ນ້ຳລົ້ນຝັ່ງໄຫລເຂົ້າຖ້ວມເທສະບານນະຄອນປາກເຊແລ້ວ ສ່ວນລະດັບນໍ້າຍັງສືບຕໍ່ເພີ່ມຂຶ້ນ

100

ທ່ານ ຄໍາໃສ ໝື່ນຫຼວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈໍາປາສັກ ລາຍງານຕໍ່ໜັງສືພິມເສດຖະກິດ- ການຄ້າ ໃນຕອນບ່າຍວັນທີ 4 ກັນຍາ 2019ວ່າ: ປັດຈຸບັນ ໃນ 10 ເມືອງແມ່ນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກ , ປະຊາຊົນໃນພື້ນທີ່ປະສົບໄພໄດ້ຍົກຍ້າຍອອກໄປອາໃສບ່ອນສູງ, ຢູ່ຕາມວັດ ແລະ ໂຮງໝໍເປັນຈໍານວນຫຼາຍ.

ສະເພາະແມ່ນຢູ່ນະຄອນປາກເຊ ແມ່ນມີຄວາມຮຸນແຮງຫຼາຍ, ຈຸດໂປມນໍ້າແຕ່ລະຈຸດບໍ່ສາມາດໃຊ້ງານໄດ້ ເນື່ອງຈາກນໍ້າຂອງໄຫຼເຂົ້າສູ່ເທດສະບານນະຄອນປາກເຊແລ້ວ ເຊິ່ງໄດ້ຮັບຜົນກະທົບ 21 ບ້ານ.

ຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານພະຍາກອນອາກາດປະຈຳວັນທີ 4 ກັນຍາວ່າ:ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກຳລັງປານກາງ ຫາ ແຮງປົກຄຸມຢູ່ແຂວງພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຢູ່ເຂດພາກເໜືອ ແລະ ຕົກປານກາງຫາໜັກເປັນບໍລິເວນກ້ວາງ ຫາ ຕົກໜັກຫຼາຍ ຢູ່ແຂວງ ຄໍມ່ວນ, ລົງຫາ ພາກໃຕ້ຕື່ມອີກ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ.

ພ້ອມດຽວກັນ ລະດັບນໍ້າ ຂອງ ຢູ່ແຂວງ ຈຳປາສັກ, ໃນເວລາ 7 ໂມງ ຂອງວັນທີ 04 ກັນຍາ 2019 ແທກໄດ້ 13,06 ແມັດ ໄດ້ຂຶ້ນກາຍເຂດອັນຕະລາຍ (ເຂດອັນຕະລາຍ: 12 ແມັດ 00 ຊັງຕີແມັດ) ແລະ ທ່າອ່ຽງລະດັບນໍ້າ ຂອງ ຍັງຈະສືບຕໍ່ຂຶ້ນສູງຕື່ມອີກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໃສຢູ່ເຂດພາກກາງ ແລະ ພາກໃຕ້ ໃຫ້ສືບຕໍ່ກຽມພ້ອມຮັບມືກັບຝົນຕົກໜັກ, ລົມພັດແຮງ ແລະ ລະດັບນໍ້າຍັງຈະເພີ່ມສູງຂື້ນຕື່ມອີກ ເຊິ່ງຈະພາໃຫ້ເກີດມີນໍ້າຖ້ວມຊຸ,ຖ້ວມອັ່ງ ແລະ ດິນເຈື່ອນ. ໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ແຈ້ງເຕືອນໄພ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ລະດັບນໍ້າຢູ່ນະຄອນປາກເຊແມ່ນຍັງມີລັກສະນະເພີ່ມຂຶ້ນ ວັດແທກຫຼ້າສຸດເວລາ 13:45 ໂມງ ຂອງວັນທີ 4 ກັນຍາ 2019 ວັດແທກໄດ້ 13,45 ຊັງຕີແມັດ ເພີ່ມຂຶ້ນຈາກລະດັບ13,06ແມັດ ໃນເວລາ 7:00ໂມງ ຂອງວັນທີ 4 ກັນຍາ 2019