ອົງການເຈໂຕຣ ເຊັນສັນຍາຮ່ວມມືກັບ 4 ເຂດ ຂພສ ດຶງດູດການລົງທຶນ

209

ລັດຖະບານ ໄດ້ຈັດເຂດເສດຖະກິດພິເສດເພື່ອຮອງຮັບການລົງທຶນທັງພາຍໃນ ແລະ ຕ່າງປະເທດ ຢູ່ 12 ເຂດ ຮອດປັດຈຸບັນມີນັກລົງທຶນເຂົ້າລົງທຶນເກືອບ 600 ບໍລິສັດ ໃນນີ້ບໍລິສັດຈາກຢີ່ປຸ່ນ ມີ 40 ບໍລິສັດ. ເພື່ອເຮັດໃຫ້ການລົງທຶນໃນເຂດດັ່ງກ່າວມີຄວາມຄຶກຄື້ນຂຶ້ນໃນແຕ່ລະໄລຍະ ອົງການສົ່ງເສີມການຄ້າຍີ່ປຸ່ນ ເຈໂຕຣ ເຊັນສັນຍາຮ່ວມມືກັບ 4 ເຂດເສດຖະກິດພິເສດ ເພື່ອດຶງດູດເອົານັກທຸລະກິດ ທັງຈາກປະເທດຍີ່ປຸ່ນ ແລະ ບັນດາປະເທດອື່ນໆ.

ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ອົງການສົ່ງເສີມການຄ້າຍີ່ປຸ່ນ ເຈໂຕຣ ( JETRO ) ວຽງຈັນ ກັບ 4 ເຂດເສດຖະກິດ ຄື: ເຂດເສດຖະກິດ ປາກເຊ – ຍີ່ປຸ່ນ SME; ເຂດເສດຖະກິດສະຫວັນ – ເຊໂນ ໂຊນ C ( ສະຫວັນປາກ ); ເຂດພັດທະນາກວມລວມ ໄຊເສດຖາ ແລະ ເຂດນິຄົມອຸດສາຫະກຳ ແລະ ກາຄ້າ ວຽງຈັນ – ໂນນທອງຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຄຳຈັນ ວົງແສງບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ບັນດາຕາງໜ້າຈາກສະຖານທູດມາເລເຊຍ ແລະ ຍີ່ປຸ່ນ ປະຈຳລາວ, ຕາງໜ້າ ຂພສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 2 ກັນຍາ 2019.

ທ່ານ ນາງ ຄຳຈັນ ວົງແສງບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ການເຊັນບົດບັນທຶກຮ່ວມມືໃນຄັ້ງນີ້ແມ່ນເປັນນິມິດໝາຍສຳຄັນໃນການຮ່ວມມື ເພື່ອດຶງດູດເອົາການລົງທຶນຈາກປະເທດຍີ່ປຸ່ນ ກໍຄືນັກລົງທຶນຈາກປະເທດອື່ນໆ ໃຫ້ເຂົ້າມາລົງທຶນເພີ່ມຂຶ້ນໃນ ສປປ ລາວ, ໃນປັດຈຸບັນຢູ່ ສປປ ລາວ ມີ ຂພສ ທັງໝົດ 12 ແຫ່ງ ສາມາດດຶງດູດການລົງທຶນຈາກຕ່າງປະເທດໄດ້ 597 ບໍລິສັດ. ໃນນັ້ນ, ມີ 40 ກວ່າບໍລິສັດເປັນນັກທຸລະກິດຈາກຍີ່ປຸ່ນ ກວມເອົາ ອັນດັບ 3 ຂອງຕ່າງປະເທດທີ່ເຂົ້າມາລົງທຶນໃນ ຂພສ. ຫາກທຽບການລົງທຶນຂອງນັກທຸລະກິດຍີ່ປຸ່ນ ທີ່ເຂົ້າມາລົງທຶນຢູ່ປະເທດເພື່ອນບ້ານແລ້ວ ເຫັນໄດ້ວ່າປະເທດລາວກໍມີທ່າອ່ຽງເພີ່ມຂຶ້ນ.

