ຍັງບໍ່ເຊົາງ່າຍ!!! ພາກກາງ-ໃຕ້ ກຽມຮັບມືກັບພາຍຸຫົວໃໝ່ “ຄາຈິກິ”

60

ໃນລະຫວ່າງວັນທີ 2 ກັນຍາ ເປັນຕົ້ນມາ, ນັບແຕ່ພາກກາງລົງຫາ ພາກໃຕ້ ກຳລັງປະເຊີນກັບໄພທຳມະຊາດຢ່າງຮຸນແຮງ ໂດຍສະເພາະ 4 ແຂວງພາກໃຕ້ ແຂວງ ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ປະສົບກັບໄພນໍ້າຖ້ວມຢ່າງໜັກ ເນື່ອງຈາກໄດ້ຮັບອິດທິພົນຈາກພາຍຸໜູນເຂດຮ້ອນພັດຜ່ານ ເຮັດໃຫ້ມີນໍ້າຖ້ວມອັ່ງ, ຖ້ວມຊຸ, ຖະໜົນຫົນທາງຖືກຕັດຂາດ ບໍ່ສາມາດສັນຈອນໄປໄດ້.

 

ຂະນະທີ່, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນໄພພາຍຸເຂດຮ້ອນ ປະຈຳວັນທີ 4 ກັນຍາ 2019ວ່າ: ລົມພາຍຸ ຄາຈິກິ (KAJIKI) ຫົວທີ 14 ປະຈໍາປີ 2019 ກໍາລັງເຄື່ອນທີ່ຢູ່ທະເລຈີນໃຕ້ໃກ້ກັບປະເທດຫວຽດນາມ ແລະ ພວມເຄື່ອນທີ່ໄປທາງທິດຕາເວັນອອກ-ຕາເວັນຕົກສ່ຽງເໜືອ ໄປສູ່ເກາະໄຮໜານຢ່າງຊ້າໆ ເຊິ່ງຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາປານກາງຢູ່ເຂດພາກເໜືອ ແລະ ຕົກໜັກເປັນບໍລິເວນກວ້າງ ຫາຕົກໜັກຫຼາຍຢູ່ແຂວງ ຄຳມ່ວນ ລົງຫາ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອາກາດ.

 

ພ້ອມດຽວກັນ ລະດັບນໍ້າຂອງຢູ່ແຂວງ ຈໍາປາສັກ ອີງຕາມການລາຍງານຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງໃຫ້ຮູ້ວ່າ: ໃນເວລາ 4 ໂມງເຊົ້າ ຂອງວັນທີ 4 ກັນຍາ 2019, ລະດັບນໍ້າຂອງຢູ່ບໍລິເວນນະຄອນປາກເຊ ແຂວງຈຳປາສັກ ແທກໄດ້ 12,98 ແມັດ ເຊິ່ງລື່ນຈາກລະດັບນ້ຳຂອງທີ່ຂຶ້ນສູງສຸດໃນປີ 2018, 30 ຊັງຕີແມັດ ແລະ ຝົນຍັງຈະສືບຕໍ່ຕົກຈົນເຖິງວັນທີ 6 ກັນຍາ 2019 ເຊິ່ງຄາດວ່າ ລະດັບນໍ້າອາດຈະເພີ່ມຂຶ້ນອີກ.

 

ຂະນະທີ່ສະພາບອາກາດພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຫົວພັນ ແລະ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 21-31 ອົງສາ.
ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງ ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 21-31 ອົງສາ.

 

ພາກກາງ: ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາປານກາງຢູ່ທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດ ແລະ ຕົກໜັກ ຫາຕົກໜັກຫຼາຍຢູ່ບາງທ້ອງຖິ່ນແຂວງຄຳມ່ວນ ແລະ ສະຫວັນນະເຂດ.

 

ພາກໃຕ້: ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງຢູ່ທົ່ວໄປ ແລະ ຕົກໜັກ ຫາຕົກໜັກຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ອຸນຫະພູມໃນລະຫວ່າງ 23,28 ອົງສາ. ສຳລັບເຂດພູພຽງບໍລິເວນ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງຢູ່ທົ່ວໄປ ແລະ ຕົກໜັກ ຫາ ໜັກຫຼາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ເຂດພາກກາງ ແລະ ພາກໃຕ້ ໃຫ້ສືບຕໍ່ກຽມພ້ອມຮັບມືກັບຝົນຕົກໜັກ, ລົມພັດແຮງ ແລະ ລະດັບນໍ້າຍັງຈະເພີ່ມຂຶ້ນສູງຕື່ມອີກ ເຊິ່ງຈະພາໃຫ້ເກີດມີນໍ້າຖ້ວມຊຸ, ຖ້ວມອັ່ງ ແລະ ດິນເຈື່ອນ, ພ້ອມມີນີ້, ຂໍໃຫ້ຍົກຍ້າຍສິ່ງຂອງໄປໄວ້ທີ່ສູງ ແລະ ປອດໄພ. ພ້ອມທັງ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ແຈ້ງເຕືອນໄພ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.