ໂຄງການປະກວດນາງສາວຊົນເຜົ່າມົ້ງລາວ 2020 ຈະເພີ່ມກິດຈະກໍາຫຼາຍຢ່າງກວ່າປີຜ່ານມາ

48

ປີທີ 4 ແລ້ວໂຄງການປະກວດນາງສາວຊົນເຜົ່າມົ້ງລາວ ເຊິ່ງແຕ່ລະປີກໍມີກິດຈະກໍາ ພ້ອມທັງການສະແດງທີ່ແຕກຕ່າງກັນໄປ ເພື່ອສະແດງເຖິງເອກະລັກ ແລະ ວັດທະນະທໍາຂອງຊົນເຜົ່າມົ້ງໃຫ້ໄດ້ເຫັນຫຼາຍຢ່າງ ເຊັ່ນດຽວກັບປີນີ້ໂຄງການປະກວດນາງສາວຊົນເຜົ່າມົ້ງລາວ 2020 ຈະຈັດຂຶ້ນໃນທ້າຍປີນີ້ ແລະ ຈະມີການເພີ່ມກິດຈະກໍາໃນການປະກວດໃຫ້ຫຼາຍຂຶ້ນ.

ທ່ານ ທອງວິໄລ ລິດທິເດດ ປະທານ ບໍລິສັດ ລາວການຄ້າ ແລະ ປຸງແຕ່ງແຮ່ທາດ ຈໍາກັດ ພ້ອມທັງເປັນປະທານໂຄງການປະກວດນາງສາວຊົນເຜົ່າມົ້ງລາວ ໃຫ້ສໍາພາດວ່າ: ປີນີ້ຖືວ່າເປັນປີທີ 4 ທີ່ໄດ້ຈັດໂຄງການປະກວດນາງສາວຊົນເຜົ່າມົ້ງລາວ ເພື່ອໃຫ້ໄວໜຸ່ມໄດ້ມີການເຂົ້າຮ່ວມກິດຈະກໍາທີ່ດີ ແລະ ຫ່າງໄກຈາກຢາເສບຕິດອີກດ້ວຍ. ນອກຈາກນີ້, ຍັງເປັນການສ້າງໃຫ້ໄວໜຸ່ມກ້າສະແດງຄວາມສາມາດອອກມາໄດ້ເຕັມທີ່, ເສີມສ້າງທັກສະ, ເສີມສ້າງບຸກຄະລິກກະພາບ ແລະ ສ້າງຄວາມຮູ້ດ້ານອື່ນໆອີກດ້ວຍ.

ສໍາລັບປີນີ້ໄດ້ນໍາເອົາປະສົບການໃນການຈັດງານຈາກປີຜ່ານໆມາເປັນບົດຮຽນ ແລະ ປັບປຸງໃຫ້ດີຂຶ້ນກວ່າເກົ່າ ໂດຍເລີ່ມຈາກການປັບປ່ຽນກິດຈະກໍາ ແລະ ການສະແດງໃຫ້ແປກໃໝ່ ພ້ອມທັງເພີ່ມກິດຈະກໍາການສະແດງທີ່ເປັນເອກະລັກຂອງຊົນເຜົ່າໃຫ້ຄົບຂຶ້ນກວ່າເກົ່າ.

ນາງ ຈັນມະລີ ທໍ່ ນາງສາວຊົນເຜົ່າມົ້ງລາວ 2019 ໃຫ້ສໍາພາດຕື່ມວ່າ: ເວທີນີ້ໄດ້ເປັນການສ້າງປະສົບການອັນໃໝ່ໃຫ້ກັບຕົນເອງ, ສ້າງຄວາມສາມາດ, ສ້າງຄວາມກ້າສະແດງອອກ, ສ້າງບຸກຄະລິກກະພາບ ແລະ ຮູ້ຈັກເຂົ້າສັງຄົມຫຼາຍຂຶ້ນ ເຊິ່ງຜົນງານ ແລະ ກາເຂົ້າຮ່ວມກິດຈະກໍາໃນປີຜ່ານມາກໍຈະມີຮ່ວມງານບຸນຊ້າງ, ຮ່ວມກິດຈະກໍາທີ່ສວນພຶກສາໄດ້ຈັດຂຶ້ນ, ຮ່ວມກິດຈະກໍາຊ່ວຍເຫຼືອສັງຄົມ ແລະ ອີກຫຼາຍໆຢ່າງ ພ້ອມທັງຮ່ວມສະແດງຄວາມເປັນເອກະລັກຂອງຊົນເຜົ່າມົ້ງອີກດ້ວຍ.

( ຂ່າວ: ນຸ້ມນິ້ມ, ຮູບ: ວິລະສັກ )