ກະຕໍ້ລາວຄວ້າ 1 ຫຼຽນເງິນ ແລະ 1 ຫຼຽນທອງ ລາຍການຊີງແຊັມໂລກ 2019 ທີ່ປະເທດໄທ

56

ທັບນັກກີລາກະຕໍ້ລາວ ຍາດໄດ້ 1 ຫຼຽນເງິນ ຈາກທີມກະຕໍ້ຄູ່ຍິງ ແລະ 1 ຫຼຽນທອງ ຈາກຄູ່ຊາຍ ທີ່ເປັນແຊັມເກົ່າທັງຄູ່ ຈາກການສົ່ງເຂົ້າຮ່ວມທັງໝົດ 6 ລາຍການ ໃນການແຂ່ງຂັນກີລາກະຕໍ້ຊີງແຊັມໂລກ ລາຍການ King’s Cup Sepaktakraw World Championship ຄັ້ງທີ 34 ຊີງຂັນເຈົ້າຊີວິດໄທ ລະຫວ່າງວັນທີ 25 ສິງຫາ – 1 ກັນຍາ 2019 ທີ່ສູນການຄ້າ ແຟຊັນໄອແລນ ນະຄອນຫຼວງບາງກອກ ປະເທດໄທ.

ການແຂ່ງຂັນລາຍການດັ່ງກ່າວ ມີ 31 ປະເທດ ເຂົ້າຮ່ວມຊີງໄຊ 8 ລາຍການ ຄື: ທີມຊຸດຍິງ – ຊາຍ, ທີມດ່ຽວຍິງ – ຊາຍ, ກະຕໍ້ລວດບ້ວງຍິງ – ຊາຍ ແລະ ຄູ່ຍິງ – ຄູ່ຊາຍ. ຂະນະທີ່ ສປປ ລາວ ສົ່ງເຂົ້າຮ່ວມ 6 ລາຍການ ປະກອບດ້ວຍທີມຊຸດຍິງ – ຊາຍ, ຄູ່  ຍິງ – ຊາຍ ແລະ ກະຕໍ້ລອດຮ່ວງຍິງ – ຊາຍ ( ປີນີ້ບໍ່ມີປະເພດທີມດ່ຽວຍິງ – ຊາຍ ).

ຜ່ານການແຂ່ງຂັນໄລຍະດັ່ງກ່າວປາກົດວ່າ: ກະຕໍ້ທີມຄູ່ຍິງ – ຄູ່ຊາຍທີມຊາດລາວ ໃນຖານະແຊັມເກົ່າບໍ່ສາມາດປ້ອງກັນແຊັມໂລກໄດ້ ຫຼັງຍາດໄດ້ພຽງ 1 ຫຼຽນເງິນ ຈາກຄູ່ຍິງລາວ ຜ່ານເຂົ້າຊີງຊະນະເລີດເສຍໃຫ້ກັບ ມຽນມາ 0 – 2 ເຊັດ, ສ່ວນ 1 ຫຼຽນທອງໄດ້ຈາກຄູ່ຊາຍລາວ ໃນຖານະແຊັມເກົ່າ ເສຍໃຫ້ ສ.ເກົາຫຼີ 1 – 2 ເຊັດ, ສ່ວນອີກ 4 ລາຍການທີມຊຸດຍິງ – ຊາຍ ແລະ ກະຕໍ້ລອດຮ່ວງຍິງ – ຊາຍ ຜົນງານດີສຸດຢຸດທີ່ຮອບ 8 ທີມສຸດທ້າຍ.

