ເຂື່ອນໄຟຟ້ານໍ້າເທີນ 2 ຢຸດການປ່ອຍນໍ້າລົງແມ່ນໍ້າເຊບັ້ງໄຟຊົ່ວຄາວ

141

ບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຢຸດຕິການຜະລິດກະແສໄຟຟ້າ ແລະ ປ່ອຍນໍ້າລົງຄອງເໝືອງສົ່ງນໍ້າລົງສູ່ແມ່ ນ້ຳເຊບັ້ງໄຟຊົ່ວຄາວຍ້ອນລະດັບນໍ້າໃນເຊບັ້ງໄຟເຂດເມືອງມະຫາໄຊລຸ່ມເຮືອນຈັກໃກ້ຈະລົ້ນຕາຝັ່ງ. ເພື່ອປະຕິ ບັດຕາມສັນຍາສຳປະທານລະຫວ່າງບໍລິສັດໄຟຟ້ານໍ້າເທີນ 2 ແລະ ລັດຖະບານລາວ ໃນສັນຍາທີ່ກໍານົດໄວ້ຄື : ໂຄງ ການໄຟຟ້ານໍ້າເທີນ 2 ຈະຕ້ອງລຸດອັດຕາການປ່ອຍນໍ້າລົງສູ່ນໍ້າເຊບັ້ງໄຟເມື່ອອັດຕາການໄຫລຂອງນໍ້າເຊຢູ່ເມືອງມະຫາໄຊຂຶ້ນຮອດລະດັບ 14,4 ແມັດ.

ໃນວັນທີ 04 ກັນຍາ 2019 ຢູ່ເຮືອນຈັກບໍລິສັດ ໄຟຟ້ານໍ້າເທີນ 2 ບ້ານສ້າງແກ້ວ ເມືອງຍົມມະລາດ ບໍລິສັດໄຟຟ້າເທີນ 2 ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຢຸດການປ່ອຍນໍ້າ ແລະ ຢຸດທຳການຜະລິດກະແສໄຟຟ້າຊົ່ວຄາວ, ເນື່ອງຈາກລະດັບນໍ້າເຊບັ້ງໄຟເພີ່ມຂຶ້ນສູງ. ເຂົ້າຮ່ວມມີ ທ່ານດຣ. ດູສິດ ພົມມະຈັນ ຫົວໜ້າເຂື່ອນໄຟຟ້ານໍ້າເທີນ 2, ມີຕາງໜ້າຫ້ອງວ່າການປົກຄອງແຂວງຄຳມ່ວນພ້ອມດ້ວຍບັນດາທ່ານຫົວໜ້າຫ້ອງວ່າການປົກຄອງເມືອງທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງ ບ້ານ ຈາກ ເມືອງຍົມມະລາດ, ມະຫາໄຊ, ເຊບັ້ງໄຟ, ໜອງບົກ ແລະ ເມືອງໄຊບູລີ ແຂວງ ສະຫວັນນະເຂດເຂົ້າຮ່ວມ.

ໂດຍອີງຕາມຂໍ້ຕົກລົງເຫັນພ້ອມຂອງສັນຍາສຳປະທານ ເພື່ອແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ກຳນົດ ແລະ ຢັ້ງ ຢືນວ່າທາງບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຢຸດຕິການປ່ອຍນໍ້າທັງນໍາໄປເຜີຍແຜ່ໂຄສະນາໃຫ້ປະຊາຊົນບ້ານເປົ້າໝາຍລຽບຕາມແຄມນໍ້າເຊບັ້ງໄຟໄດ້ຮູ້ສະພາບລວມກ່ຽວກັບອຸປະກອນຕ່າງໆ ທີ່ຕິດຕັ້ງໃນແຕ່ລະຈຸດຂອງລະບົບການວັດແທກນໍ້າການບໍລິຫານຈັດເກັບນໍ້າໃນໄລຍະລະດູຝົນ ແລະ ລະດູແລ້ງ.

