ຫຼາຍປະເທດອາຊີເຂົ້າສູ່ພາວະເສດຖະກິດຖອຍຫຼັງ

113

ບັນຫາຂໍ້ພິພາດທາງການຄ້າລະຫວ່າງອາເມຣິກາ ແລະ ສປ ຈີນທີ່ທະວີຄວາມຮ້າຍແຮງກໍາລັງສົ່ງຜົນກະທົບຕໍ່ບາງປະເທດຍັກໃຫຍ່ໃນອາຊີໂດຍຂໍ້ມູນເສດຖະກິດຊີ້ບອກວ່າປະເທດເຫຼົ່ານີ້ກໍາລັງກ້າວເຂົ້າສູ່ພາວະເສດຖະກິດຂາລົງ ບໍ່ສະເພາະແຕ່ສອງປະເທດຄູ່ກໍລະນີເທົ່ານັ້ນທີ່ຜະເຊີນກັບເສດຖະກິດຂະຫຍາຍຕົວຝືດ.

 

ປັດຈຸບັນ,ຫຼາຍທະວີບທົ່ວໂລກກໍາລັງກັງວົນກ່ຽວກັບພາວະເສື່ອມໂຊມທາງເສດຖະກິດເຫັນໄດ້ຈາກປະກອງປະຊຸມເສດຖະກິດຫຼາຍກອງປະຊຸມທີ່ມັກຢິບຍົກເລື່ອງຂຶ້ນມາຫາລືກ່ຽວກັບ ພວະເສື່ອມໂຊມທາງເສດຖະກິດໄວ້ເປັນໜຶ່ງໃນວາລະກອງປະຊຸມຢູ່ສະເໝີເຊິ່ງຄວາມກັງວົນໃນເລື່ອງນີ້ເຮັດໃຫ້ເກີດຄວາມກັງວົນເຖິງເລື່ອງຕໍາແໜ່ງວຽກ ແລະ ການຂະຫຍາຍຕົວຂອງທຸລະກິດຫຼືເສດຖະກິດຂອງປະເທດນັ້ນໆ.

ແຕ່ພາວະເສດຖະກິດຕົກຕໍ່າບໍ່ໄດ້ເປັນໄພຄຸກຄາມປະເທດທີ່ມີຂະໜາດເສດຖະກິດທີ່ໃຫຍ່ທີ່ສຸດໃນອາຊີເທົ່ານັ້ນ,ຂະນະນີ້ເສດຖະກິດຂອງປະເທດນ້ອຍໆໃນອາຊີກໍມີຄວາມສ່ຽງທີ່ຈະຜະເຊີນກັບເສດຖະກິດທີ່ຢູ່ໃນໄລຍະຂາລົງເຊັ່ນກັນ.

ທ່ານ ຫຼຸຍ ດູອິດ ຫົວໜ້າຝ່າຍເສດຖະກິດອາຊີຂອງອ໊ອກຟອດ ອີໂຄໂນມິກ ໃຫ້ຄວາມເຫັນວ່າ:ປາກົດການທີ່ເກີດຂຶ້ນໃນຂະນະນີ້ຄືປະເທດບໍ່ກ່ຽວຂ້ອງກັບສົງຄາມການຄ້າລະຫວ່າງອາເມຣິກາກັບຈີນໂດຍກົງ ແລະ ປະເທດເຫຼົ່ານີ້ມີຂະໜາດນ້ອຍ,ມີເສດຖະກິດເປີດ ແລະ ມີການຄ້າຂາຍກັບປະເທດຕ່າງໆເປັນຕົ້ນຄ້າຂາຍກັບອາເມຣິກາ ແລະ ຈີນທີ່ສ່ຽງຜະເຊີນພາວະເສື່ືອມໂຊມທາງເສດຖະກິດເນື່ອງຈາກຜົນພວງຂອງສົງຄາມການຄ້າ.

ຂະນະທີ່ຈີນເອງທີ່ການຂະຫຍາຍຕົວທາງເສດຖະກິດອ່ອນແອຫຼາຍປີຊ້ອນ,ຕົວເລກຫຼ້າສຸດຊີ້ບອກວ່າຈີດີພີຂອງຈີນໃນໄຕມາດ2ຂະຫຍາຍຕົວ6,2%ຖືວ່າຂະຫຍາຍຕົວຕໍ່າທີ່ສຸດນັບຕັ້ງແຕ່ປີ1990ເປັນຕົ້ນມາການເຮັດສົງຄາມການຄ້າ ແລະ ອາເມຣິກາຂຶ້ນພາສີສິນຄ້ານໍາເຂົ້າຈາກຈີນເປັນມູນຄ່າຫຼາຍຕື້ໂດລາຍິ່ງຈະເຮັດໃຫ້ຈີນມີບັນຫາເນື່ອງຈາກບໍລິສັດຈີນທີ່ສົ່ງສິນຄ້າໄປອາເມຣິກາມີປະມານ20%ແຕ່ທີ່ໜັກໄປກວ່ານັ້ນຄືການທີ່ບໍ່ຮູ້ວ່າສົງຄາມການຄ້າໃນຄັ້ງນີ້ຈະຍືດເຍື້ອຍາວນານເທົ່າໃດ.

