ສຳມະນາວິຊາການຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍ “ ການຄຸ້ມຄອງການບໍລິການຂອງສື່ມວນຊົນ ”

59

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມສຳມະນາວິຊາການຜ່ານຮ່າງຂໍ້ຕົກລົງຂອງລັດຖະມົນຕີກະຊວງ ຖວທ ຄັ້ງທີ 1 ວ່າດ້ວຍ “ ການຄຸ້ມຄອງການບໍລິການຂອງສື່ມວນຊົນ ” ເພື່ອຜັນຂະຫຍາຍ ມາດຕາ 50 ຂອງກົດໝາຍສື່ມວນຊົນ ( ສະບັບປັບປຸງ ) ແລະ ເພື່ອປະຕິບັດຕາມແຜນການສ້າງນິຕິກຳ ປະຈໍາປີ 2019 ຂອງກະຊວງ ຖວທ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ກັນຍາ 2019 ທີ່ຫ້ອງປະຊຸມ ກະຊວງ ຖວທ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ມີບັນດາຫົວໜ້າກົມ, ຮອງກົມ, ບັນນາທິການຈາກສື່ສິງພິມ, ໂທລະພາບ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ກ່າວວ່າ: ປະຊຸມຄັ້ງນີ້ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນໃຫ້ແກ່ຜູ້ຄຸ້ມຄອງ, ຜູ້ບໍລິການ ແລະ ຜູ້ບໍລິໂພກຜະລິດຕະພັນສື່ມວນຊົນ ໃນທີ່ນີ້ໝາຍເຖິງຫົວໂຄສະນາສິນຄ້າທີ່ພວກເຮົາຈະໄດ້ຮ່ວມກັນຄົ້ນຄວ້າຕົກລົງເປັນເອກະພາບດ້ານລະບຽບການຫຼັກການແນວໃດ ເພື່ອເຮັດໃຫ້ການໂຄສະນາສິນຄ້າໃນພາຫະນະສື່ມວນຊົນໃນປັດຈຸບັນ ບໍ່ວ່າໃນສື່ແບບເດີມ ແລະ ໃນສື່ແບບໃໝ່ ໄດ້ສືບຕໍ່ເຄື່ອນໄຫວໄປຢ່າງມີລະບຽບຫຼັກການ, ຄຸ້ມຄອງໂດຍລັດ ແລະ ສາມາດປົກປ້ອງຜູ້ບໍລິໂພກ.

ພວກເຮົາຕ້ອງໄດ້ເຂົ້າໃຈເປັນອັນດຽວກັນວ່າ ການສ້າງຂໍ້ຕົກລົງສະບັບນີ້ບໍ່ໄດ້ມີເຈດຕະນາ ເພື່ອຈຳກັດການໂຄສະນາສິນຄ້າຂອງອົງການສື່ມວນຊົນແຕ່ປະການໃດ ເພາະວິທີດຽວໃນການສ້າງລາຍຮັບຂອງອົງການສື່ມວນຊົນກໍແມ່ນມາຈາກການໂຄສະນາສິນຄ້າ ແລະ ພ້ອມກັນນັ້ນ, ປະຊາຊົນໄດ້ຮັບໄດ້ຮູ້ຈັກຂໍ້ມູນ – ຂ່າວສານດ້ານຄຸນນະພາບ, ສັບພະຄຸນຕ່າງໆ ແລະ ອັນຄວນລະວັງຂອງສິນຄ້າ ກໍແມ່ນມາຈາກການໂຄສະນາຜ່ານສື່ມວນຊົນເຊັ່ນກັນ ແລະ ຂໍ້ຕົກລົງສະບັບນີ້ ບໍ່ມີເຈດຕະນາຈຳກັດການຂາຍສິນຄ້າຂອງຜູ້ປະກອບການແຕ່ຢ່າງໃດ. ແຕ່ກົງກັນຂ້າມ ພວກເຮົາຊຸກຍູ້ສົ່ງເສີມການຜະລິດ ເພື່ອເຮັດໃຫ້ເສດຖະກິດເຂັ້ມແຂງ.

ທ່ານຮອງລັດຖະມົນຕີ ກ່າວຕື່ມວ່າ: ນິຕິກຳສະບັບນີ້ຈະເຮັດໃຫ້ຂະບວນການໂຄສະນາສິນຄ້າຂອງສື່ມວນຊົນບັນລຸໄດ້ ຄື: ອັນທີໜຶ່ງ ໃຫ້ໄປຕາມລະບຽບຫຼັກການ ແລະ ຂັ້ນຕອນສ້າງ ຄວາມເຊື່ອໝັ້ນໃຫ້ຊື້ ແລະ ໃຫ້ບໍລິໂພກສິນຄ້າ; ອັນທີສອງ ຈະເຮັດໃຫ້ອົງການສື່ມວນຊົນສາມາດແຂ່ງຂັນເຄື່ອນໄຫວວຽກງານຂອງຕົນຢ່າງມີບ່ອນອີງ ດ້ວຍບັນທັດຖານ ກໍຄືກະຕິກາອັນດຽວກັນ ແລະ ອັນທີສາມ ຜູ້ປະກອບກິດຈະການສາມາດບັນລຸຍອດຂາຍຂອງເຂົາເຈົ້າໄດ້ຕາມຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ( win – win ).

ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງບໍລິການຂອງສື່ມວນຊົນ ປະກອບມີ 12 ໝວດ 35 ມາດຕາ.

[ ຂ່າວ: ສົມລົດ; ຮູບ: ກົມສື່ມວນຊົນ ]