ອານຸສອນ ນັກແລ່ນຄວາມຫວັງຂອງລາວ ຄວ້າແຊັມທີ່ປະເທດໄທ ກ່ອນລຸຍລາຍການຊີງແຊັມໂລກ

50

ອານຸສອນ ໄຊສາ ນັກແລ່ນທີມຊາດລາວ ທີ່ໄປສຶກສາຕໍ່ທີ່ປະເທດໄທ ຄວ້າແຊັມແລ່ນຂ້າມຮົ້ວປະເພດ 110 ແມັດໄປຄອງໄດ້ສໍາເລັດ ໃຫ້ກັບສະໂມສອນທະຫານອາກາດ ປະເທດໄທ ທີມ A ໃນການແຂ່ງຂັນແລ່ນ – ລານຊີງຊະນະເລີດແຫ່ງປະເທດໄທ ຊີງຂັນພຣະຣາດຊະທານ ພຣະບາດສົມເດັດພະເຈົ້າຢູ່ຫົວ ຄັ້ງທີ 65 ລະຫວ່າງວັນທີ 30 ສິງຫາ – 2 ກັນຍາ 2019.

ຫຼັງຈາກຄວ້າແຊັມໄດ້ ອານຸສອນ ເປີດເຜີຍຕໍ່ທີມຂ່າວເສດຖະກິດ – ການຄ້າ ວ່າ: ການທີ່ນ້ອງເຂົ້າຮ່ວມການແຂ່ງຂັນແລ່ນ – ລານຊີງຊະນະເລີດແຫ່ງປະເທດໄທ ເນື່ອງຈາກນ້ອງໄດ້ມາສຶກສາຕໍ່ທີ່ມະຫາວິທະຍາໄລກຸງເທບ ຊົນບຸຣີ ປະເທດໄທ ເຊິ່ງກອງທັບອາກາດໄທ ຢືມຕົວນ້ອງມາຈາກມະຫາວິທະຍາໄລດັ່ງກ່າວ ເພື່ອລົງແຂ່ງຂັນໃຫ້ ເພາະລາຍການດັ່ງກ່າວເປັນລາຍການຊີງແຊັມປະເທດໄທ ປາກົດວ່າ: ສາມາດຍາດໄດ້ອັນດັບ 1 ມາຄອງໃນປະເພດ 110 ແມັດ ຈາກນັກກີລາເຂົ້າຮ່ວມທັງໝົດ 13 ຄົນ.

“ ລາຍການດັ່ງກ່າວຖືເປັນການເພີ່ມປະສົບການໃຫ້ກັບຕົວເອງ ແລະ ເປັນການກະກຽມຄວາມພ້ອມກ່ອນເຂົ້າຮ່ວມການແຂ່ງຂັນຕາມແຜນຕໍ່ທີ່ວາງໄວ້ຄື ວັນທີ 25 ກັນຍາ 2019 ນ້ອງມີແຜນໄປແຂ່ງຂັນລາຍການຊີງແຊັມໂລກ ທີ່ເມືອງໂດຮາ ປະເທດກາຕາ ” ອານຸສອນ ກ່າວ.

ສຳລັບຜົນງານກ່ອນໜ້ານີ້ຂອງ ອານຸສອນ ເຂົ້າຮ່ວມການແຂ່ງຂັນແລ່ນ – ລານ ລາຍການ ໄທແລນ ໂອເພັນ 2019 ທີ່ນະຄອນຫຼວງບາງກອກ ປະເທດໄທ ເປັນເຈົ້າພາບ ລະຫວ່າງວັນທີ 19 – 21 ພຶດສະພາ 2019 ສາມາດຍາດມາໄດ້ 1 ຫຼຽນຄຳ ປະເພດແລ່່ນຂ້າມຮົ້ວ 110 ແມັດຊາຍ ສ່ວນຜົນງານໃນລະດັບອາຊຽນຂອງ ອານຸສອນ ໄຊສາ ສາມາດຍາດໄດ້ຫຼຽນຄຳ ປະເພດແລ່ນຂ້າມຮົ້ວ 110 ແມັດຊາຍ ໃນມະຫະ ກຳກີລາມະຫາວິທະຍາໄລອາຊຽນ ຫຼື ກີລາ ມ ອາຊຽນ ຄັ້ງທີ 17 ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ລະຫວ່າງວັນທີ 10 – 20 ທັນວາ 2014 ຜ່ານມາ.

ສະຖິຕິທີ່ ອານຸສອນ ໄຊສາ ເຮັດໄດ້ໃນເວລານັ້ນແມ່ນ 14,15 ວິນາທີເທົ່ານັ້ນ ດີກວ່າສະຖິຕິປັດຈຸບັນທີ່ຄວ້າຫຼຽນຄຳໃນລາຍການ ໄທແລນ ໂອເພັນ 2019 ຢູ່ 7 ວິນາທີ.

( ຄໍາສອນ; ຮູບຈາກ: ອານຸສອນ )