ຢາກເຮັດທຸລະກິດຂອງຕົນເອງເລີ່ມຕົ້ນແນວໃດ

478

ທຸກມື້ນີ້ມີຄົນຈຳນວນບໍ່ໜ້ອຍທີ່ລາອອກຈາກວຽກປະຈຳ ຫັນມາເຮັດທຸລະກິດອິດສະຫຼະເປັນຂອງຕົນເອງ, ເປັນເຈົ້ານາຍຕົນເອງ ເຊິ່ງຕັດສິນໃຈໄດ້ວ່າຈະເຮັດວຽກຢູ່ໃສ, ມື້ໃດ, ເຮັດຫຍັງ ແລະ ແນ່ນອນວ່າການເຮັດທຸລະກິດນັ້ນມີເງິນທຶນຢ່າງດຽວບໍ່ພໍ ເຈົ້າຂອງທຸລະກິດມືໃໝ່ຈຳເປັນຕ້ອງຮູ້ ແລະ ເຮັດແນວໃດແດ່ ສິ່ງສໍາຄັນທີ່ສຸດແມ່ນ ຄວາມຊຳນານສະເພາະທີ່ເປັນສິ່ງຈຳເປັນ ທັກສະຄວາມຮູ້ຈະເປັນເຂັມທິດນຳໄປສູ່ຄວາມສຳເລັດ. ຄໍລຳຕະຫຼາດມື້ນີ້ຈະນຳສະເໜີ 3 ຂໍ້ ທີ່ນັກທຸລະກິດມືໃໝ່ຈະຕ້ອງມີກ່ອນເຮັດທຸລະກິດເພື່ອໃຫ້ປະສົບຜົນສຳເລັດ ຄື:

1 ຄົ້ນຫາທັກສະທີ່ມີໃນຕົນເອງ: ການຄົ້ນພົບຕົນເອງເປັນຂັ້ນຕອນທຳອິດທີ່ສຳຄັນທີ່ສຸດ ຕ້ອງເລືອກວ່າມັກຫຍັງ, ມີຄວາມຄິດຈະເຮັດຫຍັງ ຄົ້ນຫາຈຸດພິເສດ ແລະ ຈຸດຂາຍທີ່ແຕກຕ່າງຈາກຄູ່ແຂ່ງໃນຕະຫຼາດ ທັງສິ່ງທີ່ໂດດເດັ່ນບໍ່ຄືໃຜ ແລະ ສິ່ງທີ່ຕອບສະໜອງ ຄວາມຄາດຫວັງຂອງລູກຄ້າ ທຸລະກິດມືໃໝ່ຕ້ອງສຶກສາຄວາມຕ້ອງການຂອງລູກຄ້າຢູ່ສະເໝີ ແນະນໍາວ່າຄວນຮຽນຮູ້ເພີ່ມຕື່ມທາງອອນລາຍ, ການເປັນມືອາຊີບຈະເຮັດໃຫ້ທຸລະກິດໃໝ່ມີຄວາມໜ້າເຊື່ອຖື ຫາກທຸລະກິດທີ່ເລືອກມີ ຄວາມສັບຊ້ອນ ອາດຈະໃຊ້ທາງລັດດ້ວຍການຊອກຫາຫຸ້ນສ່ວນທີ່ມີປະສົບການບໍ່ຕ້ອງໃຊ້ເວລາສຶກສາດົນ ເຊັ່ນ: ຖ້າຕ້ອງການເຮັດສະບູ ອາດຈະເລີ່ມຈາກຕິດຕໍ່ໂຮງງານທີ່ມີຄວາມພ້ອມທັງວັດຖຸດິບ, ແຮງງານ ແລະ ສະຖານະທີ່ນຳສູດທີ່ຕ້ອງການໄປຈ້າງຜະລິດຕາມຈຳນວນສັ່ງຊື້ກ່ອນ ການໃຊ້ບໍລິການຈາກຜູ້ມີປະສົບການຢູ່ແລ້ວອາດຈະໄດ້ມືອາຊີບຊ່ວຍແນະນຳໃນເລື່ອງການຫຸ້ມຫໍ່ສາມາດຍົກລະດັບຜະລິດຕະພັນໃຫ້ມີມູນຄ່າສູງຂຶ້ນ ແລະ ມີຄູແນະນຳຊ່ອງທາງການຕະຫຼາດໃຫ້, ມີລູກຄ້າໃນທັນທີ, ມີຜົນກຳໄລໄດ້ໂດຍບໍ່ຕ້ອງຖ້າດົນ.

