ໄຟຟ້າສະຫວັນນະເຂດ ເລັ່ງກວດສອບກົງເຕີໄຟ, ຍ້າຍໄປບ່ອນສູງ

63

ເພື່ອຮັບປະກັນຄວາມປອດໄພຂອງພໍ່ແມ່ປະຊາຊົນ, ພາຍຫຼັງພາຍຸໝຸນເຂດຮ້ອນໄດ້ພັດຜ່ານເມືອງຈຳພອນ ເຮັດໃຫ້ເກີດມີຝົນຕົກໜັກຫຼາຍພື້ນທີ່ ສົ່ງຜົນໃຫ້ລະດັບນ້ຳເພີ່ມຂຶ້ນເຖິງຂັ້ນວິກິດ, ຕ້ອງໄດ້ ຍົກຍ້າຍປະຊາຊົນອອກດ່ວນ ເນື່ອງຈາກນ້ຳໄດ້ໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນເປັນວົງກວ້າງ ເຊິ່ງລັດວິສາຫະກິດໄຟຟ້າແຂວງ ສະຫວັນນະເຂດ ຕ້ອງໄດ້ງົດຈ່າຍຄ່າກະແສໄຟຟ້າ ເພື່ອຄວາມປອດໄພ ບໍ່ໃຫ້ເປັນອັນຕະລາຍຕໍ່ຜູ້ປະສົບໄພໃນຂົງເຂດດັ່ງກ່າວ.

 

 

ຄວາມຮຸນແຮງຂອງພາຍຸລູກນີ້ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ລະບົບໄຟຟ້າຢ່າງໜັກ ຂະນະສາຂາລັດວິສາຫະກິດໄຟຟ້າລາວ ແຂວງສະຫວັນນະເຂດ ໄດ້ປະສານໄປຍັງທຸກໜ່ວຍງານທີ່ກ່ຽວຂ້ອງ ໃຫ້ຕິດຕາມເຝົ້າລະວັງ ທັງໃນເລື່ອງລະດັບນ້ຳທີ່ເພີ່ມຂຶ້ນຢູ່ຕະຫຼອດ ແລະ ໃຫ້ແກ້ໄຂຈຸດທີ່ມີຄວາມເສຍຫາຍຂອງລະບົບຕາຂ່າຍຢ່າງຮີບດ່ວນ ເພື່ອເຮັດໃຫ້ມີຜົນກະທົບໜ້ອຍທີ່ສຸດກັບປະຊາຊົນຜູ້ຊົມໃຊ້ໄຟຟ້າ.

 

 

ພ້ອມດຽວກັນນີ້, ອ້າຍນ້ອງພະນັກງານສູນບໍລິການໄຟຟ້າ ເມືອງຈໍາພອນ ໄດ້ລົງຍົກຍ້າຍກົງເຕີຫຼາຍບ້ານ ໃຫ້ສູງຂຶ້ນຈາກຈຸດທີ່ນ້ຳຖ້ວມ ແລະ ປົດກົງເຕີໄຟຟ້າທີ່ຈົມໃນນ້ຳອອກຈາກພື້ນທີ່ດັ່ງກ່າວ.