ທ່ານ ດຣ. ດູສິດ ພົມມະຈັນ ຫົວໜ້າເຂື່ອນໄຟຟ້ານໍ້າເທີນ 2 ຍັງໄດ້ລາຍງານກ່ຽວກັບຂໍ້ມູນໃນການດຳເນີນງານຂອງໂຄງການລວມທັງການບໍລິຫານນ້ຳຢູ່ອ່າງຈັດເກັບນ້ຳພ້ອມທັງໄດ້ໃຫ້ຮູ້ເຖິງຈຸດປະສົງໃນການຢຸດການຜະລິດກະ ແສໄຟຟ້າຊົ່ວຄາວ ແລະ ຢຸດການປ່ອຍນໍ້າລົງສູ່ຄອງສົ່ງນໍ້າເຊບັ້ງໄຟ : ເນື່ອງຈາກທ້າຍເດືອນສິງຫາຫາຕົ້ນເດືອນກັນຍາໄດ້ມີພາຍຸເຂົ້າມາເຂດພາກາງເຊິ່ງໄດ້ມີຝົນຕົກໜັກຢູ່ເຂດອ່າງນໍ້າເທີນ 2 ແລະ ອ່າງຕອນເທິງເຊບັ້ງໄຟປະມານ 175 ມິລີແມັດພາຍໃນມື້ດຽວເຮັດໃຫ້ລະດັບນໍ້າເຊບັ້ງໄຟສູງຮອດລະດັບເຕືອນໄພ ( ເຂດອັນຕະລາຍ ).

ດັ່ງນັ້ນທາງບໍລິສັດໄຟຟ້ານໍ້າເທີນ 2 ເພື່ອປະຕິບັດຕາມສັນຍາສຳປະທານແມ່ນໄດ້ມີການປິດປະຕູນໍ້າຈາກເຮືອນຈັກໂດຍເລີ່ມປິດຈັກແຕ່ 1 ໂມງແລງຂອງວັນທີ 3 ແລະ ເລີ້ມປິດສົມບູນ 11 ໂມງທ່ຽງຄືນ ກ່ອນລະດັບນໍ້າເຊບັ້ງໄຟຈະສູງ ນີ້ແມ່ນເປັນການປະຕິຕາມສັນຍາສຳປະທານ ແລະ ອີກຢ່າງໜຶ່ງແມ່ນເພື່ອຮັບປະກັນວ່ານໍ້າຢູ່ເຊບັ້ງໄຟຈະບໍ່ມີນໍ້າເທີນ 2 ໄປສົມທົບ ເພື່ອເຮັດໃຫ້ນໍ້າຢູ່ເຊບັ້ງໄຟງສູງກວ່າລະດັບນໍ້າທຳມະຊາດ ທັງເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນ ແລະ ມື້ນີ້ກໍ່ເປັນໂອກາດອັນດີທີ່ທາງຄະນະຂອງເມືອງ, ບ້ານໄດ້ມາຢ້ຽມຊົມເຮືອນຈັກເຮົາ, ເຄື່ອງຈັກທຸກເຄື່ອງເເມ່ນໄດ້ຢຸດທຳການຜະລິດ, ນໍ້າທີ່ສົ່ງໄປຕາມຄ່ອງສົ່ງນໍ້າແມ່ນໄດ້ປິດ, ໃຫ້ໜັ້ນໃຈໄດ້ວ່ານໍ້າເທີນ 2 ແມ່ນໄດ້ຕິດຕາມລະດັບນໍ້າຕະຫລອດເວລາ, ນໍ້າທີ່ຂຶ້ນແມ່ນນໍ້າມາຈາກທຳມະຊາດ, ຕາມສະຖານີແທກນໍ້າປະຈຸບັນນໍ້າຢູ່ເຊບັ້ງໄຟແມ່ນຍັງຈະສືບຕໍ່ຂຶ້ນອີກ ປະມານ 2 – 3 ວັນເພາະນໍ້າທາງເໜືອເຂົ້າມາສົມທົບຍັງບໍ່ເມິດ.

ດັ່ງນັ້ນຢາກໃຫ້ພໍ່ແມ່ປະຊາຊົນຈົ່ງໄດ້ຕິດຕາມຂໍ້ມູນຂ່າວສານ ແລະ ກຽມພ້ອມທີ່ຈະຮັບມືກັບນໍ້າທີ່ຈະເກີດຂຶ້ນໃນຂ້າງໜ້ານີ້. ຄາດວ່າຈະເລີ່ມແລ່ນເຄື່ອງຈັກຜະລິດໄຟໄຟ້າ ແລະ ປ່ອຍນໍ້າກໍ່ຕໍ່ເມືອແມ່ນໍ້າເຊບັ້ງໄຟໄດ້ຫລຸດລົງ.

ຂ່າວ : ມະນີວັນ,Khammouane News