ຫຼ້າສຸດເມື່ອວັນທີ 2 ກັນຍາ ທັບນັກກີລາກະຕໍ້ລາວ ປະກອບດ້ວຍຄະນະນໍາ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມ 42 ຄົນ. ໃນນີ້, ເປັນນັກກີລາທັງໝົດ 36 ຄົນ ( ຍິງ 18 ຄົນ ) ໄດ້ເດີນທາງກັບມາ ສປປ ລາວ ເປັນທີ່ຮຽບຮ້ອຍ ໂດຍ ທ່ານ ໃຈ ແກ້ວປະເສີດ ຄະນະຄູຝຶກກະຕໍ້ທີມຊາດລາວ ເປີດເຜີຍສັ້ນໆວ່າ: ຖືວ່າທັບນັກກີລາກະຕໍ້ລາວ ເຮັດເຕັມທີ່ແລ້ວ ຜ່ານການແຂ່ງຂັນສາມາດຍາດໄດ້ 1 ຫຼຽນເງິນ ຈາກຄູ່ຍິງ ແລະ 1 ຫຼຽນທອງ ຈາກຄູ່ຊາຍ. ຢ່າງໃດກໍຕາມ, ຖືເປັນປະສົບການທີ່ດີກ່ອນຈະເຂົ້າສູນຝຶກຊ້ອມຢ່າງເຕັມຕົວທີ່ສູນຝຶກດົງໂດກ ເພື່ອກະກຽມລຸຍຊີເກມ 2019 ທີ່ປະເທດຟີລິບປິນ ຕໍ່ໄປ.

ສ່ວນ ທ້າວ ລັກສະນະໄຊ ບຸນໄພວັນ ນັກເຕະຕົວຫຼັກຂອງກະຕໍ້ທີມຊາດລາວ ຊຸດນີ້ເປີດເຜີຍອີກວ່າ: ເຫັນໄດ້ສີມືຕ່າງຊາດມີການພັດທະນາຫຼາຍຈົນໃກ້ຄຽງກັນ ຢູ່ທີ່ວ່າໃຜຈະກຽມຄວາມພ້ອມຂອງຮ່າງກາຍໄດ້ດີກວ່າກັນ ໂດຍສະເພາະ ມຽນມາ ທີ່ຮອບແບ່ງກຸ່ມເສຍໃຫ້ພວກເຮົາ ແຕ່ພໍເຂົ້າຮອບຕັດເຊືອກ ມຽນມາ ມີການພັດທະນາ ແລະ ແຂງແກ່ນຂຶ້ນຈົນສາມາດຍາດໄດ້ແຊັມ,    ສ.ເກົາຫຼີ ໄດ້ຮອງແຊັມ ແລະ ລາວໄດ້ທີ 3 ຮ່ວມປະເພດຄູ່ຊາຍ, ສໍາລັບໃນຮອບ 4 ທີມ ທີ່ພວກເຮົາເສຍໃຫ້ ສ.ເກົາຫຼີ ນັ້ນແມ່ນສູສີກັນ ແຕ່ຄູ່ແຂ່ງມີການກຽມພ້ອມມາດີທາງດ້ານການກຽມພ້ອມ ເພາະມື້ໜຶ່ງຕ້ອງແຂ່ງຂັນຫຼາຍໆນັດ ຈົນເຮັດໃຫ້ເກມປ່ຽນ ທັງທີ່ພວກເຮົາມີໂອກາດຊະນະ ແລະ ເປັນອັນທີ່ໜ້າເສຍດາຍທີ່ບໍ່ສາມາດປ້ອງກັນແຊັມໄດ້. ຢ່າງໃດກໍຕາມ, ພວກເຮົາຈະເຂົ້າສູນຝຶກຊ້ອມໃຫ້ຫຼາຍທີ່ສຸດ ເພື່ອກຽມພ້ອມລຸຍຊີເກມໃນທ້າຍປີນີ້ຕໍ່.

ສຳລັບການເຂົ້າຮ່ວມການແຂ່ງຂັນກີລາກະຕໍ້ຊີງແຊັມໂລກ ຄັ້ງທີ 33 ທີ່ນະຄອນຣາຊະສີມາ ( ໂຄຣາດ ) ຣາຊະອານາຈັກໄທ ປີ 2018 ທັບນັກກີລາກະຕໍ້ທີມຊາດລາວ ສ້າງປະຫວັດສາດໜ້າໃໝ່ໃຫ້ກັບວົງການກະຕໍ້ລາວ ດ້ວຍການຄວ້າມາໄດ້ເຖິງ 2 ຫຼຽນຄຳ 1 ຫຼຽນເງິນ ແລະ 1 ຫຼຽນທອງ ໂດຍສະເພາະ 2 ຫຼຽນຄຳ ໄດ້ຈາກປະເພດຄູ່ຊາຍ ແລະ ຄູ່ຍິງ.

( ຄໍາສອນ )