2 ຂຽນແຜນທຸລະກິດໂດຍລະອຽດ: ການວາງແຜນທຸລະກິດເປັນບົດຝຶກຫັດທີ່ມີປະໂຫຍດ ເຮັດໃຫ້ຮູ້ວ່າຈະຕ້ອງເຮັດຫຍັງ, ມື້ໃດເປັນຂັ້ນຕອນເລີ່ມຕັ້ງແຕ່ແຜນໄຕມາດທີ່, ແຜນງານ 12 ເດືອນ, ແຜນເຈາະກຸ່ມລູກຄ້າເປົ້າໝາຍ ແລະ ການຂະຫຍາຍຕະຫຼາດ ຄວນທົບທວນຜົນການປະຕິບັດງານດ້ວຍຕົນເອງ 2 – 3 ເທື່ອຕໍ່ປີ, ທົບທວນເປົ້າໝາຍ ແລະ ຄວາມຄືບໜ້າຕະຫຼອດເວລາທີ່ຜ່ານມາ. ສ່ວນແຜນໄລຍະຍາວໃນອີກ 3 – 5 ປີຂ້າງໜ້າຈະເນັ້ນໄປທີ່ກົນລະຍຸດການເຕີບໂຕ ແລະ ເພີ່ມຄວາມໄດ້ປຽບໃນການແຂ່ງຂັນວິທີໃດໃຫ້ໄດ້ຮັບຜົນດີໃຫ້ປັບກົນລະຍຸດໄປຕາມນັ້ນ ເມື່ອອຸດສາຫະກຳ ແລະ ເຕັກໂນໂລຊີປ່ຽນແປງ ຄວາມຕ້ອງການຂອງຜູ້ບໍລິໂພກປ່ຽນໄປຮູ້ວ່າສິ່ງໃດຈະມາ, ສິ່ງໃດຈະໄປທຸລະກິດຂອງທ່ານກໍຕ້ອງປັບຕົນເພື່ອຄວາມຢູ່ລອດເຊັ່ນກັນ.

3 ວາງແຜນງົບປະມານຕາມລຳດັບ: ການເຮັດທຸລະກິດຂອງຕົນເອງຈຳເປັນຕ້ອງຕັ້ງເປົ້າໝາຍງົບປະມານລ່ວງໜ້າ ກຽມມຄວາມພ້ອມດ້ານເງິນທຶນເລີ່ມຕົ້ນໃຫ້ພຽງພໍ ຢ່າງໜ້ອຍ 6 ເດືອນ ແລ້ວຍັງຕ້ອງມີເງິນທຶນສຳຮອງໄວ້ກ້ອນໜຶ່ງເພື່ອຂາດເຂີນອີກດ້ວຍ ໃນກໍລະນີທີ່ຍັງບໍ່ໄດ້ຮັບເງິນຈາກລູກຄ້າອາດຈະຕ້ອງມີເງິນໝູນວຽນເຂົ້າສູ່ການຜະລິດຢ່າງໜ້ອຍ 30 ວັນ 60 ວັນ ຫຼື 90 ວັນ ກ່ອນທີ່ເງິນລາຍໄດ້ຈະໄຫຼເຂົ້າມາການຄິດໄລ່ລາຍຈ່າຍຕ້ອງຄວບຄຸມທຸກດ້ານຫັກລົບຕົ້ນທຶນ ແລະ ຜົນກຳໄລ ເພື່ອໃຫ້ແນ່ໃຈໄດ້ເງິນເທົ່າໃດ ເຊິ່ງການເລີ່ມຕົ້ນທຸລະກິດຂອງຕົນເອງນັ້ນ ເພື່ອຕ້ອງການຄວາມເປັນອິດສະຫຼະ ແຕ່ຕ້ອງແລກກັບການເຮັດວຽກຢ່າງໜັກ ແລະ ທ່ານຜູ້ປະກອບການມືໃໝ່ ຄວນກຽມສິ່ງສຳຄັນໄວ້ໃຫ້ຄົບທັງເງິນທຶນ, ບຸກຄະລາກອນ ແລະ ຄວາມຮູ້ ເພາະເປັນສິ່ງທີ່ຈະເຮັດໃຫ້ທຸລະກິດເໜືອກວ່າຄູ່ແຂ່ງໄດ້.

[ ທີ່ມາ: nogestopala.com ]