ອາທິດດຽວ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເພີ່ມຂຶ້ນ ເກືອບ 2 ພັນກໍລະນີ

54

ນັບແຕ່ວັນທີ 26 ສິງຫາ ຫາ ວັນທີ 3 ກັນຍາ ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເພີ່ມຂຶ້ນ ເກືອບ 2 ພັນກໍລະນີ ເຮັດໃຫ້ຮອດປັດຈຸບັນມີຜູ້ຕິດເຊື້ອໄຂ້ຍຸງ ທັງໝົດ 28 ພັນກວ່າກໍລະນີ ເສຍຊີວິດ 61 ກໍລະນີ.

ອີງຕາມການລາຍງານຂອງສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ປະຈໍາວັນທີ 3 ກັນຍາ 2019 ໃຫ້ຮູ້ວ່າ: ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍທັງໝົດ 28.371 ກໍລະນີ ແລະ ເສຍຊີວິດ 61 ກໍລະນີ. ໃນນັ້ນ, ນະຄອນຫຼວງວຽງຈັນ 6.869 ກໍລະນີ ເສຍຊີວິດ 17 ກໍລະນີ, ຮອງລົງມາເປັນແຂວງສະຫວັນນະເຂດ 5.148 ກໍລະນີ, ຕໍ່ມາແມ່ນແຂວງຈຳປາສັກ, ສາລະວັນ ແລະ ຄຳມ່ວນ ສ່ວນແຂວງວຽງຈັນ ມີຜູ້ຕິດເຊື້ອສູງຂຶ້ນເປັນອັນດັບ 6 ຈໍານວນ 1.370 ກໍລະນີ.

ຕາມການເປີດເຜີຍຂອງພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ປະຈໍາວັນທີ 3 ກັນຍາ 2019 ໃຫ້ຮູ້ວ່າ: ໃນອາທິດນີ້ ນະຄອນຫຼວງວຽງຈັນ ມີຈໍານວນຜູ້ເສຍຊີວິດເພີ່ມຂຶ້ນອີກ 3 ກໍລະນີ ຈາກ 14 ເປັນ 17 ກໍລະນີ ເຊິ່ງທຽບໃສ່ອາທິດຜ່ານມາຈໍານວນຜູ້ເສຍຊີວິດເພີ່ມຂຶ້ນພຽງ 1 ກໍລະນີ. ໃນນັ້ນ, ເມືອງໄຊທານີ ມີຈໍານວນ 2.115 ກໍລະນີ ເສຍຊີວິດ 5 ກໍລະນີ, ເມືອງໄຊເສດຖາ 1.393 ກໍລະນີ ເສຍຊີວິດ 4 ກໍລະນີ ສ່ວນເມືອງທີ່ຍັງບໍ່ມີກໍລະນີເສຍຊີວີດແມ່ນເມືອງຈັນທະບູລີ ແລະ ເມືອງປາກງື່ມ.