ລະວັງ!!! ພະຍາດທີ່ມາກັບກະແສນໍ້າຖ້ວມ ພ້ອມວິທີປ້ອງກັນ

94

ປີນີ້ປະເທດເຮົາປະສົບກັບໄພພິບັດໜັກໜ່ວງ ເນື່ອງມາຈາກຝົນຕົກໜັກຈາກພາຍຸຫຼາຍຫົວທີ່ພັດຜ່ານເຂົ້າມາ ແລະຕອນນີ້ພີ່ນ້ອງທາງພາກໃຕ້ພວກເຮົາກຳລັງຢູ່ໃນພາວະວິກິດ ຍັງບໍ່ຮູ້ວ່າເມື່ອໃດນ້ຳຈະຫຼຸດລົງ, ເຊິ່ງການມາຂອງນ້ຳນັ້ນບໍ່ພຽງຈະສ້າງຄວາມເສຍຫາຍໃຫ້ຊີວິດ ແລະຊັບສິນແລ້ວຍັງມີເຊື້ອພະຍາດຫຼາຍຊະນິດຕາມມາ.

*

*

ສິ່ງທີ່ເຮົາຄວນລະວັງ ແລະ ຄໍານຶງເຖິງໃນລະຫວ່າງທີ່ປະສົບໄພນ້ຳຖ້ວມຄື ພະຍາດຖອກທ້ອງຂັ້ນເລີ່ມຕົ້ນຫາຮ້າຍແຮງ, ທ້ອງບິດ, ຕາແດງ, ໄຂ້ທໍລະພິດ, ໄຂ້ຫວັດ, ໄຂ້ຍຸງ, ໄຂ້ເລືອດອອກ, ຕຸ່ມເປື່ອຍຕາມມື ຕີນ ຕົນໂຕ ພະຍາດຍ່ຽວໜູ ແລະ ອື່ນໆ …

*

*

ເພື່ອຮັບມື ແລະ ຫຼີກລ້ຽງ ຈາກພະຍາດເຫຼົ່ານັ້ນ, ເຮົາຄວນເອົາໃຈໃສ່ ແລະ ປະຕິບັດຕາມຄໍາແນະນໍາຂອງແພດໝໍດັ່ງນີ້:

ປ້ອງກັນຈາກພະຍາດຖອກທ້ອງ ແລະ ພະຍາດອື່ນໆທີ່ມາກັບນໍ້າ…

*

*

1 ລ້າງມືໃສ່ນໍ້າ ແລະ ສະບູ ໃຫ້ສະອາດທຸກໆຄັ້ງ ຫຼັງໃຊ້ວິດຖ່າຍ ຫຼື ຈັບບາຍສິ່ງເປິເປື້ອນ, ລ້າງມືກ່ອນ ແລະ ຫຼັງປຸງແຕ່ງອາຫານ, ກ່ອນຈັບອາຫານການກິນ ຫຼື ປ້ອນເຂົ້າໃຫ້ເດັກນ້ອຍ.

2 ຫ້າມຖ່າຍຊະຊາຍ ຫຼື ຖ່າຍລົງນໍ້າເດັດຂາດ ຫ້າມຖິ້ມອາຈົມ,ຜ້າອ້ອມ… ລົງນ້ຳເດັດຂາດ.
3 ດື່ມ ແລະ ໃຊ້ນໍ້າທີ່ສະອາດ ຕົ້ມໃຫ້ຟົດ 10 ນາທີ ກ່ອນຈະນໍາມາດື່ມ ຫຼື ດື່ມນໍ້າທີ່ຖືກຂ້າເຊື້ອແລ້ວ
4 ບໍ່ຄວນກິນອາຫານດິບ ແລະ ອາຫານເຫຼືອ (ປະໄວ້ຄ້າງຄືນ), ຜັກສົດຕ້ອງລ້າງດ້ວຍນໍ້າໃຫ້ສະອາດ, ອາຫານຄວນເຮັດໃຫ້ສຸກ.

*

*

ອາຫານຕ້ອງໄດ້ອຸ່ນ ແລະ ຕ້ອງກິນທັນທີ ສະຖານທີ່, ເຄື່ອງແຕ່ງກິນ ແລະ ຖ້ວຍບ່ວງ ຕ້ອງລ້າງເກັບມ້ຽນໃຫ້ສະອາດ ຢ່າງດີ ເພື່ອຫຼີກລ້ຽງແມງວັນ, ແມງສາບ ແລະ ໝູ.

*

ປ້ອງກັນພະຍາດທີ່ເກີດຈາກຍຸງ
1 ທ່ານ ແລະ ຄອບຄົວຄວນນອນໃນມຸ້ງ ຫຼື ມຸ້ງຍ້ອມຢາກັນຍຸງ ບໍ່ວ່າກາງເວັນຫຼືກາງຄືນ.
2 ປິດຖັງນໍ້າ ແລະ ພາຊະນະເກັບນໍ້າຕ່າງໆ ບໍ່ໃຫ້ຍຸງວາງໄຂ່ໄດ້
3 ອະນາໄມເຂດທີ່ຢູ່ອາໄສໃຫ້ສະອາດສະໝໍ່າສະເໝີ

*

*

4 ຫາກທ່ານ ຫຼື ສະມາຊິກໃນຄອບຄົວມີໄຂ້ສູງ ຕ້ອງໄປພົບແພດທັນທີ
ແລະ ສິ່ງທີ່ຄວນເອົາໃຈໃສ່ຕື່ມ ຄວນກວດກາລະບົບໄຟ ຫາກເຫັນໄຟຕົກຫຼົ່ນ, ໄຟຊ໊ອດ ຫຼື ມີກິ່ນຄວັນອອກ ໃຫ້ທ່ານຢູ່ຫ່າງໆ ແລ້ວແຈ້ງເຈົ້າໜ້າທີ່ທັນທີ;

*

*

ລະວັງທີ່ສຸດສັດຮ້າຍ, ມີຜິດ ງູ ຂີ້ເຂັບ ແມງງອດ… ທີ່ອາດມາກັດຕອດທ່ານໄດ້ ລວມໄປເຖິງສິ່ງມີຄົມທີ່ອາດໄຫຼມາຕາມນໍ້າອາດແທງ ຫຼື ປັກທ່ານໄດ້.