ປີນີ້ໜັກໜ່ວງ!!! ສາລະວັນນ້ຳຖ້ວມ 3 ເມືອງ ຜົນເສຍຫາຍຍັງບໍ່ປະເມີນ

59

ໃນລະຫວ່າງວັນທີ 3-4 ກັນຍາ 2019 ນີ້ ໄດ້ເກີດມີຝົນຕົກໜັກ ເນື່ອງຈາກໄດ້ຮັບອິດທິພົນຈາກພາຍຸດີເປຼຊັນ ສົ່ງຜົນໃຫ້ຫຼາຍແຂວງຢູ່ພາກໃຕ້ປະສົບໄພນໍ້າຖ້ວມຢ່າງໜັກ ໂດຍສະເພາະຢູ່ໃນ 2 ແຂວງຄື ສາລະວັນ ແລະ ຈຳປາສັກ, ຂະນະທີ່ແຂວງສາລະວັນມີ 3 ເມືອງຖືກນໍ້າຖ້ວມໜັກ, ປະຊາຊົນຫຼາຍບ້ານໄດ້ຮັບຜົນກະທົບຢ່າງໜັກ. ຂະນະທີ່ເຈົ້າໜ້າໄດ້ເລັ່ງເຂົ້າໄປຊ່ວຍເຫຼືອປະຊາຊົນທີ່ຕິດພາຍໃນບ້ານ ທີ່ຖືກຕັດຂາດໃຫ້ຍ້າຍມາຢູ່ບ່ອນສູງ ແລະ ປອດໄພ.

ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງໆສາລະວັນ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລາຍງາຍໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບການແຈ້ງເຕືອນຈາກົມອຸຕຸນິຍົມ ແລະອຸທົກກະສາດ ເລີ່ມແຕ່ວັນທີ 1 ກັນຍາເປັນຕົ້ນມາ ໄດ້ເກີດມີພະຍຸພັດຜ່ານເຂົ້າແຂວງສາລະວັນ ເຊິ່ງໄດ້ເຮັດໃຫ້ມີຝົນຕົກເປັນບໍລິເວນກວ້າງຕິດຕໍ່ກັນຫຼາຍວັນ ແລະ ເຮັດໃຫ້ນໍ້າຖ້ວມສູງໃນເຂດເທດສະບານແຂວງຄື: ເມືອງສາລະວັນ, ເມືອງຄົງເຊໂດນ, ແລະ ເມືອງວາປີ.

ຕໍ່ກັບສະພາບດັ່ງກ່າວ, ທາງຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຮຽກປະຊຸມດ່ວນເພື່ອວາງແຜນຊ່ວຍເຫຼືອປະຊາຊົນ, ພ້ອມທັງກອບກູ້ເອົາສັດລ້ຽງ, ແລະ ວັດຖຸສິ່ງຂອງຕ່າງໆຢ່າງຮີບດ່ວນ, ເຊິ່ງລວມມີ 3 ຈຸດຄື: ຈຸດເມືອງສາລະວັນ, ຈຸດ ເມືອງວາປີ ແລະ ຈຸດເມືອງຄົງເຊໂດນ ໂດຍຈັດສົ່ງກໍາລັງປກສ, ປກຊ ຮ່ວມກັບທຸກກໍາລັງແຮງທົ່ວສັງຄົມ ເຂົ້າຊ່ວຍເຫຼືອປະຊາຊົນທີ່ຍັງຕິດຄ້າງຢູ່ພາຍໃນເຮືອນ ແລະ ພື້ນທີ່ຖືກນໍ້າຖ້ວມໃຫ້ຍ້າຍມາຢູ່ໃນເຂດພື້ນທີ່ທີ່ສູງ ແລະ ປອດໄພ.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ມາຮອດປັດຈຸບັນນີ້, ທາງແຂວງສາລະວັນໄດ້ນໍ້າໃຊ້ເຮືອທ້ອງແບນ, ເຮືອຊ່ວງ, ແລະ ເຮືອຫາປາ ເພື່ອຊ່ວຍເຫຼືອປະຊາຊົນໃນເຂດພື້ນທີ່ປະສົບໄພ; ສ່ວນເຮືອແມ່ນຍັງມີຈຳນວນບໍ່ທັນພຽງພໍກັບຄວາມຕ້ອງການ ເພາະເສັ້ນທາງຫຼາຍເສັ້ນຖືກຕັດຂາດ, ບໍ່ສາມາດນຳໃຊ້ຍານພາຫະນະອື່ນເຂົ້າໄປຊ່ວຍເຫຼືອ, ໃຊ້ໄດ້ພຽງແຕ່ເຮືອເທົ່ານັ້ນ ເພາະປັດຈຸບັນນີ້, ນໍ້າໄດ້ຖ້ວມຂຶ້ນສູງເຖິງ 3 ແມັດ ທີ່ເຂດບ້ານວັດກາງ, ບ້ານນາເຫຼັກ, ບ້ານນາກົກໂພ, ບ້ານນາຍອງ ແລະ ບ້ານອື່ນໆ ໃນເຂດເທດສະບານທີ່ຢູ່ພື້ນທີ່ຕໍ່າ.

ສຳລັບຢູ່ເມືອງສາລະວັນ ແມ່ນມີຈໍານວນບ້ານທີ່ຖືກນໍ້າຖ້ວມຫຼາຍເຖິງ 75 ບ້ານ, ໃນນີ້ 40 ບ້ານຖືກຕັດຂາດ, ເມືອງວາປີ 35 ບ້ານ, ໂດຍ 21 ບ້ານ ຖືກຕັດຂາດ, ແລະ ເມືອງຄົງເຊໂດນ 75 ບ້ານ, ໂດຍ 40 ບ້ານຖືກຕັດຂາດ. ປັດຈຸບັນນີ້, ແຂວງສາລະວັນ ຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນຫຼາຍຢ່າງ ເຊັ່ນ: ເຮືອທອງແບນ, ນ້ຳດື່ມ, ເຂົ້າສານ-ອາຫານແຫ້ງ ແລະ ອື່ນໆ.

 

ທີ່ມາ: lao national radio