ໃນໄລຍະທີ່ຜ່ານມາ,ລັດຖະບານຈີນອອກນະໂຍບາຍຕ່າງໆເພື່ອບັນເທົາຜົນກະທົບຕະຫຼອດຮອດການຫຼຸດພາສີ ແລະ ທຸ່ມງົບປະມານໄປກັບການພັດທະນາລະບົບພື້ນຖານໂຄງລ່າງໃນປະເທດເປັນຕົ້ນໃນປີນີ້,ລັດຖະບານຈີນຕັ້ງເປົ້າຊຸກຍູ້ການຂະຫຍາຍຕົວທາງເສດຖະກິດໃຫ້ໄດ້ລະຫວ່າງ6% ແລະ 6,5%.

ສິ່ງທີ່ເກີດຂຶ້ນກັບຈີນຍ່ອມສົ່ງຜົນກະທົບຕໍ່ປະເທດຕ່າງໆໃນອາຊີເນື່ອງຈາກການຂະຫຍາຍຕົວທາງເສດຖະກິດທີ່ຊ້າລົງຂອງຈີນຈາກສົງຄາມການຄ້າກັບອາເມຣິກາທໍາລາຍຄວາມເຊື່ອໝັ້ນທາງທຸລະກິດໃນຍີ່ປຸ່ນຄຽງຄູ່ກັນນັ້ນຍີ່ປຸ່ນເອງຍັງຜະເຊີນບັນຫາສົ່ງອອກສິນຄ້າໄດ້ໜ້ອຍລົງໂດຍສະເພາະສິນຄ້າປະເພດອຸປະກອນເອເລັກໂທຣນິກ ແລະ ອາໄຫຼ່ລົດ.

ເຖິງວ່າຕົວເລກເສດຖະກິດຫຼ້າສຸດຂອງຍີ່ປຸ່ນຖືວ່າດີກວ່າທີ່ຄາດຄະເນໂດຍຈີດີພີໄຕມາດ2ຫຍັບຂຶ້ນ0,4%ດີກວ່າທີ່ຄາດຄະເນໄວ້ທີ່0,1%ໂດຍໄດ້ຮັບປັບໄຈໜູນຈາກການໃຊ້ຈ່າຍຂອງປະຊາຊົນໃນປະເທດທີ່ແຂງແກ່ນ,ຢ່າງໃດກໍຕາມຈີດີພີຂອງຍີ່ປຸ່ນອາດຈະບໍ່ໄດ້ດີໄປຕະຫຼອດໂດຍສະເພາະເມື່ອພາສີການຂາຍເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການໃນເດືອນ ຕຸລາທີ່ຈະເຖິງນີ້.

ດ້ານອິນເດຍປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບ3ຂອງອາຊີກໍາລັງຜະເຊີນກັບການຂະຫຍາຍຕົວທາງເສດຖະກິດທີ່ຊ້າລົງ,ຂະນະທີ່ຄວາມຕ້ອງການພາຍໃນຢຸດນິ້ງ ແລະ ການລົງທຶນຈາກຕ່າງປະເທດມີໜ້ອຍ,ການຂະຫຍາຍຕົວຂອງຈີດີພີໄຕມາດຫຼຸ້າສຸດຂອງອິນເດຍປັບຕົວຫຼຸດລົງເຫຼືອ5,8%ຖືວ່າຂະຫຍາຍຕົວຕໍ່າທີ່ສຸດໃນຮອບ5ປີ.

ສ່ວນສິງກະໂປປະເທດທີ່ເພິ່ງພາການຄ້າເປັນສໍາຄັນໂດຍສະເພາະການສົ່ງອອກສິນຄ້າໄຮເທັກກໍາລັງໄດ້ຮັບຜົນກະທົບຈາກຄວາມຕ້ອງການທົ່ວໂລກຫຼຸດໜ້ອຍຖອຍລົງເພາະຜົນກະທົບຈາກສົງຄາມການຄ້າ,ເສດຖະກິດສິງກະໂປຫົວຕົວ3,3%ໃນໄຕມາດ2ເຮັດໃຫ້ລັດຖະບານສິງກະໂປຕັດສິນໃຈປັບຫຼຸດການຄາດຄະເນການຂະຫຍາຍຕົວທາງເສດຖະກິດໃນປີ2019ລົງເຫຼືອລະຫວ່າງ0% ແລະ 1%.

 

ນອກຈາກນີ້,ສ.ເກົາຫຼີທີ່ຕອນນີ້ມີກະແສຄວາມກັງວົນວ່າປະເທດຈະເຂົ້າສູ່ພາວະຄວາມເສື່ອມໂຊມທາງເສດຖະກິດແລ້ວ,ແຕ່ລັດຖະບານພະຍາຍາມທຸ່ມງົບປະມານເພື່ອໃຊ້ຈ່າຍດ້ານຕ່າງໆເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວ.