົ້າລະວັງຕາມຈຸດສ່ຽງຕ່າງໆ. ເຖິງຢ່າງໃດກໍຕາມ, ລະດັບນໍ້າຖ້ວມຢູ່ເຂດດັ່ງກ່າວວັນທີ 3 ກັນຍາ 2019 ວັດແທກໄດ້ສູງສຸດ 18,92 ແມັດ ( ເຂດເຕືອນໄພທີ 17,50 ແມັດ ແລະ ເຂດອັນຕະລາຍ 18,50 ) ແຕ່ມາຮອດຕອນບ່າຍສະພາບຝົນຕົກ ແລະ ລະດັບນໍ້າກໍເລີ່ມຫຼຸດລົງຢູ່ທີ່ 12,5 ແມັດ.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການໃຫ້ 5 ກະຊວງເລັ່ງ

ຊ່ວຍເຫຼືອປະຊາຊົນ:

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ເລກທີ 1522/ຫສນຍ ນະຄອນຫຼວງວຽງຈັນ ລົງວັນທີ 4 ກັນຍາ 2019 ເລື່ອງ: ທິດຊີ້ນໍາໃນການຮັບມືໃນການຕ້ານ ແລະ ແກ້ໄຂໄພນໍ້າຖ້ວມ.

ອີງໃສ່ສະພາບພະຍາກອນອາກາດເກີດມີພາຍຸດີເປຼເຊິນ ແລະ ພາຍຸໜູນເຂດຮ້ອນ  ( ຄາຊີຈິ ) ທີ່ເກີດຂຶ້ນຢູ່ປະທດເພື່ອນບ້ານ ແລະ ພັດຜ່ານເຂົ້າສູ່ເຂດຕ່າງໆ ຢູ່ປະເທດລາວ ໃນໄລະວັນທີ 2 – 6 ກັນຍາ 2019.

ອີງຕາມການຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ໃນວັນທີ 3 ກັນຍາ 2019.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາກອງປະຊຸມລັດຖະບານ ມາຍັງທ່ານຊາບ ດັ່ງນີ້: ເນື່ອງຈາກໃນໄລຍະນີ້ໄດ້ເກີດມີສະພາບຝົນຕົກໜັກໃນຂອບເຂດທົ່ວປະເທດ ໂດຍສະເພາະບັນດາແຂວງພາກໃຕ້ ເຮັດໃຫ້ລະດັບນ້ຳຂອງ ແລະ ບັນດາແມ່ນໍ້າສາຂາຢູ່ເຂດພາກໃຕ້ ໄດ້ຂຶ້ນກາຍເຂດອັນຕະລາຍ ແລະ ມີທ່າອ່ຽງ ລະດັບນ້ຳຍັງຈະສືບຕໍ່ຂຶ້ນສູງຕື່ມອີກ. ສະນັ້ນ, ຈຶ່ງໃຫ້ບັນດາກະຊວງທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນໃນທົ່ວປະເທດສຸມທຸກກໍາລັງແຮງເພື່ອຕ້ານ ແລະ ແກ້ໄຂໄພນໍ້າຖ້ວມທີ່ກໍາລັງເກີດຂຶ້ນໃນປັດຈຸບັນ ແລະ ອາດຈະເກີດຂຶ້ນໜັກໜ່ວງໃນໄລຍະລະດູຝົນນີ້. ໃນນີ້, ໃຫ້ເອົາໃຈໃສ່ ດັ່ງລຸ່ມນີ້:

1 ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດມີມາດຕະການຕ່າງໆ ໃນການແກ້ໄຂໄພນໍ້າຖ້ວມທີ່ເກີດຂຶ້ນຢ່າງຮອບດ້ານ ແລະ ທັນການ. ພ້ອມນີ້, ກໍໃຫ້ອອກແຈ້ງເຕືອນໄປຍັງພໍ່ແມ່ປະຊາຊົນບັນດາເຜົ່າ, ອໍານາດການປົກຄອງເມືອງ ແລະ ອົງການຈັດຕັ້ງທຸກພາກສ່ວນໃນຂອບເຂດທົ່ວປະເທດ ໂດຍສະເພາະບັນດາ  ແຂວງພາກໃຕ້ ຈົ່ງມີສະຕິລະວັງຕົວ ແລະ ເປັນເຈົ້າການໃນການເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງ, ສັດລ້ຽງໄປໄວ້ບ່ອນສູງ ແລະ ປອດໄພ ເພື່ອໃຫ້ມີຜົນກະທົບໜ້ອຍທີ່ສຸດ.

2 ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບກໍາລັງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງລົງໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ບັນດາແຂວງພາກໃຕ້ ເພື່ອແກ້ໄຂວຽກງານສຸກເສີນຮອບດ້ານທີ່ເກີດຂຶ້ນຍ້ອນໄພນໍ້າຖ້ວມໃຫ້ທັນສະພາບການ.

3 ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບບັນດາແຂວງຕິດຕາມ ແລະ ແກ້ໄຂສະພາບເສັ້ນທາງເປ່ເພຍ້ອນຜົນກະທົບຈາກໄພນ້ຳຖ້ວມໃຫ້ທັນການ, ເດັດຂາດບໍ່ໃຫ້ການສັນຈອນຖືກຕັດຂາດ.

4 ໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການຕິດຕາມ ແລະ ເຝົ້າລະວັງສະພາບການປ່ຽນແປງດິນຟ້າອາກາດຢ່າງເປັນປົກກະຕິ ແລະ ໃຫ້ມີການອອກແຈ້ງເຕືອນ ແລະ ແນະນໍາປະຊາຊົນໃນຂົງເຂດທີ່ມີຄວາມສ່ຽງໃຫ້ມີສະຕິ ແລະ ຕິດຕາມການແຈ້ງສະພາບອາກາດເປັນປົກກະຕິ.

5 ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ກະກຽມສະໜັບສະໜູນຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ແນວພັນ ເພື່ອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ສາມາດຟື້ນຟູການຜະລິດ ແລະ ດໍາລົງຊີວິດເປັນປົກກະຕິ.

6 ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນໍາບັນດາເຂື່ອນໄຟຟ້າ ເປັນເຈົ້າການຕິດຕາມລະດັບນໍ້າ ແລະ ບໍລິຫານຈັດການນໍ້າໃນອ່າງຂອງບັນດາເຂື່ອນຕ່າງໆແຕ່ຫົວທີ ເພື່ອຮັບປະກັນການປ່ອຍນໍ້າບໍ່ໃຫ້ສົ່ງຜົນກະທົບຕໍ່ປະຊາຊົນ.