ວິກິດໜັກ! ຄົງເຊໂດນຕອນນີ້ຍັງທະຍອຍອົບພະຍົບປະຊາຊົນ ແລະ ຕ້ອງການຄວາມຊ່ວຍເຫຼືອດ່ວນ

83

ໃນລະຫວ່າງວັນທີ 2 ກັນຍາ ເປັນຕົ້ນມາ ເກີດມີຝົນຕົກໜັກໃນຫຼາຍພື້ນທີ່ຢູ່ເຂດພາກກາງ ແລະ ພາກໃຕ້ຂອງລາວ ເນື່ອງຈາກໄດ້ຮັບອິດທິພົນຈາກພາຍຸເດີເປຼຊັນພັດຜ່ານ. ໃນນັ້ນ, ໜັກວ່າໝູ່ແມ່ນແຂວງສະລະວັນ ໂດຍສະເພາະແມ່ນເມືອງຄົງເຊໂດນ, ເທດສະບານເມືອງສະລະວັນ ເຊິ່ງກະແສນໍ້າໄດ້ໄຫຼເຂົ້າຖ້ວມເຮືອນຊານ, ເນື້ອທີ່ນາ, ຖະໜົນຫົນທາງເປ່ເພເສຍຫາຍ ບາງບ່ອນບໍ່ສາມາດສັນຈອນໄປໄດ້.

ປັດຈຸບັນ, ປະຊາຊົນເມືອງຄົງເຊໂດນ ຕ້ອງການຄວາມຊ່ວຍເຫຼືອເປັນການດ່ວນ ເປັນຕົ້ນແມ່ນນ້ຳດື່ມ, ເຄື່ອງນຸ່ງຫົ່ມ ແລະ ອາຫານແຫ້ງ. ຍິ່ງໄປກວ່ານັ້ນ, ຍັງມີປະຊາຊົນຈຳນວນໜຶ່ງຍັງຕິດຢູ່ເຮືອນອອກມາບໍ່ໄດ້. ສະນັ້ນ, ສຳລັບທ່ານໃດທີ່ມີອຸປະກອນ ແລະ ເຄື່ອງຊ່ວຍເຫຼືອສາມາດມາບໍລິຈາກໄດ້ທີ່ ຫ້ອງການປົກຄອງເມືອງຄົງເຊໂດນ.

ຂະນະທີ່, ການນຳເມືອງ ຄົງເຊໂດນ ກໍ່ໄດ້ເລັ່ງຍົກຍ້າຍປະຊາຊົນໃນໃນກຸ່ມເທສະບານ ກຸ່ມຄຳທອງ ກຸ່ມແກ້ງຫວດ ກຸ່ມແກ້ງໂຄນ ໃຫ້ອອກຈາກບ້ານເຮືອນເປັນການດ່ວນທີ່ສຸດ ເນື່ອງຈາກນໍ້າມາແຮງ ແລະ ໃຫ້ໄປຢູ່ບ່ອນສູງ ຫຼື ຍ້າຍເຂົ້າໃນເຂດຕົວເມືອງ ສະໂມສອນຫ້ອງວ່າການ ສຳນັກງານອົງການທີ່ປອດໄພ ເປັນການດ່ວນ.