ໃນບັນດາ ຂພສ ໂດຍສະເພາະ 4 ເຂດນີ້ແມ່ນຖືວ່າມີຄວາມພ້ອມດ້ານພື້ນຖານໂຄງລ່າງ ແລະ ການບໍລິການທີ່ສະດວກ ເພື່ອຮອງຮັບການມາລົງທຶນຂອງນັກທຸລະກິດຈາກປະເທດຍີ່ປຸ່ນ ກໍຄືປະເທດອື່ນໆ, ຜ່ານມາມີຫຼາຍບໍລິສັດທີ່ເປັນການລົງທຶນຈາກນັກທຸລະກິດຍີ່ປຸ່ນໃນ ຂພສ ຫຼາຍແຫ່ງກໍໄດ້ມີການຜະລິດ ແລະ ສົ່ງອອກສິນຄ້າໄປໄດ້ໄລຍະໜຶ່ງແລ້ວ ຖືວ່າປະສົບຜົນສຳເລັດຢ່າງໜ້າເພິ່ງພໍໃຈ. ຜ່ານມາລັດຖະບານລາວ ໄດ້ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນການລົງທຶນຂອງບໍລິສັດຍີ່ປຸ່ນ ເພາະເປັນການລົງທຶນທີ່ມີການຜະລິດທີ່ມີຄຸນນະພາບ, ສາມາດປະກອບຊ່ວຍໃນການສ້າງວຽກເຮັດງານທຳໃນເຂດທ້ອງຖິ່ນ ແລະ  ຫວັງວ່າການຮ່ວມມືຂອງອົງການເຈໂຕຣ ແລະ ຂພສ 4 ເຂດ ໃນຄັ້ງນີ້ຈະມີການຜັນຂະຫຍາຍຕົວ, ສາມາດດຶງດູດເອົາການລົງທຶນໃນ ຂພສ ໃຫ້ມີໃບໜ້າໃໝ່ ແລະ ອະນາຄົດໄດ້ມີການຂະຫຍາຍການຮ່ວມມືໄປທົ່ວ 12 ເຂດ ໃນທົ່ວປະເທດອີກດ້ວຍ.

ທ່ານ ຄາຊຶອິຈິ ອິວະຄະມິ ຫົວໜ້າອົງການສົ່ງເສີມການຄ້າ ຍີ່ປຸ່ນ ( JETRO ) ປະຈຳວຽງຈັນ ກ່າວວ່າ: ອົງການເຈໂຕຣ ວຽງຈັນ ໄດ້ກໍ່ຕັ້ງຂຶ້ນໃນປີ 2014 ເປັນຕົ້ນມາ ມີພາລະບົດບາດໃນການສົ່ງເສີມນັກລົງທຶນຍີ່ປຸ່ນ ມາລົງທຶນທີ່ປະເທດລາວ, ນັບແຕ່ຫ້ອງການເຈໂຕຣ ວຽງຈັນ ໄດ້ຮັບການສ້າງຂຶ້ນ ບໍລິສັດຍີ່ປຸ່ນ ໄດ້ມາລົງທຶນຢູ່ປະເທດລາວເພີ່ມຂຶ້ນ 2 ເທົ່າ, ຫຼາຍໆບໍລິສັດກຳລັງພິຈາລະນາການມາລົງທຶນໃນປະເທດລາວ. ປະເທດລາວ ເປັນປະເທດທີ່ມີຊາຍແດນຕິດກັບ 5 ປະເທດ ( ບໍ່ມີຊາຍແດນຕິດກັບທະເລ ). ດັ່ງນັ້ນ, ການແຂ່ງຂັນເລື່ອງລາຄາດ້ານໂລຈິສຕິກ ໃຫ້ມີຄວາມວ່ອງໄວແມ່ນມີຄວາມສຳຄັນຫຼາຍ.

ທ່ານກ່າວຕື່ມວ່າ: ການເຊັນສັນຍາຮ່ວມມືກັບ 4 ຂພສ ໃນມື້ນີ້ ເຊື່ອວ່າຈະໄດ້ຮັບຄວາມເຊື່ອໝັ້ນຈາກບໍລິສັດຍີ່ປຸ່ນ ຢ່າງແນ່ນອນ, ອົງການເຈໂຕຣ ຈະເຜີຍແຜ່ຂໍ້ມູນຫຼ້າສຸດກ່ຽວກັບສະພາບເສດຖະກິດ ແລະ ການລົງທຶນຂອງປະເທດລາວ ໃຫ້ກັບບັນດາບໍລິສັດຍີ່ປຸ່ນ ໃນເຂດໃກ້ຄຽງ ແລະ ໃນປະເທດຍີ່ປຸ່ນ ໂດຍຜ່ານການລົງໃນເວັບໄຊຂອງອົງການເຈໂຕຣ.

( ຂ່າວ; ຮູບ: ຄຳນ້ອຍ )