ລາຍງານຫຼ້າສຸດ ສະຖານະການນໍ້າຖ້ວມນະຄອນປາກເຊ ຍັງວິກິດ (ເບິ່ງພາບຖ່າຍມູມສູງເວລາ17:45ໂມງ)

106

ທ່ານ ຄໍາໃສ ໝື່ນຫຼວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈຳປາສັກ ລາຍງານໃນວັນທີ 5 ກັນຍາ ວ່າ: ປັດຈຸບັນຝົນເລີ່ມເບົາບາງລົງ, ລະດັບນໍ້າຂອງທີ່ວັດແທກທີ່ນະຄອນປາກເຊ ແຂວງຈຳປາສັກ ໃນເວລາ 6:00 ໂມງຂອງມື້ນີ້ ( ວັນທີ 5 ກັນຍາ 2019 ) ຢູ່ທີ່ 13,68 ແມັດ, ຕົກມາຮອດເວລາ 13:00 ໂມງ ຢູ່ທີ່ 13,64 ແມັດ ຖືວ່າຫຼຸດລົງ 4 ຊັງຕີແມັດ ແຕ່ເມື່ອທຽບໃສ່ເວລາ 13:00 ໂມງ ຂອງວັນທີ 4 ກັນຍາ 2019 ຢູ່ທີ່ 13,45 ແມັດ ເຫັນວ່າເພີ່ມຂຶ້ນ 19 ຊັງຕີແມັດ.

ພາບມຸມສູງນະຄອນປາກເຊ ເວລາ 17:45 ໂມງ ວັນທີ 05/09/2019 ຖ່າຍໂດຍBounkham Xaypasath

ເຖິງຢ່າງໃດກໍຕາມ, ຖືວ່າລະດັບນໍ້າຂອງເລີ່ມຫຼຸດລົງຕາມລໍາດັບ ແຕ່ລະດັບນໍ້າເຊໂດນກັບເພີ່ມຂຶ້ນ ຍິ່ງເຮັດໃຫ້ຖືກກະທົບໜັກຕໍ່ເມືອງຊະນະສົມບູນ ເຊິ່ງປັດຈຸບັນຍັງສືບຕໍ່ຊ່ວຍເຫຼືອຍົກຍ້າຍເອົາປະຊາຊົນອອກຈາກເຂດປະສົບໄພ ແຕ່ກໍຍັງບໍ່ສາມາດຊ່ວຍເຫຼືອໄດ້ທົ່ວເຖິງ ເນື່ອງຈາກຂາດເຂີນພາຫະນະ ໂດຍສະເພາະແມ່ນເຮືອທີ່ນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່. ນອກຈາກນີ້, ກໍມີອຸປະສັກຈາກກະແສນໍ້າທີ່ພັດແຮງຢູ່ບາງເຂດເຮັດໃຫ້ບໍ່ສາມາດເຂົ້າເຖິງໄດ້.
ພາບມຸມສູງນະຄອນປາກເຊ ເວລາ 17:45 ໂມງວັນທີ 05/09/2019 ຖ່າຍໂດຍBounkham Xaypasath

ໃນປັດຈຸບັນທີມງານທີ່ລົງຊ່ວຍເຫຼືອກໍບໍ່ລົດລະຄວາມພະຍາຍາມ ຍັງສືບຕໍ່ນໍາໃຊ້ເຮືອທະຫານກວດກາຕາມຈຸດຕ່າງໆ ເພື່ອນໍາຜູ້ປະສົບໄພອອກໄປເຂດປອດໄພໃຫ້ໄດ້ທັງໝົດ. ສະເພາະມາດຕະການຊ່ວຍເຫຼືອທີ່ສາມາດເຮັດໄດ້ໃນຕອນນີ້ມີພຽງນໍາເອົານໍ້າດື່ມ ແລະ ເຂົ້າສານຈໍານວນໜຶ່ງບັນເທົາທຸກໄປກ່ອນເທົ່ານັ້ນ, ສ່ວນການອົບພະຍົບຍົກຍ້າຍປະຊາຊົນອອກໄປເຂດປອດໄພ ແມ່ນນໍາເຂົາເຈົ້າໄປອາໄສຢູ່ຕາມໂຮງຮຽນ, ວັດ ແລະ ຕາມສະຖານທີ່ທີ່ຜູ້ປະສົບໄພເອງເຄີຍອາໄສລີ້ໄພຢູ່ຕາມຕົວເມືອງຕ່າງໆ.
ພາບມຸມສູງນະຄອນປາກເຊ ເວລາ 17:45 ໂມງວັນທີ 05/09/2019 ຖ່າຍໂດຍBounkham Xaypasath

ພາບມຸມສູງສະຖານະການນໍ້າຖ້ວມນະຄອນປາກເຊ ແຂວງຈຳປາສັກ ຖ່າຍເວລາ 17:45 ໂມງ ວັນທີ 5 ກັນຍາ 2019(ຖ່າຍໂດຍ:Bounkham Xaypasath)